72 ປີແຫ່ງການເຕີບໃຫຍ່ ແລະຂະຫຍາຍຕົວຂອງສື່ມວນຊົນລາວ

09/08/2022 10:22
Email Print 1127
ຂປລ ບັນດາພະຫານະສື່ມວນຊົນລາວແມ່ນກອງກຳລັງປະຈັນບານ ໃນສະໜາມຮົບ ວຽກງານແນວຄິດ -ວັດທະນະທຳ, ທັງເປັນສ່ວນໜຶ່ງ ຂອງການປະຕິວັ ດພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ.







ບັນດາພະຫານະສື່ມວນຊົນລາວແມ່ນກອງກຳລັງປະຈັນບານ ໃນສະໜາມຮົບ ວຽກງານແນວຄິດ -ວັດທະນະທຳ, ທັງເປັນສ່ວນໜຶ່ງ ຂອງການປະຕິວັ ດພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ. ສື່ມວນຊົນສາມາດ ຮັບຮູ້ໄລຍະເສັ້ນ ທາງການນຳພາ ການປະຕິວັດ ໄດ້ ຢ່າງກວ້າງຂວາງ, ນັບແຕ່ໄລຍະການຕໍ່ສູ້ ປະຕິວັດປົດປ່ອຍຊາດ ຈົນຮອດໄລຍະ ສ້າງສາພັດທະທະນາ ປະເທດຊາດ, ບັນດາການນຳພັກ - ລັດ ຈຶ່ງຖືສຳຄັນ ເປັນພິເສດຢ່າງຍິ່ງ ຕໍ່ຂົງເຂດວຽກງານ ສື່ມວນຊົນ, ເຮັດໃຫ້ສື່ມວນຊົນ ເຕີບໃຫຍ່ ແລະ ຂະຫຍາຍຕົວ ເປັນກ້າວໆມາ.

          ໃນສຸມປີ 1940 -1945 ຂອງການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ, ໜັງສືພີມປະຕິວັດລາວ ໄດ້ເກີດຂຶ້ນທຳອິດ ເປັນໃບປິວ (ໃບຂ່າວ), ພີມດ້ວຍເຄື່ອງມື ປະຖົມປະຖານ ທີ່ສຸດໃນເວລານັ້ນ. ເນື້ອໃນຕົ້ນຕໍຂອງໃບຂ່າວ ໄດ້ຮຽກຮ້ອງໃຫ້ ປະຊາຊົນລາວ ບັນດາເຜົ່າ ໃນທົ່ວ ປະເທດ ສາມັກຄີລຸກຮືຂຶ້ນ ໂຄ່ນລົ້ມພວກລ່າເມືອງຂຶ້ນຝຣັ່ງ ແລະ ຂັບໄລ່ຟາສິດຍີ່ປຸ່ນ. ປີ 1946-​1949, ໃນຂອບເຂດ ຂອງປະເທດລາວ ແຕ່ເໜືອຮອດໃຕ້ ໄດ້ມີໃບປິວ ຂອງແຕ່ລະທ້ອງຖີ່ນເກີດຂຶ້ນ. ເນື້ອໃນບໍ່ຫລາກຫລາຍ ຮູບແບບງ່າຍດາຍ, ແຕ່ປະຊາຊົນລາວ ຕ່າງກໍມີຄວາມສົນໃຈ ຕິດ ຕາມແນວທາງຂອງພັກ ແລະ ສະພາບການ ທີ່ສ່ອງແສງຜ່ານໃບຂ່າວ ຢ່າງປະທັບໃຈ, ອ່ານແລ້ວຍັງສົ່ງໃຫ້ ກອງກຳລັງປະຕິວັດ ຢູ່ບ່ອນອື່ນຕໍ່ໆກັນໄປ ແລະ ເຂົາເຈົ້າຍັງໃຊ້ ເປັນຄູ່ມືແບບຮຽນ. ນອກຈາກກຳລັງປະຕິວັດ ຍັງນຳໃຊ້ໃບຂ່າວ ເປັນທິດທາງດຳເນີນການ ຕໍ່ສູ້ຕ້ານສັດຕູ. ໃບຂ່າວໄດ້ກາຍ ເປັນສື່ສິ່ງພິມ ທີ່ສຳຄັນປະກອບສ່ວນ ປຸກລະດົມຂະບວນການ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມການປະຕິວັດ ແລະ ປະກອບສ່ວນສຳຄັນ ເຮັດໃຫ້ກຳລັງປະຕິວັດ ເຕີບໃຫຍ່ຂະຫຍາຍຕົວ ຢ່າງວ່ອງໄວ.  ວັນທີ 13 ສິງຫາ 1950, ເຊິ່ງເປັນດຽວ ກັບວັນສ້າງຕັ້ງ “ແນວລາວອິດສະລະ” ແລະ“ ລັດຖະ ບານລາວຕໍ່ຕ້ານ” ນັ້ນ, ພັກເຮົາໄດ້ຕົກລົງ ສ້າງຕັ້ງໜັງສືພິມ “ແນວລາວອິດສະລະ” ຢ່າງເປັນທາງການ. ໜັງສືພິມດັ່ງກ່າວ, ຮູບນອກແມ່ນກະບອກສຽງ ຂອງແນວລາວອິດສະລະ ແລະ ລັດຖະບານລາວ ຕໍ່ຕ້ານໃນເວລານັ້ນ, ແຕ່ເນື້ອແທ້ແມ່ນ ໜັງສືພິມຂອງພັກ ແລະ ເປັນໜັງສືພິມ ຂອງລາວສະ ບັບທຳອິດ ທີ່ເກີດຂຶ້ນໃນເງື່ອນໄຂ ທີ່ມີຄວາມຫຍຸ້ງຍາກທີ່ສຸດ. ພິມດ້ວຍລະບົບລີໂຕ, ຍອດພິມສູງສຸດ 2000 ສະບັບຕໍ່ເທື່ອ. ກອງບັນນາທິການ ຕັ້ງຢູ່ເຂດປົດປ່ອຍ. ຫົວໜ້າບັນນາທິການໜັງສືພິມ “ແນວລາວອິດສະລະ” ແມ່ນທ່ານ ສີຊະນະ ສີສານ, ທັງເປັນຫົວໜ້າ ຄະນະໂຄສະນາອົບຮົມ ແລະ ວັດທະນະທຳ.



