ສຽງສະທ້ອນຂອງສັງຄົມ ຕໍ່ສື່ມວນຊົນລາວຍຸກໃໝ່

09/08/2022 10:34
Email Print 908
ຂປລ *ວັນທີ 13 ສິງຫາ ແມ່ນວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ ຊຶ່ງປີນີ້ ໝູນວຽນມາບັນຈົບຄົບ ຮອບ 72 ປີ.



*ວັນທີ 13 ສິງຫາ ແມ່ນວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍ ຊຶ່ງປີນີ້ ໝູນວຽນມາບັນຈົບຄົບ ຮອບ 72 ປີ. ຂະນະທີ່ຫລາຍສິບປີຜ່ານມາ, ອົງການສື່ ລວມເຖິງສື່ມວນຊົນ ໄດ້ເຮັດພາລະບົດບາດ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ມີ ຫລັກໝັ້ນ ການເມືອງຈະແຈ້ງ ເພື່ອໂຄສະນາເຜີຍແຜ່ ຜົນສຳເລັດຂອງ ການປະຕິບັດພາລະກິດ 2 ໜ້າທີ່ຍຸດທະສາດ ຂອງພັກວາງອອກຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ປັດຈຸບັນ ບຸກຄະລາກອນສື່ມວນຊົນ ນອກຈາກໄດ້ພັດທະນາຕົນເອງແລ້ວ ຍັງໄດ້ພັດທະນາສີສັນ ຜະລິດຕະພັນ, ເຄື່ອງມືສື່ສານ ໄປຕາມຍຸກຕາມສະໄໝ ເພື່ອໃຫ້ຜູ້ບໍລິໂພກຂ່າວ ເຊື່ອໝັ້ນ ເຂົ້າເຖິງຂໍ້ມູນຂ່າວສານ ທີ່ຖືກຕ້ອງ ແລະ ເປັນປະໂຫຍດ ຕໍ່ສັງຄົມຕໍ່ປະ ເທດຊາດ. ຍິ່ງໃນປັດຈຸບັນ, ສື່​ອອນ​ລາຍ ມີການຂະຫຍາຍຕົວ ຢ່າງວ່ອງໄວ ເຮັດໃຫ້ສັງຄົມ ສາມາດເຂົ້າເຖິງ ແຫລ່ງຂໍ້ມູນຂ່າວສານ ໄດ້ທຸກບ່ອນ, ທຸກເວລາ ການນຳສະເໜີຂ່າວ ຂອງສື່ມວນຊົນ ໂດຍສະເພາະແມ່ນ ສື່ທາງການ ກໍໄດ້ປັບປ່ຽນ ໃຫ້ທັນຍຸກທັນສະໄໝ ເພື່ອ ເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ໃຫ້ສັງຄົມໄດ້ຮັບຮູ້. ຕໍ່ກັບການນຳສະເໜີ ຂໍ້ມູນຂ່າວສານ ຂອງສື່ມວນຊົນ ໃນສະພາບປັດຈຸບັນນີ້ ສາມາດຕອບສະໜອງ ຂໍ້ມູນໃຫ້ສັງຄົມ ໄດ້ຢ່າງທົ່ວເຖິງ ຫລື ບໍ່ ?.

ຄໍລຳມື້ນີ້ ຈຶ່ງນຳເອົາຫາງສຽງຂອງສັງຄົມ ກໍຄືຜູ້ບໍໂພກຂ່າວມານຳສະເໜີ ຊຶ່ງກໍມີຄວາມຄິດເຫັນ ແຕກຕ່າງກັນ ເປັນຕົ້ນ: ທ່ານ ສອນໄຊ ໃບຍະວົງ ພະນັກງານບຳນານ ໄດ້​ໃຫ້ທັດສະນະ​ວ່າ: ປັດຈຸບັນ ວຽກງານສື່ມວນຊົນ ຂອງປະເທດເຮົາ ຂະຫຍາຍຕົວ ພໍສົມ ຄວນ ຊຶ່ງສະແດງອອກ ໃນການກະຈາຍຂໍ້ມູນຂ່າວສານ ແມ່ນກວ້າງຂວາງ ທົ່ວສັງຄົມ ໂດຍການໝູນໃຊ້ ສື່ອອນລາຍເຂົ້າ ໃນການເຜີຍແຜ່ ຂໍ້ມູນຂ່າວສານ ຊຶ່ງປັດຈຸບັນກໍເຫັນວ່າ ສື່ທາງການຂອງລັດ ກໍໄດ້ມີການນຳໃຊ້ ສື່ອອນລາຍ ເພື່ອໂຄສະນາ ແນວທາງນະໂຍບາຍ ຂອງ ພັກ-ລັດ ອອກໃຫ້ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ແນວທາງ, ນະໂຍບາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ຂະນະດຽວກັນ ກໍຍັງສາມາດ ເປັນກະບອກສຽງຂອງ ພັກ-ລັດ ໃນການຕອບໂຕ້ ກະແສຂ່າວທີ່ບິດເບືອນ, ໃສ່ຮ້າຍປ້າຍສີ ຕໍ່ການ ສ້າງສາພັດທະນາ ປະເທດຊາດ ໄດ້ດີພໍສົມຄວນ. ຍິ່ງໃນຍຸກ​​ໃນ​ປັດຈຸບັນ ທີ່ສື່ອອນລາຍ ພວມມີອິດທິພົນ ຕໍ່ການດຳລົງຊີວິດ ຂອງປະຊາຊົນນີ້ ສື່ມວນຊົນລາວ ຄວນເພີ່ມທະວີ ການນຳສະເໜີຂ່າວ ໃຫ້​ວ່ອງ​ໄວ, ຊັດ​ເຈນ ​ແລະ ​ເຈາະ​ເລິກ​ບັນຫາ ​ທີ່ສັງຄົມໃຫ້ຄວາມສົນໃຈ ​ຫລາຍ​ກວ່າ​ເກົ່າ ​ເພື່ອ​ຕີ​ຖອຍຂ່າວ​ປອມ ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ ​​ເພາະ​ຖ້າຂ່າວ​ຈາກ​ສື່​ຫລັກ ວ່ອງ​ໄວທັນ​ເຫດການ​ແລ້ວ ​ເຊື້ອ​ວ່າ​ຫລາຍ​ຄົນ ​ຕ້ອງ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ກວ່າ​ນີ້.




