ເຜີຍແຜ່ການປະຕິບັດວຽກງານພົວພັນຄົນ ເຊື້ອຊາດລາວຢູ່ຕ່າງປະເທດ ຢູ່ 4 ແຂວງພາກໃຕ້

22/09/2022 16:25
Email Print 809
ຂປລ ຂປລ. ໃນວັນທີ 21 ກັນຍາ 2022 ນີ້, ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຈັດກອງປະຊຸມເຜີຍແຜ່, ການຈັດຕັ້ງປະຕິບັດ ວຽກງານພົວພັນຄົນເຊື້ອ ຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 4 ແຂວງພາກໃຕ້ ຄື: ​ແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ​ແຂວງອັດຕະປື ຢູ່ຫ້ອງວ່າການປົກຄອງແຂວງຈໍາປາສັກ

ຂປລ. ໃນວັນທີ 21 ກັນຍາ 2022 ນີ້, ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຈັດກອງປະຊຸມເຜີຍແຜ່, ການຈັດຕັ້ງປະຕິບັດ ວຽກງານພົວພັນຄົນເຊື້ອ ຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 4 ແຂວງພາກໃຕ້ ຄື: ​ແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ​ແຂວງອັດຕະປື ຢູ່ຫ້ອງວ່າການປົກຄອງແຂວງຈໍາປາສັກ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ທັງ​ນີ້ ກໍ​ເພື່ອ ​ແນໃສ່ໃຫ້ທຸກຂະແໜງການ ທີ່ກ່ຽວຂ້ອງແຕ່ສູນກາງ ເຖິງທ້ອງຖິ່ນໃນຂອບເຂດທົ່ວປະເທດ ມີຄວາມເຂົ້າໃຈຕໍ່ແນວທາງ ອັນສະເໝີຕົ້ນສະເໝີປາຍ ຂອງພັກ-ລັດເຮົາ, ຕໍ່ວຽກ ງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.

ພ້ອມດຽວກັນນີ້, ກອງປະຊຸມຍັງເຜີຍແຜ່ ດໍາລັດວ່າດ້ວຍ ການອອກວີຊາ ແລະ ການກໍານົດເວລາພັກເຊົາ ຢູ່ ສປປ ລາວ, ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ດໍາລັດວ່າດ້ວຍການຂໍຢູ່ ສປປ ລາວ ຢ່າງຖາວອນຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະ ຄົນບໍ່ມີສັນຊາດ, ດໍາລັດວ່າດ້ວຍການແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນພາລະບົດບາດ ຂອງຄະນະກໍາມະການ ພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ແລະ ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ນໍາອີກດ້ວຍ.

ໃນໂອກາດດັ່ງກ່າວ, ກະຊວງການຕ່າງປະເທດ ກໍໄດ້ມອບອຸປະກອນ ການແພດປ້ອງກັນໂຄວິດ-19 ໃຫ້ແກ່ແຂວງຈຳປາສັກ, ຕາງໜ້າມອບໂດຍທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຮັບໂດຍທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈຳປາສັກ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

ads
ads

Top