ຂປລ
ໃນເວລາ 16:45 ໂມງ ຂອງວັນທີ 3 ທັນວາ 2021, ຜູ້ນໍາ ສປປ ລາວ ແລະ ສປ ຈີນ ໄດ້ອອກຄໍາສັ່ງ, ລົດໄຟຜູ້ໂດຍສານ C82 ຂອງຝ່າຍລາວ ອອກເດີນທາງ ຈາກເສັ້ນທາງລົດໄຟ ເສັ້ນທີ 1 ຂອງ ສະຖານີ ນະຄອນຫລວງວຽງຈັນ ສປປ ລາວ ແລະ ລົດໄຟໂດຍສານ C3 ຂອງຝ່າຍຈີນ ກໍອອກເດີນທາງ ຈາກເສັ້ນທາງລົດໄຟ ເສັ້ນທີ1 ຂອງສະຖານີຄຸນໝິງ ຂອງ ສປ ຈີນ ໃນເວລາດຽວກັນ, ເປັນການ ເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງໄດ້ດຶງດູດຄວາມສົນໃຈ ຈາກທົ່ວໂລກ.
ໃນເວລາ 16:45 ໂມງ ຂອງວັນທີ 3 ທັນວາ 2021, ຜູ້ນໍາ ສປປ ລາວ ແລະ ສປ ຈີນ ໄດ້ອອກຄໍາສັ່ງ, ລົດໄຟຜູ້ໂດຍສານ C82 ຂອງຝ່າຍລາວ ອອກເດີນທາງ ຈາກເສັ້ນທາງລົດໄຟ ເສັ້ນທີ 1 ຂອງ ສະຖານີ ນະຄອນຫລວງວຽງຈັນ ສປປ ລາວ ແລະ ລົດໄຟໂດຍສານ C3 ຂອງຝ່າຍຈີນ ກໍອອກເດີນທາງ ຈາກເສັ້ນທາງລົດໄຟ ເສັ້ນທີ1 ຂອງສະຖານີຄຸນໝິງ ຂອງ ສປ ຈີນ ໃນເວລາດຽວກັນ, ເປັນການ ເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງໄດ້ດຶງດູດຄວາມສົນໃຈ ຈາກທົ່ວໂລກ. ເສັ້ນທາງລົດໄຟສາຍນີ້ ເລີ່ມແຕ່ພາກເໜືອຮອດໃຕ້ ຂອງນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ແລະ ເຊື່ອມຕໍ່ ສປປ ລາວ ຈົນເຖິງນະຄອນຫລວງວຽງຈັນ, ເປັນທາງລົດໄຟ ໄປຕ່າງປະເທດແຫ່ງທໍາອິດ ທີ່ໄດ້ຮັບການກໍ່ສ້າງ ແລະ ດໍາເນີນການຮ່ວມມື ລະຫວ່າງ ລາວ-ຈີນ, ເຊື່ອມຕໍ່ໂດຍກົງ ກັບເສັ້ນທາງທາງ ລົດໄຟຂອງ ສປ ຈີນ ຊຶ່ງມີຄວາມຍາວ ທັງໝົດ 1.035 ກິໂລແມັດ, ມີສະຖານີໃໝ່ ທັງໝົດ 50 ສະຖານີ, ສາມາດເດີນທາງ ຈາກນະຄອນຫລວງວຽງຈັນ ຫາ ນະຄອນຄຸນໝິງ ໃນເວລາປະມານ 10 ຊົ່ວ ໂມງ.
ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ຢ່າງເປັນທາງການ ແລະ ດໍາເນີນການເພື່ອກ້າວເຂົ້າສູ່ຍຸກ ໃໝ່ຂອງການຂົນສົ່ງ ທາງລົດໄຟໃນລາວ
ໄດ້ປ່ຽນຮູບແບບການຂົນສົ່ງໃນ ສປປລາວ ຢ່າງເລິກເຊິ່ງ ແລະ ຮັບຮູ້ຄວາມປາຖະໜາ ອັນຍາວນານຂອງລາວ ຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ມາເປັນປະເທດເຊື່ອມໂຍງ ກັບປະ ເທດອ້ອມຂ້າງ. ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ອໍານວຍ ຄວາມສະດວກໃຫ້ແກ່ ການເດີນທາງ ຂອງປະຊາຊົນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມ ການພັດທະນາ ແລະ ການຫັນເປັນຕົວເມືອງ ຂອງ ການທ່ອງທ່ຽວ, ກະສິກໍາ, ຊົນລະປະທານ ແລະ ອື່ນໆ ຕາມແລວເສັ້ນທາງ ແລະ ກໍ່ສ້າງ ກາຍເປັນໂຕເມືອງ. ຊ່ວຍເຫລືອ ການພັດທະນາ ເຂດເສດຖະກິດເຊັ່ນ: ເຂດພັດທະນາ ກວມລວມໄຊເສດຖາ ນະ ຄອນຫລວງວຽງຈັນ ແລະ ເຂດຮ່ວມມື ເສດຖະກິດບໍ່ຫານ-ບໍ່ເຕັນ. ພ້ອມດຽວກັນນັ້ນ, ຍັງມີຄວາມໝາຍ ຄວາມສໍາຄັນທີ່ສຸດ ໃນການຮັດແໜ້ນ ການຮ່ວມມື ດ້ານເສດຖະກິດ-ສັງຄົມ ລະຫວ່າງສອງປະ ເທດ ຈີນ-ລາວ ແລະ ເລັ່ງລັດການກໍ່ສ້າງ ແລວທາງເສດຖະກິດ ລາວ-ຈີນ ໃນຖານະເປັນພາກສ່ວນ ທີ່ສໍາຄັນຂອງເສັ້ນທາງ ລົດໄຟທົ່ວອາຊີ. ທາງລົດໄຟ ລາວ- ຈີນ ຍັງຈະກາຍເປັນດັ່ງ “ກະແຈຄໍາ” ເຊື່ອມ ຕໍ່ລາວກັບຈີນ ໃນພາກເໜືອ ແລະ ປະເທດອາຊີ ເຊັ່ນ: ໄທ ແລະ ມາເລເຊຍ ໃນພາກໃຕ້, ຈະມີຜົນດີຕໍ່ການຮ່ວມມື ດ້ານເສດຖະກິດ ຂອງອາຊີ ແລະ ອະນຸພາກພື້ນແມ່ນໍ້າຂອງທີ່ສຸດ.
ອາຊີຕາເວັນອອກສຽງໃຕ້ສະໜັບສະໜູນທາງລົດໄຟລາວ-ຈີນ ຢ່າງໜັກແໜ້ນ
ຄວາມສໍາເລັດຂອງເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ສື່ມວນຊົນ ບາງປະເທດຕາເວັນຕົກ ແລະ ກຸ່ມຄົນທີ່ບໍ່ຫວັງດີ, ຍັງສືບຕໍ່ສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ຖືກຕ້ອງ ແນໃສ່ໃສ່ຮ້າຍປ້າຍ ສີ ໂຄງການເສັ້ນທາງລົດໄຟ ລາວ-ຈີນ ຕ່າງໆນາໆ ອັນເປັນການກະທໍາ ທີ່ຂັດຂວາງຕໍ່ການ ພັດທະນາໃນພາກພື້ນ ກໍ່ຄືມຸ່ງທໍາລາຍ ສາຍພົວພັນລະຫວ່າງ ຈີນ-ລາວ.
