ອາຊຽນ ຈະນຳໜ້າການເຕີບໂຕໂລກໃນໄລຍະ 5 ປີຕໍ່ໜ້າ

26/09/2022 17:13
Email Print 376
ຂປລ ແຜນທີເຕີບໂຕ ການຄ້າ ທົ່ວໂລກ 2022 ທີ່ຫາກໍ່ ປະກາດ​ ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້ນຳບັນດາ ປະເທດ ອາຊຽນ ເຂົ້າຈຸດສຸມ ໜ້າສົນ ໃຈ ຍ້ອນພາກພື້ນນີ້ ໄດ້ຮັບ ການຄາດຄະເນວ່າ: ຈະນຳໜ້າໂລກ ກ່ຽວກັບ ການເຕີບໂຕ ດ້ານການສົ່ງອອກ ໃນໄລຍະ 5 ປີຕໍ່ໜ້າ

ຂປລ.ຕາມ​ຂ່າວ​ຈາກ VOVWORLD, ແຜນທີເຕີບໂຕ ການຄ້າ ທົ່ວໂລກ 2022 ທີ່ຫາກໍ່ ປະກາດ​ ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້ນຳບັນດາ ປະເທດ ອາຊຽນ ເຂົ້າຈຸດສຸມ ໜ້າສົນ ໃຈ ຍ້ອນພາກພື້ນນີ້ ໄດ້ຮັບ ການຄາດຄະເນວ່າ: ຈະນຳໜ້າໂລກ ກ່ຽວກັບ ການເຕີບໂຕ ດ້ານການສົ່ງອອກ ໃນໄລຍະ 5 ປີຕໍ່ໜ້າ ຫລັງ​ຈາກ ບົດລາຍງານ ຂອງ DHL Express ໄດ້ໃຫ້ ຂ້ໍສັງເກດວ່າ: ບັນດາ ພື້ນຖານ ເສດຖະກິດ ຫາກໍ່ ພົ້ນເດັ່ນ ຄາດວ່າ ຈະສ້າງ 45% ຍອດລະດັບ ເຕີບໂຕ ການຄ້າ ທົ່ວໂລກ ແຕ່ປີ 2021 ຮອດປີ 2026. ຂະນະ​ທີ່ ທ່ານ John Pearson, ຜູ້ອຳນວຍການ ບໍລິຫານ DHL Express, ໃຫ້ຂໍ້ສັງເກດວ່າ: ຂ່າວດີ - ພິເສດສຳລັບ ອາຊີ, ອາຊຽນ ແລະ ໄທ, ແມ່ນເຂດ ອາຊີ ຕາເວັນອອກ ສ່ຽງໃຕ້ ແລະ ອາຊີໃຕ້ ໄດ້ເຄື່ອນໄຫວ ເປັນຢ່າງດີ ນັບທັງ ລະດັບ ແລະ ຂອບຂະໜາດ”. ໃນນັ້ນ, ທ່ານ ຕີລາຄາວ່າ: ຟີລິບປິນ, ມາເລເຊຍ, ອິນເດຍ, ຫວຽດນາມ ແລະ ໄທ ພວມພັດທະນາ ທີ່ໜ້າ ປະທັບໃຈ ດ້ວຍຂອບ ຂະໜາດໃຫຍ່./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top