ຫ້ອງວ່າການສູນກາງພັກ ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ VII

11/08/2022 15:33
Email Print 898
ຂປລ ຂປລ. ໃນວັນທີ 10 ສິງຫາ 2022ນີ້, ອົງຄະນະພັກຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຫ້ອງວ່າສູນກາງພັກເປີດກວ້າງ ຄັ້ງທີ 4 ສະໄໝທີ VII ໂດຍການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກເລຂາທິການສູນກາງພັກ,

  ຂປລ. ໃນວັນທີ 10 ສິງຫາ 2022ນີ້, ອົງຄະນະພັກຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຫ້ອງວ່າສູນກາງພັກເປີດກວ້າງ ຄັ້ງທີ 4 ສະໄໝທີ VII ໂດຍການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາສະຫາຍ ຄະນະບໍລິຫານງານພັກ, ເລຂາໜ່ວຍພັກກົມ ແລະ ຫົວໜ້າສາມອົງການຈັດຕັ້ງມະຫາຊົນພາຍໃນ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.   ກອງປະຊຸມ ໄດ້ສະຫລຸບຕີລາຄາການນຳພາ-ຊີ້ນຳ ການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ຂອງຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ; ຮັບຟັງການລາຍງານຜົນການຕິດຕາມ ການດຳເນີນຊີວິດການເມືອງຂອງບັນດາໜ່ວຍພັກ ແລະ ຜົນການສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຫ້ອງວ່າການສູນກາງພັກ.  ໃນໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໃຫ້ບັນດາສະຫາຍ ຄະນະປະຈຳພັກ, ຄະນະພັກ, ເລຂາໜ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ສືບຕໍ່ນຳພາ-ຊີ້ນຳບັນຫາສຳຄັນ ເປັນຕົ້ນ: ຍົກສູງຄວາມຮັບຜິດຊອບຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຂົ້າໃຈເລິກເຊິ່ງ ແລະ ຍຶດໝັ້ນໃນແນວທາງການເມືອງ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ; ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ໃນແຕ່ລະໄລຍະ ດ້ວຍຄວາມເປັນເຈົ້າການກວ່າເກົ່າ ແລະ ບຸກທະລຸຫລາຍຂຶ້ນຕື່ມອີກ; ຖືເອົາການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນການສ້າງຂະບວນການແຂ່ງຂັນ ແລະ ກະຕຸກຊຸກຍູ້ການປະຕິບັດໜ້າທີ່ການເມືອງຂອງບັນດາໜ່ວຍພັກ ໂດຍວາງແຜນວຽກຈຸດສຸມ ໃນແຕ່ລະໄລຍະໃຫ້ລະອຽດ, ຈະແຈ້ງ ສ້າງໃຫ້ມີຜະລິດຕະພັນໃໝ່ ເພື່ອເປັນການວັດແທກຜົນງານ.
  ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຄະນະພັກ ຈົ່ງພ້ອມກັນເຊີດຊູມານະຈິດປະຕິວັດ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ກໍຄືການຈັ້ດຕັ້ງປະ ຕິບັດມະຕິຂອງກອງປະຊຸມໃຫຍ່ ຂອງບັນດາໜ່ວຍພັກວາງອອກ ໃຫ້ມີຜົນສຳເລັດຕາມຄາດໝາຍ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ 008. 009

 

KPL

ຂ່າວອື່ນໆ

ads
ads

Top