ຂະແໜງການຜະລິດໃນກຳປູເຈຍ ສ້າງລາຍຮັບ7,57ຕື້ໂດລາສະຫະລັດ

12/08/2022 15:15
Email Print 319
ຂປລ ຜົນ​ຜະລິດ ​ຂອງ​ຂະ​ແໜງ​ ການ​ຜະລິດ​ ຂອງ​ກຳປູ​ເຈຍ ​ໃນ6​ເດືອນ ​ຕົ້ນປີ​ນີ້​ ບັນລຸ 7,57 ຕື້​ໂດ​ລາ​ ສະຫະລັດ ເພີ່ມ​ຂຶ້ນ 75% ເມື່ອ​ທຽບ​ໃສ່​ ປີ​ກາຍ.

ຂປລ.ຕາມ​ຂ່າວ​ຈາກ​ ຊິນ​ຮວາ,ວັນ​ທີ11​ ສິງຫານີ້, ທ່ານ ​ເຮັງ​ ຊົກ ​ກຸງ (Heng Sok Kung), ລັດຖະມົນຕີ ​ວ່າການ ​ກະຊວງ ​ການ​ຕ່າງປະ​ເທດ ​ແລະ ​ໂຄສົກ ​ກະຊວງ ​ອຸດສາຫະກຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ​ ຂອງກຳປູ​ເຈຍ​ ເປີດ​ເຜີຍ​ວ່າ:ຜົນ​ຜະລິດ ​ຂອງ​ຂະ​ແໜງ​ ການ​ຜະລິດ ​ຂອງ​ກຳປູ​ເຈຍ ​ໃນ6​ເດືອນ ​ຕົ້ນປີ​ນີ້​ ບັນລຸ7,57ຕື້​ໂດ​ລາ​ ສະຫະລັດເພີ່ມ​ຂຶ້ນ 75%ເມື່ອ​ທຽບ​ໃສ່​ ປີ​ກາຍ.ໃນ​ລະ​ຫວ່າງ​ ເດືອນ​ມັງ​ກອນ ​ຫາ​ເດືອນ ​ມິ​ຖຸ​ນາ​ ມູນ​ຄ່າ ​ທັງ​ຫມົດ 5,26ຕື້ໂດ​ລາ​ ສະຫະລັດ ໃນ​ຂະ​ນະ​ທີ່​ ຍອດ​ການຈຳໜ່າຍ ​ຜະ​ລິດ​ຕະ​ພັນ​ ໃນ​ຕະ​ຫລາດ​ ພາຍ​ໃນ​ປະ​ເທດ ລວມ​ທັງ​ໝົດ 2,31ຕື້​ໂດ​ລາ​ ກາຍ​ເປັນ​ຈຸດ​ແຂງ ​ໃນ​ການ​ສົ່ງ​ເສີມ​ ຍອດ​ຜະລິດ ​ຕະພັນ​ ພາຍ​ໃນ ​ປະ​ເທດ (GDP) ຂະຫຍາຍຕົວ 39,9% ​ແລະ ສ້າງ​ວຽກ​ເຮັດ​ ງານ​ທຳ​ເຖິງ1,04 ລ້ານ​ຕຳ​ແໜ່​ງ​ ໃນ​ປີ​ນີ້.ຂະນະ​ທີ່ ​ໂຮງງານ​ ຜະລິດ ​ໃນ​ກຳປູ​ເຈຍ ທັງ​ໝົດ1.947​ແຫ່ງ ມີ​ປະມານ 1.100​ແຫ່ງ ​ເປັນ​ໂຮງງານ ​ຜະລິດ ​ເຄື່ອງນຸ່ງ, ເກີບ​ໜັງ ​ແລະ​ ສິນຄ້າ​ ສຳລັບ​ ການ​ເດີນທາງ.ສ່ວນທີ່ເຫລືອ ແມ່ນໂຮງງານ ອາຫານ-ເຄື່ອງດື່ມ,​ໂຮງງານ ປະກອບລົດ, ​ໂຮງງານ ຊີມັງ, ​ໂຮງງານ ເອເລັກໂຕຣນິກ ແລະ ໂຮງງານ ຜະລິດຢາ ​ເປັນຕົ້ນ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top