ອີຣານ ຢຶດກຳປັ່ນລັກລອບນຳເຂົ້ານ້ຳມັນເຊື້ອໄຟແບບຜິດກົດໝາຍ

12/08/2022 15:49
Email Print 266
ຂປລ ກອງທັບເຮືອ ຂອງອີຣານ ໄດ້ຢຶດ ກຳປັ່ນ ຂົນສົ່ງ ນ້ຳມັນ ​ເຊື້ອ​ໄຟ ຫລາຍ ກວ່າ 277.000 ລິດ ໃນເຂດ ນ່ານນ້ຳ ພາກໃຕ້ ຂອງປະເທດ

ຂປລ.ຕາມ​ຂ່າວ​ຈາກ​ ຊິນ​ຮວາ, ​ເມື່ອ​ບໍ່​ດົນ​ມາ​ນີ້, ກອງທັບເຮືອ ຂອງອີຣານ ໄດ້ຢຶດ ກຳປັ່ນ ຂົນສົ່ງ ນ້ຳມັນ ​ເຊື້ອ​ໄຟ ຫລາຍ ກວ່າ 277.000 ລິດ ໃນເຂດ ນ່ານນ້ຳ ພາກໃຕ້ ຂອງປະເທດ ພ້ອມ​ທັງ​ ຈັບ​ຕົວ ຜູ້​ຕ້ອງ​ສົງ​ໄສ​ 12ຄົນ ​ແລະ​ ຢູ່​ລະຫວ່າງ ​ການ​ດຳ​ເນີນ​ການ​ ທາງ​ກົດ​ໝາຍ ຊຶ່ງມູນ​ຄ່າ​ ນ້ຳມັນ​ ເຊື້ອ​ໄຟ​ ທີ່ຢຶດ​ໄດ້ ​ປະມານ 200.000 ​ໂດ​ລາ​ ສະຫະລັດ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top