ຂປລ
ໃນການແຂ່ງຂັນບານເຕະຊາຍ ຊີງຊະນະເລີດ ອາຊຽນ ຮຸ່ນອາຍຸບໍ່ ເກີນ 19 ປີ (AFF 19 CHAMPIONSHIP 2022) ທີ່ປະເທດອິນ ໂດຍເນເຊຍ ເປັນເຈົ້າພາບ.
ໃນການແຂ່ງຂັນບານເຕະຊາຍ ຊີງຊະນະເລີດ ອາຊຽນ ຮຸ່ນອາຍຸບໍ່ ເກີນ 19 ປີ (AFF 19 CHAMPIONSHIP 2022) ທີ່ປະເທດອິນ ໂດເນເຊຍ ເປັນເຈົ້າພາບ.
ທີມຊາດລາວຢູ 19 ລົງແຂ່ງຂັນ ໃນຮອບ 4 ທີມສຸດທ້າຍ ເອົາຊະນະໄທ 2-0 ປະຕູ ຜ່ານເຂົ້າຮອບ ຊີງຊະນະເລີດ ໄປພົບກັບມາເລເຊຍ , ປະຕູທຳອິດ ໄດ້ຈາກການຍິງຂອງ ປີເຕ້ີ ພັນທະວົງ ໃນນາທີ ທີ 8 ແລະ ລູກທີສອງ ໄດ້ ຈາກການຍິງຂອງ ດາໝົດ ທອງຄຳສະຫວັດ ນາທີ 85 ເຮັດໃຫ້ທີມຊາດລາວ ເອົາຊະນະ ທີມຊາດ ໄທ 2-0 ປະຕູ ແບບຂາດລອຍເຂົ້າ ຮອບຊີງຊະນະເລີດ ໄປພົບກັບມາເລເຊຍ ທີ່ຊະນະຫວຽດນາມ.
ການແຂ່ງຂັນ ຊີງຊະນະເລີດ ລາວພົບມາເລເຊຍ ໃນວັນທີ 15 ກໍລະກົດ 2022, ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີ່ສະ ໜາມ Patriot Candrabhaga ອິນໂດເນເຊຍ.
ຜ່ານມາການແຂ່ງຂັນບານເຕະ ລາວພົບໄທ 5 ນັດ ລາວເສຍທັງໝົດ, ລາວພົບໄທ ນັດສຸດທ້າຍນີ້ສາ ມາດເອົາຊະນະໄທ ແບບຂາດລອຍ ຖືວ່າເປັນປະຫວັດສາດ ໜ້າໃໝ່ໃຫ້ ແກ່ວົງການກິລາລາວ ທີ່ສາມາດ ຊະນະໃນການ ແຂ່ງຂັນ 5 ນັດລວດບໍ່ເຄີຍມີ.
ຍ້ອນລາວເຮົາມີຄູຝຶກຢ່າງໄມ ເຄີນໂຄຊ ຊາວເຢຍລະມັນ ທີ່ສ້າງ ຜົນງານສຳເລັດ ອັນໃຫຍ່ຫລວງ ໃຫ້ແກ່ທີມຊາດລາວ ແລະ ບວກກັບຜົນງານ ການຫລິ້ນ ຂອງນັກເຕະບານລາວ ທີ່ບໍ່ໄດ້ນ້ອຍໜ້າ ບັນດາປະເທດ ອາຊຽນ ສ້າງຜົນງານ ອັນຍອດຢ້ຽມ ໃຫ້ແກ່ລາວ ກໍຄືປະຊາຊົນລາວ ທັງ ປະເທດ ທີ່ຄອງຄອຍ ແລະ ເຊຍມາຕະຫລອດ. ມາບາດນີ້ນັກເຕະບານ ທີມຊາດລາວຢູ-19 ໄດ້ສ້າງປະຫວັດສາດ,ສ້າງຄວາມຝັນໃໝ່ ເຮັດໃຫ້ປະຊາຊົນລາວ 7 ລ້ານກວ່າຄົນ ຍົກມືຊົມເຊີຍ, ໂດຍສະເພາະວັນທີ 14 ກໍລະກົດ 2022 ໜ້າເຟດບຸກ ມີ ແຕ່ຄຳຍ້ອງຍໍຊົມເຊີຍ ລາວສູ້ສູ້....
ຜູ້ຂຽນກໍ່ແມ່ນຜູ້ໜຶ່ງທີມີຄວາມພາກພູມໃຈ ແບບບໍ່ເຄີຍມີມາກ່ອນ ທີ່ໄດ້ເຫັນທີມຊາດລາວ ຊະນະ 5 ນັດລວດ ທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ຄວາມຝັນ ຂອງກອງເຊຍກາຍ ເປັນຄວາມຈິງ ຂຶ້ນມາທັນທີ ຊົມເຊີຍ ຢ່າງສຸດໃຈ ລາວສູ້ສູ້.
ໂດຍ: ສ ຄັດສະເບີດ
KPL