ຍົກສູງບົດບາດການ ເຄື່ອນໄຫວຂອງ ສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຊາດ

10/08/2022 18:30
Email Print 823
ຂປລ ຂປລ.ວັນທີ 9 ສິງຫາ 2022 ນີ້, ກະຊວງປ້ອງກັນປະເທດຮ່ວມກັບ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ຍົກສູງບົດບາດການ ເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຊາດ ໂດຍ ການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ

ຂປລ.ວັນທີ 9 ສິງຫາ 2022 ນີ້, ກະຊວງປ້ອງກັນປະເທດຮ່ວມກັບ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ຍົກສູງບົດບາດການ ເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຊາດ ໂດຍ ການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ຮອງປະ ທານສະພາແຫ່ງຊາດ, ມີບັນດາສະຫາຍ ຄະນະກຳມາທິການ ປກຊ-ປກສ, ພະນັກງານຫລັກແຫລ່ງ ຈາກສະພາແຫ່ງຊາດ, ການນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ສະຫະພັນນັກຮົບເກົ່າແຫ່ງຊາດ ພ້ອມດ້ວຍພະນັກງານ ຫລັກແຫລ່ງກົມ ກອງອ້ອມຂ້າງກະຊວງ ປ້ອງກັນປະເທດ ເຂົ້າຮ່ວມ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມ ຍົກສູງບົດ ບາດການເຄື່ອນໄຫວ ຂອງສະພາແຫ່ງຊາດ ໃຫ້ແກ່ກໍາລັງປ້ອງກັນຊາດໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເພື່ອແນໃສ່ຮັບປະກັນ ທາງດ້ານຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບແນວທາງ ນະໂຍບາຍຂອງພັກ-ລັດ ເຊິ່ງປະກອບມີບັນດາເນື້ອໃນ ທີ່ສໍາຄັນເປັນ ຕົ້ນແມ່ນ ຜົນສໍາເລັດກອງປະຊຸມສະໄໝ ສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ບາງມາດຕາ ຂອງກົດໝາຍວ່າດ້ວຍ ສະພາແຫ່ງຊາດ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສະພາ ປະຊາຊົນຂັ້ນແຂວງ ທີ່ພົວພັນເຖິງພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການ ປກຊ-ປກສ ແລະ ການປະຕິບັດນະໂຍບາຍ ຕໍ່ພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທີ່ປະຕິບັດໜ້າທີ່ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຂໍ້ຕົກລົງຮ່ວມວ່າດ້ວຍ ການປະສານງານ ລະຫວ່າງ ກໍາມາທິການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານຂອງ ກະຊວງປ້ອງກັນ ປະເທດ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕິດຕາມຮັບຟັງ ແລະ ຄົ້ນ ຄວ້າຢ່າງຈົດຈໍ່, ຫາກບໍ່ເຂົ້າໃຈບັນຫາໃດ ກໍສາມາດສອບຖາມໄດ້ ເພື່ອໃຫ້ທຸກບັນຫາ ມີຄວາມກະຈ່າງແຈ້ງ ເພື່ອເປັນພື້ນຖານໃນການນໍາໄປ ຈັດຕັ້ງຜັນຂະຫຍາຍ ໃຫ້ເກີດໝາກຜົນຕົວຈິງ ແລະ ສອດຄ່ອງ ກັບວຽກງານໃນຂົງເຂດ ຄວາມຮັບຜິດຊອບຂອງຕົນ ກໍຄືໜ້າທີ່ການເມືອງ ຂອງກອງທັບໃນສະເພາະໜ້າ ແລະ ຍາວນານ. ຈາກນັ້ນ, ກໍໄດ້ຮັບຟັງບົດສະຫລຸບ ການເຄື່ອນໄຫວຈັດຕັ້ງປະສານງານ ໄລຍະ 5 ປີ(2016-2020) ແລະ ກຳນົດທິດທາງແຜນການ 5 ປີ(2021-2025) ລະຫວ່າງກຳມະທິການ ປກຊ-ປກສ ສະພາແຫ່ງຊາດ ແລະ ກະຊວງປ້ອງກັນປະເທດ.

