ກະຊວງ ຖວທ ກະກຽມດ້ານເນື້ອໃນ ການ ເປັນປະທານອາຊຽນຂອງສປປ ລາວ ໃນປີ 2024

11/08/2022 14:21
Email Print 710
ຂປລ ຂປລ. ໃນວັນທີ 11 ສິງຫາ 2022, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອກະກຽມຄວາມພ້ອມດ້ານເນື້ອໃນຕ່າງໆ ໃນການເປັນປະ ທານອາຊຽນ ຂອງສປປ ລາວ ໃນປີ 2024.

     ຂປລ. ໃນວັນທີ 11 ສິງຫາ 2022, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອກະກຽມຄວາມພ້ອມດ້ານເນື້ອໃນຕ່າງໆ ໃນການເປັນປະ ທານອາຊຽນ ຂອງສປປ ລາວ ໃນປີ 2024. ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຜູ້ຕ່າງບັນດາກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

 ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນ ເພື່ອປຶກສາຫາລື ກ່ຽວກັບບັນດາເນື້ອໃນຕ່າງໆ ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປັນປະທານອາ ຊຽນຂອງສປປ ລາວ ໃນປີ 2024  ໂດຍສະເພາະ ແມ່ນໃນຂົງເຂດວຽກງານ ເສົ້າຄໍ້າວັດທະນະ ທຳ ເຊິ່ງຜ່ານມາ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມອາຊຽນມາແລ້ວ 2 ຄັ້ງ ເຊິ່ງໄດ້ຮັບຜົນສໍາເລັດອັນໃຫຍ່ຫລວງ. ເຖິງຢ່າງໃດກໍຕາມ ການເປັນປະທານອາຊຽນຂອງສປປ ລາວ ໃນປີ 2024 ນີ້ ຍັງມີສິ່ງທ້າທ້າຍຫລາຍຢ່າງ ເປັນຕົ້ນສະພາບພາກພື້ນ ແລະ ສາກົນ ມີສະພາບສົບສົນ, ສະເພາະ ສປປ ລາວ ສະພາບເສດຖະກິດ ຍັງມີຄວາມຫຍຸ້ງຍາກ ແລະ ອື່ນໆ ຈຶ່ງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມ ແລະ ຄົ້ນຄ້ວາປະກອບຄຳຄິດຄຳເຫັນ ໃສ່ບັນດາເນື້ອໃນຕ່າງໆ ເພື່ອຮັບ ປະກັນໃຫ້ມີຄວາມຖືກຕ້ອງ ແລະ ສົມບູນທີ່ສຸດ.

  ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ ໄດ້ລາຍງານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ໜ່ວຍງານຊ່ວຍວຽກຂອງອະນຸກຳມະການ ໂຄສະ ນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ ເພື່ອກະກຽມຄວາມພ້ອມທຸກດ້ານ ໃນການເປັນປະທານອາຊຽນ ຂອງສປປ ລາວ ໃນປີ 2024 ເພື່ອເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ສົມທົບຢ່າງໃກ້ຊິດກັບ ອະນຸກຳມະການກອງເລຂາ ກ່ຽວກັບທຸກເອກະສານທີ່ຈະນໍາສະເໜີໃນວາ ລະກອງປະຊຸມ. ພ້ອມນັ້ນ, ກະຊວງ ຖວທ ຍັງຈະເປັນຈຸດປະສານງານ ລະຫວ່າງກະຊວງ ກັບ ພາຍນອກ ແລະ ພາຍໃນ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ກະກຽມວາລະ ແລະ ແຜນເຄື່ອນໄຫວລະອຽດຂອງບັນດາ ກອງປະຊຸມຕ່າງໆທີ່ກ່ຽວ ຂ້ອງ, ກະກຽມບົດປາໄສ ແລະ ບົດປະກອບຄຳເຫັນສຳລັບທ່ານປະທານປະເທດ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ(ຕາມວາລະກອງປະຊຸມ), ກະກຽມບົດອອກຂ່າວ, ບົດສະຫລຸບສັງລວມ ແລະ ບົດໃຫ້ສຳ ພາດຂ່າວ ກ່ຽວກັບການກະກຽມ ແລະ ຜົນສຳເລັດຂອງກອງປະຊຸມຕ່າງໆ, ທັງສະໜອງເນື້ອໃນ ແລະ ລາຍລະອຽດຕ່າງໆ ໃຫ້ແກ່ເວັບໄຊສ໌(Website) ປະທານອາຊຽນ. ນອກຈາກນີ້, ຍັງຕ້ອງປະສານສົມ ທົບກັບໜ່ວຍງານປະສານງານ ແລະ ກອງເລຂາ ໃນການກໍານົດ, ຕິດຕາມວຽກງານການສະ ແດງ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ສ້າງວີດີໂອສັ້ນກ່ຽວກັບ 10 ປະເທດອາຊຽນ, ພິເສດໃຫ້ສຳເລັດວີດີໂອສັ້ນກ່ຽວກັບສປປ ລາວ ໃນການເປັນປະທານອາຊຽນ ເພື່ອນຳໄປເຜີຍແຜ່ໃນເວລາ ສປປ ລາວ ຮັບເປັນປະທານອາຊຽນ ຈາກອິນໂດເນເຊຍ ໃນທ້າຍປີ 2023, ອອກແບບການສະແດງໃນພິທີ ເປີດ-ປິດ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງຕ່າງໆ.

  ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ຂອງທ່ານນາຍົກລັດຖະມົນ ຕີ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024; ຂໍ້ຕົກລົງຂອງທ່ານ ຮອງນາຍົກ ລັດ ຖະມົນຕີວ່າດ້ວຍການແຕ່ງຕັ້ງ ບັນດາອະນຸກຳມະການ ຮັບຜິດຊອບວຽກງານສະເພາະ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງໜ່ວຍງານຊ່ວຍວຽກຂອງ ອະນຸກຳມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວສານ, ລາຍງານຜົນຂອງກອງປະຊຸມ ປຶກສາຫາລື ເພື່ອກະກຽມຄວາມພ້ອມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ອື່ນໆໃຫ້ມີຜົນສຳເລັດ.

ຂ່າວ: ກິດຕາ

ພາບ: ໂອຄຳ

 

KPL

ຂ່າວອື່ນໆ

ads
ads

Top