          ນັບແຕ່ມື້ສ້າງຕັ້ງພັກປະຊາຊົນລາວ 22 ມິນາ 1955 ເປັນຕົ້ນມາ, ພັກຍິ່ງເອົາໃຈໃສ່ຊີ້ນຳ ຢ່າງໃກ້ຊິດຕໍ່ໜັງສືພິມ ເພື່ອເຮັດລ້ອນໜ້າທີ່ຂອງຕົນ. ມາຮອດວັນທີ 6 ມັງກອນປີ 1956, ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ທົ່ວປະເທ ດຂອງແນວລາວອິດສະລະ ໄຂຂຶ້ນທີ່ແຂວງຫົວພັນ, ໄດ້ຕົກລົງປ່ຽນຊື່  “ແນວລາວອິດສະລະ” ເປັນ “ແນວລາວຮັກຊາດ”. ໃນໄລຍະນັ້ນ ສູນກາງພັກ ໄດ້ຕົກລົງປ່ຽນຊື່ໜັງສືພິມ “ແນວລາວອິດສະລະ” ເປັນໜັງສືພິມ “ລາວຮັກຊາດ” (ໜັງສືພິມປະຊາຊົນ ໃນປັດຈຸບັນ). ໂດຍພາຍໃຕ້ຮູບການ ເປັນກະບອກສຽງ ຂອງສູນກາງ ແນວລາວຮັກຊາດ. ຮອດໄລຍະປີ 1956- 1959, ໜັງສືພິມ “ລາວຮັກຊາດ” ໄດ້ຍ້າຍມາພິມ ແລະ ແຈກຢາຍ ຢູ່ນະຄອນຫລວງວຽງຈັນ ເປັນກະບອກສຽງ ຂອງແນວລາວຮັກຊາດ. ປີ 1960, ໜັງສືພິມ ລາວຮັກຊາດ ໄດ້ກັບໄປພິມ ຢູ່ເຂດທີ່ໝັ້ນການປະຕິວັດ,​ ເມືອງວຽງໄຊ, ແຂວງພົວພັນ. ພ້ອມດຽວກັນ ໃນປີ 1960 ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ປຸກລະດົມຂົນຂວາຍ ປະຊາຊົນເຂົ້າຮ່ວມ ການລຸກຮືຂຶ້ນ ຕ້ານພວກຈັກກະພັດ, ບັນດາພະຫານະ ສື່ສານມວນຊົນ ພັດທະນາຢ່າງໄວວາ. ຢູ່ເຂດທີ່ໝັ້ນ ການປະຕິວັດ ເມືອງວຽງໄຊ, ແຂວງຫົວພັນ ແລະ ເມືອງຄັງໄຂ ແຂວງຊຽງຂວາງ, ວິທະ ຍຸກະຈາຍສຽງປະເທດລາວ (ວິທະຍຸກະຈາຍສຽງ ແຫ່ງຊາດລາວປັດຈຸບັນ) ໄດ້ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາປີ 1960, ພາຍໃຕ້ການຄຸ້ມຄອງ ຂອງຄະນະໂຄສະນາອົບຮົມ ແລະ ວັດທະນະທຳ ແລະ ຊີ້ນຳໂດຍກົງ ຂອງສູນກາງພັກ ແລະ ລັດຖະບານປະເທດລາວ. ໜັງສືພິມ “ກອງທັບປະ ຊາຊົນ ລາວ” ໄດ້ສ້າງຕັ້ງຂຶ້ນພາຍໃຕ້ ການຊີ້ນຳຂອງກົມໃຫຍ່ ການເມືອງກອງທັບປະເທດລາວ.