ຕໍ່ໜ້າຄວາມສົງໄສຂອງສື່ຝ່າຍຕາເວັນຕົກ, ກໍ່ຄືກຸ່ມຄົນທີ່ບໍ່ຫວັງດີນັ້ນ, ບັນດາປະເທດບ້ານ ໃກ້ເຮືອນຄຽງອື່ນໆຂອງລາວ ຊໍ້າພັດອ່າວໜ້າມາ ສະໜັບສະໜູນທາງລົດໄຟ ລາວ-ຈີນ ຢ່າງໜັກແໜ້ນ. ທ່ານ ບູຣິນ ອະດູລວັດທະນະ (Burin Adulwattana) ຫົວໜ້ານັກເສດຖະສາດ ທະນາຄານ ກຸງເທບ ຂອງໄທ ມີຄໍາເຫັນວ່າ: ໂຄງການທາງລົດໄຟ ລາວ-ຈີນ ມີໂອກາດ ທີ່ຈະເປັນ “ ຕົວປ່ຽນກົດລະ ບຽບ ຂອງເສດຖະກິດໂລກ, ນີ້ຈະເປັນສະຖານະການ ທີ່ທັງສອງຝ່າຍ ໄດ້ຮັບຜົນປະໂຫຍດ. ໃນຂະນະດຽວກັນ, “ Bangkok Post ” ຂອງໄທກໍເຄີຍອອກຂ່າວວ່າ: “ຫວັງວ່າໄທ ຈະເຊື່ອມຕໍ່ ທາງລົດ ໄຟ ຈີນ-ລາວ ໂດຍໄວ” ຊຶ່ງມີເນື້ອໃນສໍາຄັນ ຈໍານວນໜຶ່ງວ່າ: “ການເປີດເສັ້ນທາງລົດໄຟ ຈີນ-ລາວ ຈະສົ່ງຜົນສະທ້ອນ ຢ່າງເລິກເຊິ່ງ ຕໍ່ເສດຖະກິດ ແລະ ການຄ້າຂອງສອງຝ່າຍ. ຫວັງວ່າ ລັດຖະບານໄທ ຈະເລັ່ງການກໍ່ສ້າງທາງລົດໄຟ ເພື່ອເຊື່ອມຕໍ່ທາງລົດໄຟ ຈີນ-ລາວ ”. ສື່ບາງສໍານັກຂອງສິງກະໂປ ກໍ່ໄດ້ອອກຂ່າວວ່າ: “ ການກໍ່ສ້າງ ແລະ ເປີດທາງລົດໄຟ ລາວ-ຈີນ ຈະດຶງດູດການລົງທຶນ ຈາກປະເທດຈີນ ແລະ ປະເທດອື່ນໆ ຫລາຍຂຶ້ນ, ສ້າງຄວາມໝັ້ນໃຈ ໃຫ້ແກ່ການຟື້ນຕົວ ທາງດ້ານເສດຖະກິດ ຂອງປະເທດລາວ ”.
ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງຄໍາຂອງແລວທາງເສດຖະກິດແຫລມອິນດູຈີນສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງ ບັນດາຜົນງານ ທີ່ບັນລຸໄດ້ນັບແຕ່ການ ເປີດເສັ້ນທາງ ລົດໄຟລາວ-ຈີນ, ທ່ານກ່າວວ່າ: “ ນັບແຕ່ມີທາງລົດໄຟລາວ- ຈີນ ເປັນຕົ້ນມາ, ປະຊາຊົນລາວ ມີຄວາມພາກພູມໃຈທີ່ສຸດ, ຫວັງວ່າປະຊາຊົນລາວ ຈະຂຶ້ນລົດໄຟໄດ້. ພ້ອມກັນນັ້ນ, ການເປີດ ເສັ້ນທາງລົດໄຟ ລາວ-ຈີນ ຍັງໝາຍຄວາມວ່າ ການແລກປ່ຽນ ແລະ ການຄ້າລະຫວ່າງ ສອງປະເທດ ຈະສະດວກກວ່າເກົ່າ ”. ສະຫາຍເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຍົກ ຄໍາສຸ ພາສິດລາວທີ່ວ່າ: “ບ່ອນໃດມີເສັ້ນທາງ ບ່ອນນັ້ນມີໂອກາດພັດທະນາ”, ທັງໄດ້ຢືນຢັນ ຢ່າງເຕັມສ່ວນເຖິງ ບົດບາດຄວາມສໍາຄັນ ຂອງເສັ້ນທາງລົດໄຟ ລາວ-ຈີນ ໃນການຊຸກຍູ້ ການພັດທະນາຂອງລາວ.
