ພະແນກສຶກສາທິການ ແລະ ກິລາ ນວ ໄຂສົກຮຽນໃໝ່ ພ້ອມສະຫລຸບຜົນການຮຽນ ປີຜ່ານມາ

02/09/2022 14:17
Email Print 1108
ຂປລ ຂປລ. ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ 2022-2023 ແລະ ສະຫລຸບຜົນການຈັດຕັ້ງ ປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳສົກຮຽນ 2021-2022 ແລະ ແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳ ສົກຮຽນໃໝ່ 2022-2023

ຂປລ. ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ 2022-2023 ແລະ ສະຫລຸບຜົນການຈັດຕັ້ງ ປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳສົກຮຽນ 2021-2022 ແລະ ແຜນພັດທະນາ ການສຶກສາ ແລະ ກິລາ ປະຈຳ ສົກຮຽນໃໝ່ 2022-2023 ໃນວັນທີ 2 ກັນຍາ 2022 ໂດຍມີທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງຫົວໜ້າສະພາ ນະຄອນຫລວງວຽງຈັນ, ມີຫົວໜ້າກົມສາມັນ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ ເຂົ້າຮ່ວມ.

 

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ:  ໃນສົກຮຽນ 2021-2022 ຜ່ານມາ, ວຽກງານການສຶກສາ ໄດ້ມີການຂະຫຍາຍຕົວ ດ້ານປະລິມານ ແລະ ຄຸນນະພາບ, ຈໍານວນໂຮງຮຽນ, ຫ້ອງຮຽນ, ຄູສອນ ແລະ ນັກຮຽນ ມີຈຳນວນເພີ່ມຂຶ້ນ; ການສຶກສາໄດ້ຮັບ ການພັດທະນາ ຄົບຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ໄດ້ຂະຫຍາຍຕາໜ່າງ ໄປສູ່ທ້ອງຖິ່ນ, ເຂດຊົນນະບົດຫ່າງໄກ ແລະ ມີຫລາຍໂຄງການ ໄດ້ນຳໄປຈັດຕັ້ງປະຕິບັດ ຢູ່ບັນດາເມືອງ, ບ້ານ ແລະ ກຸ່ມບ້ານພັດທະນາ ເປັນຕົ້ນ ການຂະຫຍາຍ ໂຮງຮຽນອະນຸບານ ຫລື ຫ້ອງກຽມປະຖົມ ເຊິ່ງເຮັດໃຫ້ຈຳນວນໂຮງຮຽນ, ສະຖານທີ່ຮຽນ, ຫ້ອງຮຽນໄດ້ເພີ່ມຂຶ້ນ ແລະ ໄດ້ເປັນເງື່ອນໄຂໃຫ້ແກ່ ປະຊາກອນໃນແຕ່ລະກຸ່ມເປົ້າໝາຍ ມີໂອ ກາດໄດ້ຮັບ ການສຶກສາຫລາຍຂຶ້ນ, ສົກຮຽນ 2021-2022 ຜ່ານມາ ທົ່ວນະຄອນຫລວງວຽງຈັນ ມີໂຮງຮຽນພາກລັດ ແລະ ເອກະຊົນທັງໝົດ 1.100 ແຫ່ງ, ມີນັກຮຽນທັງໝົດ 189.097 ຄົນ, ຍິງ 93.459 ຄົນ, ໃນນັ້ນມີໂຮງຮຽນລ້ຽງເດັກ ແລະ ອະນຸບານ 368 ແຫ່ງ, ໂຮງຮຽນປະຖົມມີ 545 ແຫ່ງ, ໂຮງຮຽນມັດທະຍົມ 187 ແຫ່ງ, ຫລຸດລົງ 1 ແຫ່ງ (ໃນນີ້ລວມທັງໂຮງຮຽນສົງ 6 ແຫ່ງ).

ທ່ານ ສົມພອນ ສອນດາລາ ຍັງໃຫ້ຮູ້ອີກວ່າ: ອັດຕາເຂົ້າຮຽນຂອງເດັກ ອາຍຸ 5 ປີ ປະຕິບັດໄດ້ 82.94%, ທຽບໃສ່ສົກຮຽນ ຜ່ານມາຫລຸດລົງ 15.85% (ຄາດໝາຍ 98.5%); ອັດຕາການປະລະການຮຽນ ຂອງນັກຮຽນ ປ1 ປະຕິບັດໄດ້ 7,53% ທຽບໃສ່ສົກຮຽນຜ່ານມາ ເພີ່ມຂຶ້ນ 4.36% (ຄາດໝາຍ3%); ອັດຕາການປະລະຊັ້ນ ປະຖົມສຶກສາ ປະຕິບັດໄດ້ 3.77% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 2.53% (ຄາດໝາຍ 1.2%). ສຳລັບອັດຕາການປະລະ ຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 99.2% ທຽບ ໃສ່ສົກຮຽນຜ່ານມາເທົ່າເດີມ 99.2% (ຄາດໝາຍ 100%); ສ່ວນອັດຕາການປະລະຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ 4.86% ທຽບໃສ່ສົກຮຽນຜ່ານມາຫລຸດລົງ 0.05% (ຄາດໝາຍ 4%)

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top