ລາວເປັນເຈົ້າພາບແຂ່ງຂັນປິ່ງປ່ອງຊີງເແຊັມເຍົາວະຊົນອາຊີຄັ້ງທີ26

02/09/2022 13:23
Email Print 625
ຂປລ ການແຂ່ງຂັນປິ່ງປ່ອງຊີງແຊັມເຍົາວະຊົນ-ໄວໜຸ່ມອາຊີຄັ້ງທີ 26 ທີ່ ສປປລາວ ຮັບກຽດເປັນເຈົ້າພາບ ໄຂຂຶ້ນໃນວັນ1-6ກັນຍາ2022,ທີ່ນະຄອນຫລວງວຽງຈັນ ໂດຍມີນັກກີລາຈາກ17 ປະເທດ ແລະ ເຂດແຄວ້ນ 165 ຄົນ ເຂົ້າຮ່ວມຊີງໄຊ ໃນ11ລາຍການ.

ການແຂ່ງຂັນປິ່ງປ່ອງຊີງແຊັມເຍົາວະຊົນ-ໄວໜຸ່ມອາຊີຄັ້ງທີ 26 ທີ່ ສປປລາວ ຮັບກຽດເປັນເຈົ້າພາບ ໄຂຂຶ້ນໃນວັນ1-6ກັນຍາ2022,ທີ່ນະຄອນຫລວງວຽງຈັນ ໂດຍມີນັກກີລາຈາກ17 ປະເທດ ແລະ ເຂດແຄວ້ນ 165 ຄົນ ເຂົ້າຮ່ວມຊີງໄຊ ໃນ11ລາຍການ. ຂະນະທີ່ ສປປ ລາວ ເຈົ້າພາບມີນັກກີລາ ເຂົ້າຮ່ວມແຂ່ງຂັນ16ຄົນ.

ການແຂ່ງຂັນກີລາປິ່ງປ່ອງຊີງແຊັມອາຊີຄັ້ງທີ26, ຊີງໄຊທັງໝົດ11ລາຍການຄື: ລະດັບເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ, ມີ4ລາຍການປະເພດດ່ຽວຍິງ-ຊາຍ,ທີມຍິງ-ຊາຍ;ລະດັບໄວໜຸ່ມຮຸ່ນອາຍຸບໍ່ເກີນ19ປີມີ7ລາຍການປະເພດດ່ຽວຍິງ-ຊາຍ,ຄູ່ຍິງ-ຊາຍ,ຄູ່ປະສົມ ຍິງ-ຊາຍ. ໃນນີ້ສໍາລັບການແຂ່ງຂັນ17ປະເທດແລະເຂດແຄວ້ນທີ່ເຂົ້າຮ່ວມປະກອບມີ: ບາເຣນ, ບັງກລາເທດ, ສປຈີນ, ໄຊນິດໄທເປ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ກາຊັກສະຖານ, ມາເລເຊຍ, ເນປານ,    ກາຕາ, ສ.ເກົາຫລີ, ສິງກະໂປ, ໄທ, ອຸສະເບ ກິສະ ຖານ ແລະ ສປປ ລາວ.

ສະເພາະນັກກີລາລາວເຮົາໄດ້ບຸລິມະສິດພິເສດໃນນາມເຈົ້າພາບສາມາດສົ່ງນັກກີລາ ເຂົ້າການແຂ່ງຂັນທັງ ໝົດ 16 ຄົນໂດຍລົງແຂ່ງຂັນ 10 ຈາກ11ລາຍການ ທີ່ບັນຈຸການແຂ່ງຂັນ. ນອກຈາກນັກກີລາ ແລ້ວຍັງມີທີມງານ ກໍາມະການຕັດສີນ ພ້ອມດ້ວຍວິຊາ ການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ 100 ກວ່າຄົນຈາກຫຼາຍປະເທດ.

ສໍາລັບນັກກີລາທີ່ໄດ້ແຊັມ ແລະຮອງແຊັມປະເພດດ່ຽວຍິງ-ຊາຍຮຸ່ນອາຍຸບໍ່ເກີນ 15 ແລະ 19 ຈະໄດ້ສິດເຂົ້າການແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມຊີງແຊັມໂລກ( World Youth ).
ການແຂ່ງຂັນຈະດໍາເນີນໄປເປັນເວລາ6ວັນ, ແຕ່ວັນທີ1-6ກັນຍາ2022,ທີ່ສູນການຄ້າລາວໄອເຕັກມໍຊັ້ນ 7, ນະຄອນຫລວງວຽງຈັນເຂົ້າຊົມໂດຍບໍ່ເສຍຄ່າ.


ໂດຍ:ສ.ຄັດສະເບີດ

KPL

ຂ່າວອື່ນໆ

ads
ads

Top