ຂປລ
ຂປລ.ເມື່ອບໍ່ດົນມານີ້, ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບ 73 ບ້ານເປົ້າໝາຍ ທີ່ມີກຸ່ມພັດທະນາເດັກໃນຊຸມຊົນ
ຂປລ.ເມື່ອບໍ່ດົນມານີ້, ກົມການສຶກສາກ່ອນໄວຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບ 73 ບ້ານເປົ້າໝາຍ ທີ່ມີກຸ່ມພັດທະນາເດັກໃນຊຸມຊົນ ເພື່ອໃຫ້ມີຄວາມເປັນເອກະພາບ ໃນການກໍານົດຫົວຂໍ້, ເນື້ອໃນ, ໂຄງຮ່າງໃນການຂຽນ ຄູ່ມືແນະນໍາ ວິທີການດໍາເນີນການອົບຮົມ ໃຫ້ຜູ້ດູແລເດັກ ແລະ ວາງແຜນ ເພື່ອແບ່ງໜ້າທີ່ ຄວາມຮັບຜິດຊອບ ໃຫ້ຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງ ນຳໄປ ຝຶກອົບຮົມ ໃຫ້ຜູ້ດູແລເດັກ ໃນບ້ານເປົ້າໝາຍ ຂອງໂຄງການຢ່າງມີປະສິດທິຜົນ.
ທ່ານ ນາງ ສີພາພອນ ມະນີວັນ ຮັກສາການຫົວໜ້າ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ອີງຕາມແຜນ ຍຸດທະສາດ ໃນການຂະຫຍາຍໂອກາດ ດ້ານການຮຽນຢ່າງເທົ່າທຽມກັນ ແລະ ມີຄຸນນະພາບ ຂອງຂະແໜງການສຶກສາ ໃນຂອບເຂດທົ່ວປະເທດ ແລະ ແຜນປະຕິບັດ ກິດຈະກຳ ຂອງໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ກຸ່ມພັດທະນາ ເດັກໃນຊຸມຊົນ ປະຈຳປີ 2022, ກົມການສຶກສາ ກ່ອນໄວຮຽນ ໂດຍສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ຈາກຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ພາຍໃນບ້ານເປົ້າໝາຍ ຂອງໂຄງການ ໄດ້ສຳເລັດການລົງ ຕິດຕາມຊຸກຍູ້, ຊ່ວຍເຫລືອ ການຈັດຕັ້ງປະຕິບັດ ກຸ່ມພັດທະນາເດັກ ໃນຊຸມຊົນ ໃນ 6 ເມືອງ 4 ແຂວງ 12 ບ້ານເປົ້າໝາຍ ຂອງໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ. ອີງຕາມບົດລາຍງານ ຂອງຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດ ກຸ່ມພັດທະນາເດັກ ໃນຊຸມຊົນ ເຫັນວ່າໃນ ໄລຍະຜ່ານມາ ການຈັດການສອນ ຂອງຜູ້ດູແລເດັກ ຍັງບໍ່ທັນເປັນປົກກະຕິດີ ຍ້ອນການລະບາດ ຂອງພະຍາດ ໂຄວິດ-19 ຢູ່ທົ່ວໂລກ ກໍຄື ສປປ ລາວ ເຮັດໃຫ້ການຈັດການຮຽນ ການສອນຂອງສະຖານ ການສຶກສາກ່ອນໄວຮຽນ ຕ້ອງໄດ້ຖືກໂຈະ ຊົ່ວຄາວ.
ຕໍ່ກັບຜົນກະທົບດັ່ງກ່າວ, ເຮັດໃຫ້ຜູ້ດູແລເດັກ ບໍ່ໄດ້ຈັດການຮຽນ-ການສອນ ຢ່າງຕໍ່ເນື່ອງ, ອີກຢ່າງຜູ້ດູແລເດັກ ກໍມີການປ່ຽນແທນຄົນໃໝ່. ສະນັ້ນ, ເພື່ອເຮັດໃຫ້ເຂົາເຈົ້າ ໄດ້ທົບທວນຄືນ ບົດຮຽນທີ່ໄດ້ຮັບການຝຶກອົບຮົມ ລວມທັງສິ່ງທີ່ເຂົາເຈົ້າ ປະຕິບັດຍັງບໍ່ທັນໄດ້ດີ ໃນໄລຍະຜ່ານມາ ຈຶ່ງຈຳເປັນຕ້ອງໄດ້ຮັບ ການຝຶກອົບຮົມຄືນໃໝ່.
ໜັງສືພິມສຶກສາກິລາ
KPL