ຂປລ
ຂປລ.ເນື່ອງໃນໂອກາດ ທີ່ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ ກໍໄດ້ລົງເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການກໍ່ ສ້າງ ແລະ ຍົກຍ້າຍເທດສະບານ ແຂວງຜົ້ງສາລີ.
ຂປລ.ເນື່ອງໃນໂອກາດ ທີ່ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ ກໍໄດ້ລົງເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການກໍ່ ສ້າງ ແລະ ຍົກຍ້າຍເທດສະບານ ແຂວງຜົ້ງສາລີ. ໂດຍມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍການນຳແຂວງ ແລະ ຄະນະຮັບຜິດຊອບໂຄງການ ລວມທັງບໍລິສັດຮັບເໜົາ ເຂົ້າຮ່ວມຕິດຕາມ.
ທ່ານ ບົວລິກັນ ກ້ອນຈັນ ຫົວໜ້າພາກສະໜາມ ບໍລິສັດ ທີ່ປືກສາໂຄງການຍົກຍ້າຍ ເທດສະບານແຂວງ ໄດ້ລາຍງານໃຫ້ຊາບວ່າ: ການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວແມ່ນ ໄດ້ເລີ່ມແຕ່ປີ 2018 ໂດຍແມ່ນທຶນກູ້ຢືມຈາກ ບໍລິສັດ ນໍຣິນໂກ ສປ ຈີນ, ທັງເປັນຜູ້ສຶກສາດ້ານເຕັກນິກ, ສໍາຫລວດ-ອອກແບບໂຄງການ ໃນຮູບແບບສັນຍາ (EPC) ແລະ ເປັນຜູ້ລົງມືກໍ່ສ້າງ ໃນມູນຄ່າທັງໝົດ 200 ລ້ານໂດລາສະຫະ ລັດ. ມາຮອດກາງປີ 2022 ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ມີຄວາມຄືບໜ້າດັ່ງນີ້: ກໍ່ສ້າງເສັ້ນ ທາງພາຍໃນເທດສະບານ ແລະ ຂົວ 4 ແຫ່ງ ສຳເລັດ 95,45%, ອາຄານສໍານັກງານພະແນກການຕ່າງໆ ແລະ ຫໍປະຊຸມຂອງແຂວງ ສຳເລັດ 56,55%, ເຮືອນພັກການນໍາ ແລະ ຫ້ອງພັກພະນັກງານທຸກຂັ້ນ ສຳເລັດ 100%, ຂະຫຍາຍລະບົບນໍ້າປະປາ ສຳເລັດ 99,89%, ກໍ່ສ້າງ ແລະ ຂະຫຍາຍຕາຂ່າຍໄຟຟ້າ ສຳເລັດ 99%, ລະບົບກໍາຈັດສິ່ງເສດເຫລືອ ສຳເລັດ 59,12%, ວຽກກໍ່ສ້າງເສັ້ນທາງ ຜົ້ງສາລີ ຫາ ເມືອງບຸນເໜືອ ສຳເລັດ 83,78%, ກໍ່ສ້າງສະໜາມກິລາໃຫຍ່ ສຳເລັດ 50,81%, ຈັດຊື້ພາຫະນະຮັບໃຊ້ເທດສະບານ ສຳເລັດແລ້ວ: 100%, ສວນສາທາລະນະ ແລະ ສິ່ງອໍານວຍຄວາມສະດວກ ສຳເລັດ 40,32%, ປັບປຸງຍົກລະດັບເສັ້ນທາງແຕ່ ເມືອງບຸນເໜືອ ຫາດ່ານປ່າຄາ ສຳເລັດ 26,10%, ກໍ່ສ້າງປະຕູດ່ານປາຄາ, ຫ້ອງການ ແລະ ຫໍພັກເຈົ້າໜ້າທີ່ດ່ານ ສຳເລັດ 20,77%, ຂຸມບໍາບັດນໍ້າເສຍ/ວົງ ວຽນທາງ/ຕ້ານເຈື່ອນ/ລະບົບໄຟອໍານາດ ສຳເລັດ 23,06%, ເສັ້ນທາງເຂົ້າເຂດຈັດສັນ 6 ເຂດ ສຳເລັດ 78,63%. ສັງລວມແລ້ວ ມາຮອດປະຈຸບັນການກໍ່ສ້າງໂຄງການດັ່ງກ່າວສຳເລັດ ທັງໝົດ 72,30% ແລະ ຄາດວ່າຈຳສຳເລັດ 100% ໃນກາງປີ 2023.
ໃນໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງທຸກພາກສ່ວນທີ່ເອົາໃຈໃສ່ໃນ ຈັດຕັ້ງປະຕິບັດໂຄງການ ດັ່ງກ່າວໃຫ້ມີຜົນສຳເລັດ, ພ້ອມທັງເນັ້ນໃຫ້ອົງ ການປົກຄອງແຂວງ, ບໍລິສັດຜູ້ຮັບເໝົາ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງຂອງຂັ້ນສູນກາງ, ຂັ້ນແຂວງ ຈົ່ງພ້ອມກັນເອົາໃຈໃສ່ ປະສານສົບທົບວຽກງານ ໃຫ້ມີຄວາມກົມກຽວ ແລະ ໄປລວງດຽວກັນ, ເອົາໃຈໃສ່ປະຕິ ບັດແຕ່ລະໜ້າວຽກ ໃຫ້ມີຄວາມຄືບໜ້າໄປແຕ່ລ ເພື່ອໃຫ້ໂຄງການດັ່ງກ່າວ ສຳເລັດໄປຕາມຈຸດປະສົງທີ່ວາງໄວ້, ພ້ອມທັງຍົກສູງ ໃນການຕິດຕາມກວດກາຢ່າງໃກ້ຊິດ ໃນການກໍ່ສ້າງໃຫ້ມີ ຄວາມທົນທານ, ແໜ້ນໜາ ແລະ ມີຄຸນນະພາບ. ຈາກນັ້ນ, ທ່ານ ນາງ ສີໃສ ລືເດດມູນສອນ ຍັງໄດ້ໄປທ່ຽວຊົມຕະຫລາດ ຫັດຖະກຳສິນຄ້າໂອດ໋ອບຂອງ ເມືອງບຸນເໜືອຕື່ມອີກ.
ພາບ-ຂ່າວ: ແສງຄຳ
KPL