ແຄ່ ໃນພາສາລາວ

10/08/2022 15:29
Email Print 945
ຂປລ ຄໍາທີ່ຍົກຂຶ້ນໃນບົດນີ້ ອາດຈະບໍ່ກົງຈິດໃຈຂອງບາງທ່ານ ເພາະວ່າບໍ່ຄ່ອຍໄດ້ໃຊ້, ທີ່ຍົກຂຶ້ນ ຍ້ອນມີທັດສະນະ ແລກປ່ຽນມາວ່າ ຄໍາທີ່ອອກສຽງ ໃກ້ຄຽງຄໍານີ້ ມີຢູ່ໃນພາສາ ປະເທດເພື່ອນບ້ານ ດ້ານຕາເວັນຕົກ ໃນຕະ ກຸນພາສາດຽວກັນ ກັບລາວເຮົາ .


          ຄໍາທີ່ຍົກຂຶ້ນໃນບົດນີ້ ອາດຈະບໍ່ກົງຈິດໃຈຂອງບາງທ່ານ ເພາະວ່າບໍ່ຄ່ອຍໄດ້ໃຊ້, ທີ່ຍົກຂຶ້ນ ຍ້ອນມີທັດສະນະ ແລກປ່ຽນມາວ່າ ຄໍາທີ່ອອກສຽງ ໃກ້ຄຽງຄໍານີ້ ມີຢູ່ໃນພາສາ ປະເທດເພື່ອນບ້ານ ດ້ານຕາເວັນຕົກ ໃນຕະ ກຸນພາສາດຽວກັນ ກັບລາວເຮົາ ຊຶ່ງນອກຈາກ ຄໍາທີ່ຍົກເປັນຫົວຂໍ້ແລ້ວ ກໍ່ຍັງມີຫລາຍໆຄໍາ ສອດຫ້ອຍມາປົນເປ ໃນພາສາລາວເຮົາ ຍ້ອນການເຊື່ອມໂຍງ ການພັດທະນາ ແລະ ຄວາມກ້າວໜ້າ ຂອງເຕັກໂນໂລຊີ ການສື່ ສານ-ໂທລະຄົມມະນາຄົມ ຊຶ່ງຜູ້ຊ່ຽວຊານ ແລະ ນັກວິຊາການ ພາສາສາດບາງທ່ານ ໃຫ້ນິຍາມຄໍາ ຊຸມທີ່ເຂົ້າມາປົນເປ ແລະ ສັງຄົມເຮົານິຍົມໃຊ້ນັ້ນວ່າ ຄໍາສັບຮ່ວມສະໄໝ.

          ສໍາລັບຄໍາ “ແຄ່” ໄດ້ປະກົດໃນວັດຈະນານຸກົມລາວ ຫລາຍເຫລັ້ມ ແລະ ອອກສຽງເປັນສຽງເອກ ຫລື ວັນນະຍຸດເອກ ຫລື ໄມ້ເອກ ກໍ່ວ່າ, ເປັນສຽງກາງ ຕ່າງຈະແຈ້ງກັບສຽງ ຖ້າໃສ່ວັນນະຍຸດໂທ. ໃນອະທິບາຍຄໍາ ກໍາກັບໄດ້ໃຫ້ເຫັນວ່າ ຄໍານີ້ມີມາແຕ່ບູຮານ ແລະ ປັດຈຸບັນ ບໍ່ຄ່ອຍຄຸ້ນຫູ ແລະ ນິຍົມໃຊ້ ໃນຄວາມໝາຍດັ້ງເດີມນັ້ນ.

          ຂໍຍົກວັດຈະນານຸກົມພາສາລາວ ສະບັບຂອງທ່ານ ປອ ທອງຄໍາ ອ່ອນມະນີສອນ, ສັງຮວມໄດ້ຄື: ຄໍາ “ແຄ່” ເປັນຄໍານາມ ໝາຍເຖິງ ຮີ້, ຮົ້ວລ້ອມສວນຜັກ ຊຶ່ງສານ ຫລື ຖັກຖີ່ໆ ເອີ້ນ ແຄ່ສວນ. ຄໍານີ້ ຖ້າເປັນ ຄໍາຄຸນ ນາມ ຫລື ຄໍາວິເສດ (1) ໝາຍເຖິງ ເຕັມ, ທົ່ວ, ເຖິງ. ພົບເຫັນໃນໜັງສືນິທານ ກາລະເກດ ຕອນໜຶ່ງວ່າ “ແຊງຢ່ອນດົ້ວ ລົງເທົ້າແຄ່ດິນ”; (2) ໝາຍເຖິງ ໃກ້, ໃນ. ໃຫ້ທາງ ເອີ້ນ ແຄ່ທາງ, ໃກ້ບ້ານ ເອີ້ນແຄ່ບ້ານ. ພົບໃນ ໜັງສືນິທານ ກາລະເກດ ມີວ່າ “ຫລິງດອກໄມ້ບານແຄ່ທາງ”; ທີ່ໃນເມືອງເອີ້ນ ແຄ່ເມືອງ ພົບໃນໜັງສືນິທານບູຮານ ສະບັບດຽວກັນວ່າ “ຂ້ອຍຈັກມໍລະນາດມິ່ງມ້ຽນ ຕາຍຄ້າງແຄ່ເມືອງ”.

          ຄໍາ “ແຄ່” ຍັງພົບມີສອງພະຍາງ ເປັນຄໍາປະສົມ (ສອງພະຍາງ) ຊຶ່ງບາງທ້ອງຖິ່ນ ຫລື ຄົນຮຸ່ນເກົ່າ ເຄີຍຜ່ານປະສົບການ ດໍາລົງຊີວິດມາ ກໍ່ເຂົ້າໃຈດີ, ແຕ່ຄົນຮຸ່ນໃໝ່ ໂດຍສະເພາະ ເກີດໃໝ່ໃຫຍ່ລຸນ ໃນເມືອງໃຫຍ່ ຫລາຍຄົນ ອາດຈະບໍ່ເຄີຍໄດ້ຍິນ ແລະ ມະໂນພາບບໍ່ອອກ ວ່າໝາຍເຖິງ? ຄືຄໍາ “ແຄ່ມ້ອນ” ເປັນຊື່ຂອງຮ້ານ ບ່ອນຄ້າງດົ້ງມ້ອນ (ລ້ຽງໂຕມ້ອນ) ຫລື ບ່ອນເອົາດົ້ງມ້ອນຄ້າງໄວ້ ຈົນກວ່າ ມ້ອນສຸກ (ເຂົ້າຟັກແກ່). “ແຄ່ຫີ້ງ” ເປັນຊື່ ຫລື ເອີ້ນ ຮ້ານບ່ອນຄ້າງ ຫລື ວາງຖ້ວຍຊາມ ຢູ່ຊື່ເຕົາໄຟ.

          ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.



* ຮິບໂຮມໂດຍ: ພະກາ


KPL

ຂ່າວອື່ນໆ

ads
ads

Top