ໃນໂອກາດເຂົ້າຮ່ວມ ປິດກອງປະຊຸມດັ່ງກ່າວ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ ທຸກຂັ້ນ ຕະຫລອດຮອດນາຍ ແລະ ພົນທະຫານ ເອົາໃຈໃສ່ຮັກສາມູນເຊື້ອ ອັນດີງາມຂອງກອງທັບ, ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ມີຄວາມຈົ່ງຮັກພັກດີ ຕໍ່ປະເທດຊາດ, ຍອມເສຍສະຫລະເພື່ອຊາດ, ເພື່ອປະຊາຊົນຂອງນາຍ ແລະ ພົນທະຫານ ໃຫ້ຖືເປັນບັນຫາສໍາຄັນໃຈກາງ, ທັງເປັນການສືບທອດ ພາລະກິດປະຕິວັດ ທີ່ນັກຮົບປະ ຕິວັດຮຸ່ນທໍາອິດ ແລະ ຮຸ່ນຕໍ່ໆມາໄດ້ມອບໝາຍໃຫ້, ສ້າງຄວາມເປັນເອກະພາບສູງ ຕໍ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງ ລັດຢ່າງໜັກແໜ້ນ, ຖືເອົາກໍາລັງປະກອບອາວຸດ ເປັນກໍາລັງຫລັກແຫລ່ງ ໃນການ ຈັດຕັ້ງ ຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ທັງເປັນແບບຢ່າງທີ່ດີໃນການ ເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ກໍຄື ກົດໝາຍຕໍ່ປະຊາຊົນ; ນາຍ ແລະ ພົນທະຫານຕ້ອງ ສືບຕໍ່ຝຶກຝົນລະບຽບວິໄນ, ຖືລະບຽບວິໄນເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນເອງ ຕິດພັນກັບຈັນຍາບັນ ຂອງກອງທັບປະຕິວັດ, ລະບຽບວິໄນກອງທັບຕ້ອງເຄັ່ງຄັດ, ມີຄວາມເດັດຂາດ ໃນການບັງຄັບບັນຊາ ເພື່ອ ປະຕິບັດໜ້າທີ່ ເປັນຮົ້ວປ້ອງກັນຊາດ ທີ່ເຂັ້ມແຂງ, ສາມາດປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

ພ້ອມກັນນັ້ນ, ກໍຕ້ອງຝຶກຝົນຫລໍ່ຫລອມ ດ້ານສິລະປະຍຸດ-ຍຸດທະວິທີ ຢ່າງເປັນປົກກະຕິ, ທັງເອົາ ໃຈໃສ່ປັບປຸງ ຊີວິດການເປັນຢູ່ ຂອງກໍາລັງທີ່ປະຈໍາການ ຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ, ສ້າງໃຫ້ເຂົາເຈົ້າ ມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ-ລັດເຮົາ; ສືບຕໍ່ຊ່ວຍລັດຖະບານ ແກ້ໄຂບັນຫາເສດຖະກິດ, ສ້າງຄວາມເຂັ້ມແຂງທາງດ້ານ ການສ້າງພະລາທິການກັບທີ່ ເພື່ອຫລຸດຜ່ອນການ ແບກຫາບຂອງລັດຖະບານ, ດໍາເນີນການປະຢັດ, ໃຊ້ຈ່າຍຢ່າງມີເຫດຜົນ, ສືບຕໍ່ຮັກສາມູນເຊື້ອ ໃນການຊ່ວຍເຫລືອປະຊາຊົນ ດ້ານການລົບລ້າງຄວາມທຸກຍາກ, ຊ່ວຍບັນເທົາທຸກ ໃນຍາມມີໄພພິບັດຕ່າງໆ ແລະ ສືບຕໍ່ພົວພັນກັບກອງ ທັບຕ່າງປະເທດ ໂດຍສະເພາະປະເທດ ເພື່ອນມິດຍຸດທະສາດ, ຍາດແຍ່ງ, ຮໍ່າຮຽນ ແລະ ຮັບເອົາການຮ່ວມ ມືຢ່າງມີການເລືອກເຟັ້ນ, ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະເທດຊາດ.

ໂດຍ: ນ. ນາລີ ທະວີພອນ

KPL

ຂ່າວອື່ນໆ

ads
ads

Top