ຫລັກສູດພາສາລາວ ຊັ້ນ ປ4 ປັບປຸງໃໝ່ ເລີ່ມການຮຽນ-ການສອນ ໃນເດືອນກັນຍານີ້

06/09/2022 13:36
Email Print 1122
ຂປລ ຂປລ. ເພື່ອເປັນການສະເຫລີມສະຫລອງ ວັນລົບລ້າງການກືກ ໜັງສືສາກົນ ໃນວັນທີ 8 ເດືອນ ກັນຍາ ທີ່ຈະມາເຖິງນີ້ ພ້ອມທັງວຽກງານ ຂອງນັກພັດທະນາ ຫລັກສູດວິຊາພາສາລາວ ໂດຍສະເພາະຫລັກສູດ ຊັ້ນປະຖົມສະບັບປັບປຸງໃໝ່ ຈາກກະຊວງ​ສຶກສາ​ທິການ ​ແລະ ກິລາ ​(ສສກ)

ຂປລ. ເພື່ອເປັນການສະເຫລີມສະຫລອງ ວັນລົບລ້າງການກືກ ໜັງສືສາກົນ ໃນວັນທີ 8 ເດືອນ ກັນຍາ ທີ່ຈະມາເຖິງນີ້ ພ້ອມທັງວຽກງານ ຂອງນັກພັດທະນາ ຫລັກສູດວິຊາພາສາລາວ ໂດຍສະເພາະຫລັກສູດ ຊັ້ນປະຖົມສະບັບປັບປຸງໃໝ່ ຈາກກະຊວງ​ສຶກສາ​ທິການ ​ແລະ ກິລາ ​(ສສກ) ເຊິ່ງ​ໄດ້ຮັບ​ ການ​ສະໜັບສະໜູນ ​ຈາກ​ລັດຖະບານ ອົດ​ສະ​ຕຣາ​ລີ ​ແມ່ນໄດ້ເລີ່ມນຳໃຊ້ ຢ່າງຕໍ່ເນື່ອງເຂົ້າໃນ ໂຮງຮຽນໃນແຕ່ລະປີນັບແຕ່ປີ 2019 ເປັນຕົ້ນມາ. ໃນຂະນະທີ່ ການ​ປະຕິບັດຫລັກສູດ ວິຊາພາສາລາວ ຊັ້ນ ປ4 ສະບັບປັບປຸງໃໝ່ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນເດືອນກັນຍານີ້ ໃນຂອບເຂດທົ່ວປະເທດ.

ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮ່ວມມືກັບ ລັດຖະບານ ອົດສະຕຣາລີ ໂດຍຜ່ານ ແຜນງານບີຄວາ, ສົ່ງເສີມການປັບປຸງ ຜົນການຮຽນໃຫ້ແກ່ ເດັກຍິງ ແລະ ເດັກຊາຍ ໃນເກນອາຍຸ ເຂົ້າຮຽນຊັ້ນປະຖົມ ໂດຍສະເພາະ ເດັກທີ່ດ້ອຍໂອກາດ. ພ້ອມ​ກັນ​ນັ້ນ, ທັງສອງພາກສ່ວນ ພວມພັດທະນາ​ ຫລັກສູດ​ ປະຖົມ​ສະບັບປັບປຸງ​ໃໝ່ ​ແລະ ຝຶກ​ອົບຮົມ​ຄູ​ປະຖົມ ​ໃນ​ການ​ສອນ​ແບບ ​ປະຕິບັດຕົວຈິງ ​ໂດຍເນັ້ນໃສ່ ການ​ສ້າງ​ທັກ​ສະ​ ການ​ຮູ້​ໜັງສື​ຂອງ​ເດັກ. ສຳລັບຫລັກສູດ ພາສາລາວ ຊັ້ນ ປ4 ນີ້ ຈະສົ່ງເສີມໃຫ້ນັກຮຽນ ໄດ້ພັດທະນາ ທັກສະພາສາລາວ ໃນດ້ານການຟັງ, ເວົ້າ, ອ່ານ ແລະ ຂຽນ ໂດຍຜ່ານວິທີການຮຽນ ແບບປະຕິບັດຕົວຈິງ.

ມາຮອດປັດຈຸບັນ, ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາ ແລະ ແຈກຢາຍປຶ້ມແບບ ຮຽນ ວິຊາພາສາລາວ ຊັ້ນ ປ1, 2, 3 ແລະ 4 ສະບັບປັບປຸງໃໝ່ ໃຫ້ແກ່ນັກຮຽນ ຈຳນວນ 490.937 ຄົນ, ຄູສອນ ແລະ ຜູ້ອຳນວຍການທີ່ສອນນຳ ຈຳນວນ 27.267 ຄົນ. ນອກຈາກນີ້, ຄູສອນຊັ້ນ ປ1 ແລະ 2 ຍັງໄດ້ຮັບຊຸດປຶ້ມອ່ານເສີມ ແລະ ປຶ້ມນິທານນຳອີກ ເພື່ອປັບປຸງການປະຕິບັດ ການສອນຂອງພວກເຂົາ ແລະ ເພື່ອເປັນການ ກະຕຸ້ນ ຈິນຕະນາການ ແລະ ການພັດທະນາ ດ້ານພາສາ ພ້ອມທັງເພີ່ມຄວາມຮູ້ ແລະ ສາມາດສົ່ງເສີມ ຄວາມຄິດຂອງເດັກນ້ອຍ ກ່ຽວກັບວິທີການ ຈັດການກັບບັນຫາ ທີ່ພວກເຂົາກໍາລັງປະເຊີນຢູ່.

ລັດຖະບານ ອົດສະຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຜ່ານແຜນງານບີຄວາ ເພື່ອປັບປຸງການຮູ້ໜັງສື ໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ ຂອງເດັກຍິງ ແລະ ເດັກຊາຍທຸກຄົນໃນ ສປປ ລາວ.


KPL

ຂ່າວອື່ນໆ

ads
ads

Top