          ການເຄື່ອນໄຫວຂອງສື່ມວນຊົນນັບມື້ນັບເຕີບໃຫຍ່ ແລະເຂັ້ມແຂງ, ຄວາມຕ້ອງການ ຂໍ້ມູນຂ່າວສານເພີ່ມຂຶ້ນ ແລະ ຖັນແຖວພະນັກງານ ນັກຂ່າວໜັງສືພິມ ປະຕິວັດຍິ່ງນັບມື້ເຂັ້ມແຂງ. ມາຮອດວັນທີ 6 ມັງກອນ ປີ 1968, ຂ່າວສານປະເທດລາວ (KPL) ຫລື (Lao news Agency) ໄດ້ສ້າງຕັ້ງຂຶ້ນ ເປັນສຳນັກຂ່າວໃຫຍ່ຂອງລາວ ສະໜອງຂໍ້ມູນຂ່າວສານ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສື່ມວນຊົນ ຢູ່ພາຍໃນລາວ ຢ່າງປະຈຳຕໍ່ເນື່ອງ. ສຳນັກຂ່າວສານ ປະເທດລາວພິມຈຳໜ່າຍ ຕົ້ນຕໍເປັນພາສາລາວ, ນອກນັ້ນຍັງພິມຈຳໜ່າຍ ເປັນພາສາອັງກິດ ແລະ ພາສາ ຝຣັ່ງ. ວິທະຍຸກະຈາຍສຽງ ໄດ້ສ້າງຕັ້ງຂຶ້ນ ໃນສະໄໝຕໍ່ຕ້ານ ກັບພວກຈັກະພັດຝຣັ່ງ, ຫລັງຈາກປະເທດລາວ ໄດ້ປະກາດເປັນເອກະລາດ ຢ່າງຖາວອນໃນປີ 1975, ວິທະຍຸກະຈາຍສຽງ ປະເທດລາວໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງ ແຫ່ງຊາດລາວ”. ມາໃນວັນທີ 1 ທັນວາປີ 1983, ໂທ ລະພາບແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການກະຈາຍ 3 ວັນຕໍ່ອາທິດ ຢູ່ນະຄອນຫລວງວຽງຈັນ ດ້ວຍຄວາມແຮງສົ່ງ 3 ກິໂລວັດລະບົບສີປານ (PAL) ແລະວັນທີ 7 ເມສາ ປີ 1994, ໜັງສືພິມພສາອັງກິດ (ວຽງຈັນທາຍ) ໄດ້ສ້າງຕັ້ງຂຶ້ນ ເພື່ອໂຄສະນາ ຕໍ່ຕ່າງປະເທດ ກ່ຽວກັບແນວ ທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຜົນງານການປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສະເໜີສະເໜີໃຫ້ ຊາວໂລກໄດ້ຮັບຮູ້ຊາດລາວ, ຮິດຄອງປະເພນີ, ວັດທະນະທຳ ແລະ ວິຖີຊິວິດຂອງຄົນລາວ.





          ເບີ່ງລວມແລ້ວ, ພື້ນຖານສື່ມວນຊົນຂອງລາວເຮົາເຖິງຈະຍັງອ່ອນນ້ອຍ ແຕ່ມັນກໍາເນີດເກີດຂຶ້ນ ຕິດພັນກັບຂະບວນການ ປະຕິວັດຂອງລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ. ພື້ນຖານສື່ມວນຊົນ ປະຕິວັດບໍ່ພຽງແຕ່ ເປັນອາຫານທາງດ້ານ ຈິດໃຈທີ່ຂາດບໍ່ໄດ້ ຂອງ ປວງຊົນລາວ, ແຕ່ຍັງເປັນເຄື່ອງມື ໂຄສະນາແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ. ຜ່ານມາຕະຫລອດໄລຍະ 64 ປີ ນັບແຕ່ມື້ສ້າງຕັ້ງ ໃນວັນທີ 13 ສິງຫາ ປີ 1950 ຮອດປັດຈຸບັນ. ໃນ ສປປ ລາວ ມີໜັງສືພິມ ແລະ ວາລະສານ 123 ສະບັບ, ປີ 2010 ມີ 90 ສະບັບ. ໃນນັ້ນ ມີ ໜັງສືພິມລາຍວັນ 11 ສະບັບ (ປະຊາຊົນ, ປະເທດລາວ, ລາວພັດທະນາ, ວຽງຈັນໃໝ່, ກອງທັບປະຊາຊົນລາວ, ປ້ອງກັນຄວາມສະຫງົບ, ສຶກສາ- ກິລາ, ວຽງຈັນທາຍ, ຜູ້ແທນປະຊາຊົນ, ປະຊາຊົນ -ເສດຖະກິດ ແລະເສດຖະກິດ -ການຄ້າ ແລະອື່ນໆ), ມີໃບຂ່າວສານ ປະຈຳວັນພາສາລາວ, ຝຣັ່ງ ແລະ ອັງກິດ. ຄຽງຄູ່ກັນນັ້ນ, ກໍມີໜັງສືພິມລາຍອາທິດ, ລາຍປັກ, ວາລະສານລາຍເດືອນ, ລາຍໄຕມາດຂອງບັນດາຂະແໜງການຢູ່ສູນກາງ ແລະທ້ອງຖິ່ນ.



ໃນໄລຍະປົດປ່ອຍໃໝ່ມີໜັງສືພິມລາຍວັນພຽງ 2 ສະບັບ. ວິທະຍຸກະຈາຍສຽງເພີ່ມຈາກ 43 ສະຖານີໃນປີ 2010 ເປັນ 53 ສະຖານີໃນປີ 2013, 57 ແຫ່ງປີ 2014, ໃນສູນກາງມີ 9 ສະຖານີ: ວິທະຍຸກະຈາຍສຽງແຫ່ງຊາດ, ນະຄອນຫລວງ, ກອງທັບ, ປກສ, ວິທະ ຍຸສາກົນ ຈີນ, ວິທະຍຸສາກົນຝຣັ່ງ, ​ວິທະຍຸອົດສະຕຣາລີ ສັນຍານການກະຈາຍ ຈາກໜ້າດິນກວມ 80%ຂ ອງພື້ນທີ່ທົ່ວປະເທດ ແລະ ໂທລະພາບຈາກ 32 ສະຖານີໃນປີ 2010 ເປັນ 37 ສະຖານີໃນປີ 2013, ປີ 2014 ຍັງຄືເກົ່າ, ໃນສູນກາງ ແລະ ລະດັບຊາດມີ 9 ສະຖານີ: ໂທລະພາບແຫ່ງຊາດມີ 1 ຊ່ອງ ແລະ ຊ່ອງ 3, ລາວສະຕາ, ປກສ, ເອັມວີລາວ, ທີວີລາວ, ສະຖານີຖ່າຍທອດຕໍ່ວິທະຍຸ - ໂທລະພາບຫວຽດນາມ, ໂທລະພາບ ສປ ຈີນມີ 2 ຊ່ອງ (CCTV4, CCTV9).

             ມາຮອດປັດຈຸບັນ ບັນດາສື່ສັງຄົມອອນລາຍໄດ້ຂະຫຍາຍຕົວຢ່າງໄວວາ ເກືອບນັບບໍ່ຖ້ວນທັງຂອງລັດ ແລະ ເອກະຊົນ ທີ່ສະແດງສ່ອງແສງ ເຖິງຄວາມເປັນຈິງ ທັງເບື້ອງບວກ ແລະ ເບື້ອງລົບ, ຊື່ງມັນສະແດງໃຫ້ເຫັນ ເຖິງການຂະຫຍາຍຕົວຂອງສື່ຕ່າງໆ.


ໂດຍ: ຄັດທະນາມ ສັງສິນໄຊ

KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top