“ທາງລົດໄຟຈີນ-ລາວ ຈະກາຍເປັນກໍາລັງແຮງຊຸກຍູ້ການຮ່ວມມືລະຫວ່າງປະເທດລາວ ກັບ ປະເທດຈີນ, ອາຊຽນ-ຈີນ ຈະເພີ່ມທະວີການຮ່ວມມື ແລະ ການແລກປ່ຽນ ດ້ານເສດຖະກິດ, ການ ຄ້າ, ການລົງທຶນ, ການທ່ອງທ່ຽວ, ການຈ້າງງານ, ວັດທະນະທໍາ ແລະ ການແລກປ່ຽນ ບຸກຄະລາກອນ, ນໍາມາ ຊຶ່ງຜົນປະໂຫຍດຕົວຈິງ ແລະ ເຫັນໄດ້ຢ່າງຈະແຈ້ງ. ສະແດງເຖິງ ການຂົນສົ່ງທາງບົກ ຂອງ ປະເທດລາວ ທີ່ຖອຍຫລັງໄດ້ຫັນໄປ ສູ່ການຄົມມະນາຄົມທັນສະໄໝ, ປະເທດລາວ ໄດ້ຫັນປະເທດ ທີ່ບໍ່ມີຊາຍແດນ ຕິດກັບທະເລ ກາຍເປັນປະເທດ ເຊື່ອມໂຍງ ກັບປະເທດອ້ອມຂ້າງ”. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ກ່າວວ່າ: “ເສັ້ນທາງລົດໄຟ ລາວ-ຈີນ ເປັນການສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດລາວ ແລະ ກາຍເປັນເສັ້ນທາງ ເຊື່ອມຕໍ່ທີ່ສໍາຄັນ ລະ ຫວ່າງ ລາວກັບບັນດາປະເທດໃນພາກພື້ນ”.
ມາຮອດວັນທີ 3 ກັນຍານີ້, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ດໍາເນີນມາເປັນເວລາ 9 ເດືອນ, ໄດ້ບໍລິການຂົນສົ່ງ ຜູ້ໂດຍສານທັງໝົດ 6,71 ລ້ານເທື່ອຄົນ, ໃນນັ້ນ ຢູ່ລາວ 700.000 ເທື່ອຄົນ ແລະ ຢູ່ ຈີນ 5,87 ລ້ານເທື່ອຄົນ; ການຂົນສົ່ງສິນຄ້າທັງໝົດ 7,17 ລ້ານໂຕນ, ໃນນັ້ນ ມີສິນຄ້າຂ້າມຊາຍແດນ 1,28 ລ້ານໂຕນ, ການຂົນສົ່ງສິນຄ້າ ຂ້າມຊາຍແດນ ຂອງທາງລົດໄຟ ໄດ້ກວມເອົາປະເທດລາວ, ຈີນ, ໄທ, ມຽນມາ, ມາເລເຊຍ, ກໍາປູເຈຍ, ສິງກະໂປ ແລະ ຫລາຍກວ່າ 10 ປະເທດ ແລະ ພາກພື້ນ. ຜ່ານພູເຂົາ, ຂ້າມແມ່ນໍ້າ ແລະ ທະເລ, ການເປີດເສັ້ນທາງ ລົດໄຟລາວ-ຈີນ ໄດ້ສ້າງຂົວຕໍ່ ທີ່ມີຜົນປະ ໂຫຍດຮ່ວມກັນ ເພື່ອເປີດກວ້າງ ການຮ່ວມມືພາກພື້ນ ແຫລມອິນດູຈີນ. ໃນປັດຈຸບັນ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຂອງທາງລົດໄຟລາວ-ຈີນ ເປັນການຮ່ວມກັນ ສົ່ງເສີມຄວາມຈະເລີນ ຮຸ່ງເຮືອງ ແລະ ການພັດທະນາ ເສດຖະກິດ-ການຄ້າສາກົນ, ໄດ້ກາຍເປັນເສັ້ນທາງທອງຄໍາ ເພື່ອຊຸກຍູ້ການພັດທະນາ ຂອງແຫລມອິນດູຈີນ.
*ບົດຄວາມຈາກໜັງສືພິມ ຢຸນນານ ຂອງຈີນ
KPL