ຍົກສູງບົດບາດວຽກງານວັນ ນະຄະດີ ແລະ ພິມຈຳໜ່າຍ

11/08/2022 15:12
Email Print 575
ຂປລ ຂປລ. ກອງປະຊຸມສຳມະນາ ຍົກສູງບົດບາດວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2022, ທີ່ຫໍສະໜຸດແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ນຳສະເໜີ 5 ຫົວຂໍ້ສຳຄັນ

                                                       

   ຂປລ. ກອງປະຊຸມສຳມະນາ ຍົກສູງບົດບາດວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2022, ທີ່ຫໍສະໜຸດແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ນຳສະເໜີ 5 ຫົວຂໍ້ສຳຄັນ ຄື: ຍົກສູງບົດບາດການຄຸ້ມຄອງວຽກງານວັນນະຄະດີ ແລະ ພິມຈຳໜ່າຍ, ສາຍພົວພັນລະຫວ່າງວັນນະ ຄະດີ ແລະ ພິມຈຳໜ່າຍ, ການພັດທະນາວຽກງານການພິມ, ການສົ່ງເສີມວຽກງານການຈັດພິມ ແລະ ຈຳໜ່າຍ, ການພັດທະນາ ແລະ ສົ່ງເສີມການອ່ານ.
   ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ-ວັດທະນະທຳ ກະຊວງຖະແຫລງຂ່າວ, ວັດ ທະນາທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ວຽກງານການພິມຈຳໜ່າຍ ໄດ້ກຳເນີດເກີດຂຶ້ນໃນວັນທີ 13 ສິງຫາ ປີ 1950 ເຊິ່ງແມ່ນມື້ສ້າງຕັ້ງໂຮງພິມລາວອິດສະຫລະ ໃນການພິມແມ່ນເລີ່ມຈາກການນຳໃຊ້ເຄື່ອງພິມແບບປະຖົມປະຖານ ຕໍ່ມາຈຶ່ງໄດ້ຮັບການພັດ ທະນາເປັນໄລຍະ ຈົນເຕີບໃຫຍ່ຂະຫຍາຍຕົວ ທັງທາງດ້ານປະລິມານ ແລະ ຄຸນນະພາບກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ.

ຂ່າວ ສົມຫວັງ

 ພາບ ຂັນໄຊ

 

KPL

ຂ່າວອື່ນໆ

ads
ads

Top