ຈີນ ສືບຕໍ່ໂຄງການກໍ່ສ້າງການຂົນສົ່ງໃຕ້ດິນຂະໜາດໃຫຍ່ໃນອາຊີ

12/08/2022 14:37
Email Print 256
ຂປລ ຈີນ​ ສືບ​ຕໍ່​ໂຄງການ​ກໍ່ສ້າງ ​ເພື່ອ​ການ​ຂົນ​ສົ່ງ​ທາງ​ໃຕ້​ດິນ ຂະໜາດ​ໃຫຍ່​ທີ່​ສຸດ ​ໃນ​ອາຊີ ​ໂດຍ​ປັດຈຸບັນ ​ເລີ່​ມຕົ້ນວຽກ​ກໍ່ສ້າງ ພື້ນ​ທີ່​ຫລັກ ຫລັງ​ອາຄານ ​ສະຖານີ​ແລ້ວ

ຂປລ.ຕາມ​ຂ່າວ​ຈາກ ​ຊິນ​ຮວາ,ວັນ​ທີ12 ​ສິງຫາ​ນີ້,ຈີນ​ ສືບ​ຕໍ່​ໂຄງການ​ກໍ່ສ້າງ ​ເພື່ອ​ການ​ຂົນ​ສົ່ງ​ທາງ​ໃຕ້​ດິນ ຂະໜາດ​ໃຫຍ່​ທີ່​ສຸດ ​ໃນ​ອາຊີ ​ໂດຍ​ປັດຈຸບັນ ​ເລີ່​ມຕົ້ນວຽກ​ກໍ່ສ້າງ ພື້ນ​ທີ່​ຫລັກ ຫລັງ​ອາຄານ ​ສະຖານີ​ແລ້ວ ບໍລິສັດ ກໍ່ສ້າງ ທາງລົດໄຟຈີນ ຈໍາກັດ (CRCC)​ເປັນ​ໜຶ່ງ ໃນຜູ້ພັດທະນາ ໂຄງການຂ້າງເທິງ ​ເປີດ​ເຜີຍ​ວ່າ:ໜ່ວຍ​ງານ ​ວິ​ສະ​ວະ​ກອນ​ ໄດ້​ເລີ່ມ​ເຮັດ​ວຽກ​ ກ່ຽວ​ກັບ​ ໂຄງ​ສ້າງ​ ຂະ​ໜາດ​ໃຫຍ່​ ຂອງ​ສູນ​ການ​ ຂົນ​ສົ່ງ​ ຄົບ​ວົງ​ຈອນ ​​ໃນ​ເຂດ ຖົງ​ໂຈ​ວ(Tongzhou) ທີ່​ເປັນ​ສູນ​ກາງ​ຍ່ອຍ ທາງ​ຕາ​ເວັນ​ອອກ​ຂອງ​ປັກ​ກິ່ງ.ການກໍ່ສ້າງ ​ເພື່ອການຂົນສົ່ງ ໃຕ້ດິນຂະຫນາດ 1,28 ລ້ານຕາແມັດມີ​ໂຄງ​ສ້າງ​ ຊັ້ນ​ໃຕ້​ດິນ ​ແບບ 3ຊັ້ນຖື​ເປັນ​ອີກ​ໜຶ່ງ ​ໂຄງ​ການ ຂະໜາດ​ໃຫຍ່ ​ຂອງ​ປັກ​ກິ່ງຖັດຈາກ ສະໜາມບິນ ສາກົນ ປັກກິ່ງ ຕ້າ​ຊີງ(Daxing).​ໂຄງການ​ດັ່ງກ່າວ ມີ​ກຳນົດ​ ເປີດ​ການສັນຈອນ ​ພາຍ​ໃນ​ ທ້າຍ​ປີ2024 ​ໂດຍ​ຈະ​ເຊື່ອມຕໍ່ ລະຫວ່າງ ພາກພື້ນ ແລະ ທາງລົດໄຟ ລະຫວ່າງເມືອງ ລວມທັງ ລົດໄຟໃຕ້ດິນ ອີກຫລາຍສາຍ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top