ອິນໂດເນເຊຍ ຈະລົບລ້າງພະຍາດປາກເປື່ອຍ-ລົງເລັບ ພາຍໃນທ້າຍປີນີ້

12/08/2022 15:50
Email Print 299
ຂປລ ອິນ​ໂດ​ເນ​ເຊຍ​ ໄດ້​ວາງ ​ເປົ້າ​ໝາຍ ​ລົບ​ລ້າງ ​ພະຍາດ​ ປາກ​ເປື່ອຍ-ລົງ​ເລັບ ​ໃຫ້​ສູນ​ຫາຍ ​ໃນ​ທ້າຍ​ປີ​ນີ້. ຂະນະ​ທີ່ ການ​ສັກ​ວັກ​ຊິນ ​ໃຫ້ສັດ ລ້ຽງ ຫລາຍຂຶ້ນ ​ແລະ ຈຳນວນ​ສັດ ຕິດ​ເຊື້ອ​ ພະຍາດ ​ດັ່ງກ່າວ ​ຫລຸດ​ລົງ

ຂປລ.ຕາມ​ຂ່າວ​ຈາກ​ ຊິນ​ຮວາ,​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານວິ​ກູ ອາ​ດີ​ສາມິ​ໂຕ (Viku Adisasmito), ​ໂຄສົກ ​ລັດຖະບານ​ ອິນ​ໂດ​ເນ​ເຊຍ ​ ດ້ານ​ການ​ຮັບ​ມື ພະຍາດ​ ປາກ​ເປື່ອຍ-ລົງ​ເລັບ (FMD)​ ເປີດ​ເຜີຍ​ວ່າ:ອິນ​ໂດ​ເນ​ເຊຍ​ ໄດ້​ວາງ ​ເປົ້າ​ໝາຍ ​ລົບ​ລ້າງ ​ພະຍາດ​ ປາກ​ເປື່ອຍ-ລົງ​ເລັບ ​ໃຫ້​ສູນ​ຫາຍ ​ໃນ​ທ້າຍ​ປີ​ນີ້. ຂະນະ​ທີ່ ການ​ສັກ​ວັກ​ຊິນ ​ໃຫ້ສັດ ລ້ຽງ ຫລາຍຂຶ້ນ ​ແລະ ຈຳນວນ​ສັດ ຕິດ​ເຊື້ອ​ ພະຍາດ ​ດັ່ງກ່າວ ​ຫລຸດ​ລົງ ຫລັງ​ຈາກ ​ມີ​ສັດລ້ຽງ ​ໄດ້​ຮັບ ​ວັກ​ຊິນ ປ້ອງ​ກັນ​ແລ້ວ​ ເກືອບ 1,3 ລ້ານ​ໂຕ ​ໃນ 6​ແຂວງ ລວມມີ​ເກາະ​ ບາ​ລີ(Bali), ໝູ່​ເກາະ ຣີ​ເຍົາ(Riau), ຈາ​ກາ​ຕາ(Jakarta)ແລະ ກາລີ​ມັນ​ຕັນ​ໃຕ້ (South Kalimantan) ບໍ່ມີລາຍງານ ກໍລະນີ ສັດລ້ຽງ ຕິດ​ເຊື້ອ ເພີ່ມອີກ.ຂໍ້​ມູນ​ຈາກ ​ຄະນະ​ ປະຕິບັດ​ງານ ​ຕ້ານ​ພະຍາດ ​ປາກ​​ເປື່ອຍ-ລົງ​ເລັບ​ ລະບຸ​ວ່າ: ມີ24​ແຂວງ​ ຈາກ 37​ແຂວງ​ ໄດ້​ລາຍ​ງານ ​ການ​ກວດ​ພົບ​ ພະຍາດ ​ດັ່ງກ່າວເມື່ອນັບ ມາຮອດ ວັນ ທີ 9 ສິງຫາ ທີ່​ຜ່ານ​ມາ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top