ຂປລ
ຂປລ. ເມື່ອບໍ່ດົນມານີ້, ທີມງານ ສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ຈາກສະຖາບັນຄົ້ນ ຄວ້າ ວິທະຍາສາດການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຜະລິດ ແລະ ໄດ້ເປີດນຳໃຊ້ ວີດີໂອ ການພັດທະນາຄູຕອນໃໝ່ຂຶ້ນ ເພື່ອຊ່ວຍເຫລືອຄູ ໃນການສິດສອນຂອງຕົນ ທັງຮັບປະກັນໃຫ້ນັກຮຽນ ທຸກຄົນໃນຫ້ອງຮຽນ
ຂປລ. ເມື່ອບໍ່ດົນມານີ້, ທີມງານ ສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ຈາກສະຖາບັນຄົ້ນ ຄວ້າ ວິທະຍາສາດການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຜະລິດ ແລະ ໄດ້ເປີດນຳໃຊ້ ວີດີໂອ ການພັດທະນາຄູຕອນໃໝ່ຂຶ້ນ ເພື່ອຊ່ວຍເຫລືອຄູ ໃນການສິດສອນຂອງຕົນ ທັງຮັບປະກັນໃຫ້ນັກຮຽນ ທຸກຄົນໃນຫ້ອງຮຽນ ໄດ້ມີໂອກາດປະກອບສ່ວນ ຢ່າງສະເໝີພາບ ໂດຍສະເພາະ ແມ່ນນັກຮຽນທີ່ເປັນຊົນເຜົ່າ. ວີດີໂອ ນີ້ໄດ້ຮັບການສະໜັບສະໜູນ ຂອງລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ບີຄວາ ເຊິ່ງໄດ້ຖ່າຍທຳ ຢູ່ໃນຫ້ອງຮຽນແຫ່ງໜຶ່ງຂອງ ສປປ ລາວ ເພື່ອສະແດງຕົວຢ່າງຕົວຈິງ ຂອງເຕັກນິກນີ້ ແລະ ວີດີໂອດັ່ງກ່າວ ຍັງຖືກແປເປັນພາສາມືນຳອີກ ເພື່ອໃຫ້ສາມາດເຂົ້າເຖິງ ໄດ້ຫລາຍຂຶ້ນສຳລັບທຸກຄົນ.
ວີດີໂອການຝຶກອົບຮົມໃໝ່ນີ້ ແມ່ນສໍາລັບຄູ ແລະ ຄູຝຶກ ປະກອບມີ 5 ເຕັກນິກພື້ນຖານສໍາລັບການຊ່ວຍເຫລືອ ນັກຮຽນຊົນເຜົ່າຢ່າງລະອຽດ ເຊັ່ນ: ວິທີການປັບພາສາ ໃນຫ້ອງຮຽນໂດຍ ການເວົ້າຊ້າລົງ, ການນໍາໃຊ້ຄໍາສັບທີ່ງ່າຍດາຍ, ໃຊ້ປະໂຫຍກສັ້ນ ແລະ ການນໍາໃຊ້ພາສາກາຍ ເຊິ່ງກວມເອົາປະມານ 70% ຂອງການສື່ສານ ແມ່ນການສື່ສານທີ່ບໍ່ໃຊ້ຄໍາເວົ້າ; ການຖາມຄໍາຖາມປິດແບບງ່າຍໆ ເພື່ອກວດເບິ່ງຄວາມເຂົ້າໃຈ; ຄໍາແນະນໍາ ການອະນຸຍາດ ໃຫ້ນັກຮຽນໃຊ້ພາສາຂອງຕົນ ໃນເວລາຮຽນບາງບົດຮຽນ ເປັນ ຕົ້ນ ອະທິບາຍຄວາມໝາຍ ຂອງຄໍາສັບກັບນັກຮຽນຄົນອື່ນ ຫລື ສົນທະນາກັນ ເພື່ອທຳຄວາມເຂົ້າໃຈ ໃນຄໍາອະທິບາຍຂອງຄູ; ການສ້າງລະບົບ ເພື່ອນຊ່ວຍເພື່ອນ ລະຫວ່າງນັກຮຽນ ທີ່ບໍ່ໝັ້ນໃຈໃນພາສາລາວ ກັບນັກຮຽນເກັ່ງພາສາລາວ; ການສ້າງກິດຈະກໍາ ຊ່ວຍເຫລືອເພີ່ມຕື່ມ ໃນເວລາພັກທ່ຽງ ຫລື ໃນຕອນທ້າຍຂອງມື້ ເພື່ອຊ່ວຍເຫລືອນັກຮຽນ ທີ່ຍັງບໍ່ສາມາດ ເວົ້າພາສາລາວໄດ້ດີ.
ເຕັກນິກເຫລົ່ານີ້ ເປັນເຕັກນິກທີ່ງ່າຍ ແລະ ສາມາດນຳໃຊ້ໄດ້ງ່າຍ ໃນຫ້ອງຮຽນ ໂດຍຄູສອນທີ່ບໍ່ສາມາດເວົ້າ ພາສາຫລັກຂອງນັກຮຽນ ພ້ອມທັງຮັບປະກັນວ່າ ເດັກທຸກຄົນສາມາດ ມີສ່ວນຮ່ວມຫລາຍຂຶ້ນ ເຊິ່ງມີຄວາມສຳຄັນ ຕໍ່ການຮຽນຮູ້ຂອງພວກເຂົາ.
ວີດີໂອດັ່ງກ່າວໄດ້ເຜີຍແຜ່ ອອກອາກາດແລ້ວ ໂດຍຜ່ານທາງໂທລະພາບ LAO ESTV–ໂທລະ ພາບສຶກສາ ແລະ ກິລາ ທາງຊ່ອງ 8 ດາວທຽມລາວແຊັດ, ທາງຊ່ອງ ຄັງປັນຍາລາວ ແລະ ທາງຊ່ອງ ຢູທູບ ວີດີໂອສໍາລັບ ການພັດທະນາຄູ Teacher Development Videos.
ສາມາດເບິ່ງວິດີໂອ ໄດ້ທີ່ລິ້ງນີ້: https://www.youtube.com/watch?v=dyXXqeCUCRE&t=5s
KPL