ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຍົກລະດັບວຽກງານກວດກາ ແລະ ວຽກງານ 3 ດີ

10/08/2022 18:44
Email Print 878
ຂປລ ຂປລ.ວັນທີ 10 ສິງຫາ 2022, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດຝຶກອົບຮົມວຽກງານກວດກາ ແລະ ວຽກງານ 3 ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ເພື່ອຈັດຕັ້ງຜັນຂະຫຍາຍ ແຈ້ງການຂອງສູນກາງ ສະພັນແມ່ຍິງລາວ

ຂປລ.ວັນທີ 10 ສິງຫາ 2022, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຈັດຝຶກອົບຮົມວຽກງານກວດກາ ແລະ ວຽກງານ 3 ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ເພື່ອຈັດຕັ້ງຜັນຂະຫຍາຍ ແຈ້ງການຂອງສູນກາງ ສະພັນແມ່ຍິງລາວ ທີ່ໄດ້ແນະນໍາໃຫ້ສະມາຊິກ ສະຫະພັນແມ່ຍິງ ກະຊວງ-ອົງການ ພ້ອມກັນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ສົກປີ 2021-2025 ແລະ ເພື່ອຈັດຕັ້ງເຄື່ອນໄຫວ ວຽກງານກວດກາ ຂອງຄະນະກວດກາ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໃຫ້ບັນລຸຕາມເປົ້າໝາຍ ແລະ ມີຜົນສໍາເລັດ ຢ່າງຈົບງາມ.

ທ່ານ ນາງ ໄກມະນີ ອໍລະບູນ ຫົວໜ້າກົມກວດກາ, ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ກ່າວ່າ: ການຈັດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມທັງໝົດ ໄດ້ຮັບຟັງການບັນຍາຍ ໃນ 2 ຫົວຂໍ້ສໍາຄັນ ຄື: ວຽກງານກວດກາ, ການວາງແຜນ, ການດໍາເນີນການກວດກາ, ການສະຫລຸບລາຍງານ, ການແກ້ໄຂຜົນການກວດກາ  ແລະ ການເຄື່ອນໄຫວ ຂອງຄະນະກວດກາ; ການແນະນໍາການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ສົກປີ 2021-2025 ນຳສະເໜີໂດຍ ເຊິ່ງຜູ້ບັນຍາຍ ໄດ້ແນະນໍາ ແລະ ເນັ້ນໃຫ້ສະມາຊິກແມ່ຍິງ ກະຊວງການຕ່າງປະເທດ ມີຄວາມເຂົ້້າໃຈຢ່າງເລິກເຊິ່ງ ຕໍ່ວຽກງານກວດກາ ແລະ ວຽກງານ 3 ດີ ເພື່ອໃຫ້ມີຄວາມ ເປັນເອກະພາບກັນ ໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອພ້ອມກັນຮັກສາ ນາມມະຍົດທຸງໄຊ 3 ດີ ເປັນສະໄໝທີ III ຂອງ ສະຫະພັນແມ່ຍິງກະຊວງ ການຕ່າງປະເທດ ໃຫ້ສໍາເລັດຕາມຄາດໝາຍ ທັງມີປະສິດທິພາບ ແລະ ປະສິດ ທິຜົນສູງ.

KPL

ຂ່າວອື່ນໆ

ads
ads

Top