ແມ່ຍິງຖືພາຢູ່ເມືອງນອງ ຫັນໄປ ຝາກທ້ອງຢູ່ໂຮງໝໍນ້ອຍຫລາຍຂຶ້ນ

26/09/2022 12:06
Email Print 408
ຂປລ ຂປລ. ປັດຈຸບັນ ແມ່ຍິງຖືພາຢູ່ເມືອງນອງ ແຂວງສະຫວັນນະເຂດ ຫັນໄປຝາກທ້ອງ ຢູ່ໂຮງໝໍນ້ອຍຫລາຍຂຶ້ນ, ພາຍຫລັງ ມີໂຄງການທົດລອງ ໃຫ້ອຸດໜູນແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ເພື່ອປັບປຸງການເຂົ້າຮັບ ບໍລິການທາງດ້ານສຸຂະພາບ, ການສັກຢາກັນພະຍາດ ແລະ ການມີໂພຊະນາການທີ່ດີ.

ຂປລ. ປັດຈຸບັນ ແມ່ຍິງຖືພາຢູ່ເມືອງນອງ ແຂວງສະຫວັນນະເຂດ ຫັນໄປຝາກທ້ອງ ຢູ່ໂຮງໝໍນ້ອຍຫລາຍຂຶ້ນ, ພາຍຫລັງ ມີໂຄງການທົດລອງ ໃຫ້ອຸດໜູນແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ເພື່ອປັບປຸງການເຂົ້າຮັບ ບໍລິການ ທາງດ້ານສຸຂະພາບ, ການສັກຢາກັນພະຍາດ ແລະ ການມີໂພຊະນາການທີ່ດີ.

ທ່ານ ນາງ ມາລີນ້າ ໄຊຍະວົງ ຮັກສາການຫົວໜ້າ ໂຮງໝໍນ້ອຍນາກອງ ເມືອງນອງ ແຂວງສະຫວັນນະເຂດ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໂຮງໝໍນ້ອຍນາກອງ ໄດ້ໃຫ້ບໍລິການປະຊາຊົນ ກວມເອົາ 8 ບ້ານພາຍໃນກຸ່ມ ຄື: ບ້ານນາກອງ, ນາລົງເກົ່າ, ສະລອຍເກົ່າ, ສະລອຍໃໝ່, ຕຳລວງ, ລະອູ, ສາງແຈນ ແລະ ບ້ານຮູບ. ນັບແຕ່ເດືອນ ກຸມພາ 2022 ເປັນຕົ້ນມາ ພາຍຫລັງທີ່ມີໂຄງການ ໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ເຫັນວ່າແມ່ຍິງຖືພາເຂດນາກອງ ພາກັນມາຝາກທ້ອງຫລາຍຂຶ້ນ ເກືອບ 100% ຂອງຈຳນວນແມ່ຍິງຖືພາທັງ ໝົດພາຍໃນ 8 ບ້ານ ເພາະທຸກໆຄັ້ງ ທີ່ມາຝາກທ້ອງຢູ່ໂຮງໝໍນ້ອຍ ແພດໝໍບໍ່ພຽງແຕ່ໃຫ້ຄຳປຶກສາ ແນະນຳທີ່ດີເທົ່ານັ້ນ ຍັງຕ້ອງໃຫ້ມຸ້ງ 1 ດາງ ແລະ ໃຫ້ເງິນອຸດໜູນ ຂອງໂຄງການເດືອນລະ 150.000 ກີບ. ຈ່າຍລວມກັນ 3 ເດືອນ/ຄັ້ງ ເພື່ອໃຫ້ແມ່ຍິງຖືພາ ໄດ້ຊື້ອາຫານທີ່ຖືກຫລັກໂພຊະນາການ ແລະ ຫລຸດຜ່ອນການເຮັດວຽກໜັກຂອງແມ່ ໃນການໄປຊອກຢູ່ຫາກິນ ໃນແຕ່ລະວັນ. ປັດຈຸບັນ ມີແມ່ຍິງຖືພາພາຍໃນ ກຸ່ມບ້ານນາກອງ ໄດ້ຮັບນະໂຍບາຍ ເງິນອຸດໜູນທັງໝົດ ຈຳນວນ 70 ກວ່າຄົນແລ້ວ.

ນາງ ເພີຍ ປະຊາຊົນບ້ານນາລົງເກົ່າ ໄດ້ໃຫ້ສຳພາດວ່າ: ໃນໄລຍະເວລາທີ່ຖືພາ ຕົນເອງກໍເປັນຜູ້ໜຶ່ງ ໄປຝາກທ້ອງແມ່ນ ໄດ້ຢູ່ໂຮງໝໍນ້ອຍ ແລະ ປະຕິບັດຕາມ ຄຳແນະນຳຂອງໝໍ ເຊັ່ນ: ກິນອາຫານໃຫ້ຄົບ 6 ໝວດ, ບໍ່ເຮັດວຽກໜັກ ທັງນີ້ກໍເພື່ອ ລູກຂອງຕົນທີ່ຢູ່ໃນທ້ອງ ເກີດອອກມາສົມບູນ, ແຂງແຮງ. ນັບແຕ່ຕົນເອງ ໄດ້ເກີດລູກ ເປັນເວລາ 2 ເດືອນປາຍຜ່ານເຫັນວ່າ ລູກແຂງແຮງດີ ຍ້ອນປະຕິບັດຕົນຕາມທີ່ແພດໝໍ ແນະນຳເປັນປະຈຳ ແລະ ຄອບຄົວກໍໃຫ້ ການຮ່ວມມືເປັນຢ່າງດີ.

ຂ່າວ, ພາບ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top