ຂປລ
ຂປລ. ໃນວັນທີ 11 ສິງຫາ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຕ້ອນຮັບທ່ານ ຊ໊ອດຈູ ຄີມ ຜູ້ຈັດການກົມຮ່ວມມືສາກົນ ໄອຊີທີ ອົງການຂໍ້ມູນ-ຂ່າວສານ ແຫ່ງ ສ ເກົາຫລີ
ຂປລ. ໃນວັນທີ 11 ສິງຫາ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຕ້ອນຮັບທ່ານ ຊ໊ອດຈູ ຄີມ ຜູ້ຈັດການກົມຮ່ວມມືສາກົນ ໄອຊີທີ ອົງການຂໍ້ມູນ-ຂ່າວສານ ແຫ່ງ ສ ເກົາຫລີ ພ້ອມດ້ວຍຄະນະ ເພື່ອປຶກສາຫາລື ແລກປ່ຽນຄຳເຫັນກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການພັດທະນາວຽກງານໄອຍະການປະຊາຊົນສູງສຸດ ສູ່ຄວາມທັນສະໄໝ ຫລື ເອີ້ນວ່າລະບົບດີຈີຕອນ. ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຊ໊ອດຈູ ຄີມ ທີ່ໄດ້ມາພົບປະ ແລະ ປຶກສາການລືກັນໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາຍພົວພັນລາວ-ສ ເກົາຫລີ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນໄປ. ພ້ອມນີ້, ທ່ານ ທ່ານ ຊ໊ອດຈູ ຄີມ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊຊະນະ ໂຄດພູທອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງຈຸດປະສົງຂອງມາເຮັດວຽກ ຢູ່ສປປ ລາວໃນຄັ້ງນີ້. ຂ່າວ-ພາບ ສົມຫວັງ
006, 007
KPL