ຂປລ
ທ່ານ ນາງ ຈໍເຈຍ ເມໂລນີ,(Georgia Meloni),ກຽມຕົວ ເປັນນາຍົກ ລັດຖະມົນຕີຍິງ ຄົນທຳອິດ ຂອງ ອີຕາລີ ຫລັງຈາກ ຜົນຄະແນນ ເລືອກຕັ້ງ ທົ່ວໄປ ໃນວັນທີ25 ກັນຍານີ້ ນັບໄປແລ້ວ ກວ່າ90% ໄດ້ຄະແນນສຽງ ສ່ວນໃຫຍ່ ຈະຊະນະ ການເລືອກຕັ້ງ
ຂປລ.ຕາມຂ່າວຈາກ ໂຣມ, ທ່ານ ນາງ ຈໍເຈຍ ເມໂລນີ,(Georgia Meloni),ກຽມຕົວ ເປັນນາຍົກ ລັດຖະມົນຕີຍິງ ຄົນທຳອິດ ຂອງ ອີຕາລີ ຫລັງຈາກ ຜົນຄະແນນ ເລືອກຕັ້ງ ທົ່ວໄປ ໃນວັນທີ25 ກັນຍານີ້ ນັບໄປແລ້ວ ກວ່າ90% ໄດ້ຄະແນນສຽງ ສ່ວນໃຫຍ່ ຈະຊະນະ ການເລືອກຕັ້ງ ຫລັງຈາກ ເປັນຕົວແທນ ຂອງພັກ the Brothers of Italy,ໄດ້ຄະແນນສຽງ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.ປັດຈຸບັນ ທ່ານ ນາງ ເຈຍ ເມໂລນີ,(Georgia Meloni) ອາຍຸ 45 ປີ ແລະ ເປັນສະມາຊິກ ສະພາ ຜູ້ແທນ ລາຊະ ດອນ ຕັ້ງແຕ່ປີ 2006 ແລະ ເປັນປະທານພັກ ຕັ້ງແຕ່ ປີ 2014./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL