ຂປລ
ຂປລ. ໃນວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອັບພລິເຄຊັນ ບຸກແນ(Book Nea) ໂດຍການຮ່ວມມືຂອງບໍລິສັດບຸກແນ ອິນ ຈຳກັດ ແລະ ກະຊວງຖະແຫລງຂ່າວ
ຂປລ. ໃນວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອັບພລິເຄຊັນ ບຸກແນ(Book Nea) ໂດຍການຮ່ວມມືຂອງບໍລິສັດບຸກແນ ອິນ ຈຳກັດ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເຊິ່ງເປັນແອັບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ ເພື່ອໃຫ້ບໍລິການທ່ອງທ່ຽວຮູບແບບໃໝ່ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ແອັບການບໍລິ ການແບບອອນລາຍ ໂດຍຄົນລາວສ້າງ 100%, ພ້ອມທັງສົ່ງເສີມການປະຊາສຳພັນ ການທ່ອງທ່ຽວໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານການທ່ອງທ່ຽວພາຍໃນປະເທດ.
ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດທ່ອງທ່ຽວ ກະຊວງ ຖວທ ໄດ້ມີຄຳເຫັນວ່າ: ການສ້າງແອັບດັ່ງກ່າວນີ້ ເປັນຄວາມຄິດທີ່ດີ ເຊິ່ງເປັນການສ້າງ ແລະ ພັດທະນາ ໃຫ້ເຊື່ອມໂຍງກັບຂໍ້ມູນຂ່າວສານ ທີ່ຮວບຮວມໄວ້ເທິງໂທລະສັບມືຖື ເພື່ອອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ ໂດຍການຮ່ວມມືຂອງພາກລັດ ແລະ ພາກທຸລະກິດ ໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໃຫ້ມີປະສິດທິພາບຕາມທີ່ໄດ້ວາງໄວ້. ໃນນີ້, ພາກລັດຈະເປັນຜູ້ສົ່ງເສີມດ້ານນະໂຍບາຍ ແລະ ພາກທຸລະກິດເປັນຜູ້ຈັດຕັ້ງປະຕິບັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ນຳໃຊ້ ການບໍລິການທີ່ມີຄຸນນະພາບ ແລະ ປະສົບການທີ່ດີ ໃນດ້ານການທ່ອງທ່ຽວ, ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດີຈີຕອນເທື່ອລະກ້າວ.
ຂ່າວ ສົມຫວັງ
ພາບ ອ່າຍຄຳ
KPL