ພ້ອມດຽວກັນນີ້, ​ນາງ ສຸວັນນີ  ອາຊີບນັກສຶກສາ ກໍໄດ້ສະແດງທັດສະນະວ່າ: ຢາກໃຫ້ສື່ມວນຊົນລາວ ເພີ່ມທະວີການນຳສະເໜີ ຂໍ້ມູນຂ່າວສານ ໃຫ້ຫລາກຫລາຍ, ມີຮູບແບບສີສັນ ທີ່ສາມາດດຶງດູດ ແລະ ສ້າງຄວາມສົນໃຈ ໃຫ້ສັງຄົມ. ສຳລັບເນື້ອໃນ ການນຳ ສະເໜີຂໍ້ມູນຂ່າວສານ ແມ່ນຢາກໃຫ້ເພີ່ມສິ່ງທີ່ເປັນ ບົດຮຽນທາງດ້ານ ວິທະຍາສາດ, ວິທະຍາການ, ການສຶກສາຄົ້ນຄວ້າ ທີ່ໂດດເດັ່ນຂອງລາວ ໃຫ້ຫລາຍຂຶ້ນ ເພາະເຫັນວ່າໃນປັດຈຸ ໄວໜຸ່ມລາວແມ່ນມີຄວາມຮູ້, ຄວາມສາມາດ ພໍສົມຄວນໃນດ້ານນີ້ ແລະ ຍັງສາມາດເຂົ້າ ຮ່ວມແຂ່ງຂັນ ໃນເວທີພາກພື້ນ ແລະ ສາກົນ ຈຶ່ງຄວນນຳເອົາບົດຮຽນ ແລະ ປະສົບການເຫລົ່ານີ້ ມາເຜີຍແຜ່ໃຫ້ສັງຄົມຮັບຮູ້ ເພື່ອເປັນການ ປູກຈິດສຳນຶກ ແລະ ຕໍ່ຍອດຜົນສຳເລັດ ດັ່ງກ່າວໃຫ້ສູງຍິ່ງໆຂຶ້ນໄປ.


ສັງລວມແລ້ວບັນດາຂໍ້ຄິດເຫັນຕ່າງໆຂອງສັງຄົມລ້ວນແຕ່ປະກອບສ່ວນ ໃນການພັດທະນາ ວຽກງານສື່ມວນຊົນລາວ ໃຫ້ມີການພັດທະນາຍິ່ງໆຂຶ້ນ, ໃຫ້ສົມກັບຖານະນາມ ທີ່ເປັນກະບອກສຽງ ຂອງພັກ, ລັດ ແລະ ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງ ແທ້ຈິງ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ ຍິ່ງຮຽກຮ້ອງ ໃຫ້ສື່ມວນຊົນລາວ ຂອງ​ພວກ​ເຮົາ ຕ້ອງ​ໄດ້​ສືບ​ຕໍ່​ເຊີດ​ຊູ​ ມູນ​ເຊື້ອ​ອັນ​ດີ​ງາມ ທີ່​ສື່ມວນ​ຊົນ​ຮຸ້ນ​ກ່ອນ ໄດ້​ສ້າງ​ເອົາ​ໄວ້ ແລະ ເສີມ​ຂະ​ຫຍາຍ​ ໃຫ້​ນັບມື້ດີ​ຂຶ້ນ​ໄປ​ເລື້ອຍ, ​ບັນດາເນື້ອໃນ ໃຫ້ຮັບປະກັນໄດ້ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະຊີ້ນຳແລະ ລັກສະນະຕໍ່ສູ້ຕາມທີ່ກຳນົດໄວ້ ໃນກົດໝາຍສື່ມວນຊົນ ດ້ວຍຫລາຍຮູບຫລາຍສີແຫລມຄົມ, ອຸດົມສົມບູນ, ວ່ອງໄວ ທັນການ./.

ໂດຍ: ພິດສະໄໝ

KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top