ຂປລ
ຂປລ. ກອງປະຊຸມເຈົ້າໜ້າທີ່ ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 56 ແບບທາງໄກ ໄດ້ຈັດຂຶ້ນ ໃນວັນທີ 5-6 ກໍລະກົດ 2022 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານນາງ ນີວາຢາກີຣີ ອັດຢານີ ຫົວໜ້າຫ້ອງການ ກະຊວງການທ່ອງທ່ຽວ ແລະ ເສດຖະກິດ ປະເທດອິນໂດເນເຊຍ ແລະ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ເປັນຮອງປະທານ.
ຂປລ. ກອງປະຊຸມເຈົ້າໜ້າທີ່ ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 56 ແບບທາງໄກ ໄດ້ຈັດຂຶ້ນ ໃນວັນທີ 5-6 ກໍລະກົດ 2022 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານນາງ ນີວາຢາກີຣີ ອັດຢານີ ຫົວໜ້າຫ້ອງການ ກະຊວງການທ່ອງທ່ຽວ ແລະ ເສດຖະກິດ ປະເທດອິນໂດເນເຊຍ ແລະ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ເປັນຮອງປະທານ.
ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດ ແຜນການຮ່ວມມື ດ້ານທ່ອງທ່ຽວອາ ຊຽນ ໃນ 6 ຕົ້ນປີ 2022 ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ກ່ຽວກັບນະໂຍບາຍການປ້ອງກັນ ແລະ ສະກັ້ນການແພ່ລະບາດ ພະຍາດໂຄວິດ-19 ທີ່ສົ່ງຜົນກະທົບ ຕໍ່ການທ່ອງທ່ຽວ, ນະໂຍບາຍ ການເປີດປະເທດຄືນໃໝ່ ເພື່ອຕ້ອນຮັບ ນັກທ່ອງທ່ຽວ ແນໃສ່ຮັບປະກັນ ທາງດ້ານສຸຂະພາບ ແລະ ຄວາມປອດໄພ ຂອງນັກທ່ອງທ່ຽວ ເປັນບັນຫາສໍາຄັນ. ມາຮອດປັດຈຸບັນ ຫລາຍປະເທດສະມາຊິກອາຊຽນ ໄດ້ມີນະໂຍບາຍ ແລະ ມາດຕະການຜ່ອນຜັນ ອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງທ່ຽວ ພາຍໃນອາຊຽນ ແລະ ການເດີນທາງທ່ຽວ ຂອງນັກທ່ອງທ່ຽວສາກົນ ເຂົ້າ-ອອກປະເທດ.
ຂະແໜງການທ່ອງທ່ຽວອາຊຽນ ສືບຕໍ່ຮ່ວມກັນຈັດຕັ້ງ ແຜນປະຕິບັດງານ ເພື່ອຟື້ນຟູການທ່ອງທ່ຽວ ທີ່ຖືກຮັບຮອງໃນຕົ້ນປີ 2022 ໃຫ້ເກີດເປັນຮູບປະທໍາ ໂດຍສົມທົບກັບ ຂະ ແໜງການທີ່ກ່ຽວຂ້ອງ ລວມທັງຜູ້ປະກອບການ ທຸລະກິດທ່ອງທ່ຽວ ເພື່ອເຮັດໃຫ້ການທ່ອງທ່ຽວ ກັບຄືນມາສູ່ສະພາບປົກກະຕິ ແລະ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວນັບມື້ເພີ່ມຂຶ້ນ. ພ້ອມນີ້ ຈະສຸມໃສ່ສ້າງຜະລິດຕະພັນ ການທ່ອງທ່ຽວ ທີ່ມີຄວາມຫລາກຫລາຍ, ສົ່ງເສີມວຽກງານ ໂຄສະນາການຕະຫລາດ, ມາດຕະຖານການທ່ອງທ່ຽວ, ການທ່ອງທ່ຽວເຊື່ອມຈອດ, ຫັນການທ່ອງທ່ຽວ ທາງດ້ານດີຈິຕອນ ເພື່ອໃຫ້ນັກທ່ອງທ່ຽວ ມີຄວາມສະດວກ ໃນການເຂົ້າເຖິງ ຂໍ້ມູນຂ່າວສານ. ນອກນີ້, ຂະແໜງການທ່ອງທ່ຽວ ຈະສືບຕໍ່ຮ່ວມມືກັບ ບັນປະເທດຄູ່ເຈລະຈາ ແລະ ການຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ແນໃສ່ ເຮັດໃຫ້ການທ່ອງທ່ຽວອາຊຽນ ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເດີນ ທາງທ່ອງທ່ຽວໄປ-ມາຫາສູ່ກັນ ມີຄວາມສະດວກຫລາຍຂຶ້ນ.
ໃນຕົ້ນປີ 2022, ລັດຖະບານລາວ ໄດ້ມີນະໂຍບາຍ ເປີດການທ່ອງທ່ຽວ ໃນຮູບແບບ ເຂດ ການທ່ອງທ່ຽວສີຂຽວ ໂດຍໃຫ້ມີການບໍລິການຂອງ ບໍລິສັດທ່ອງທ່ຽວຂອງລາວເຮົາ, ແລະ ໄດ້ປະກາດເປີດປະເທດ ເຕັມຮູບແບບຢ່າງເປັນທາງການ ໃນເດືອນພຶດສະພາ 2022 ຜ່ານມາ. ໃນໄລຍະໄຕມາດທຳອິດ ຂອງປີ 2022 ນີ້, ສາມາດຕ້ອນຮັບ ນັກທ່ອງທ່ຽວພາຍໃນ ຫລາຍກວ່າ 626.825 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 35.980 ເທື່ອຄົນ ແລະ ຄາດວ່າໃນທ້າຍປີນີ້ ຈະມີນັກທ່ອງທ່ຽວສາກົນ ມາທ່ຽວລາວນັບມື້ເພີ່ມຂຶ້ນ.
ຂ່າວ: ສຸພາສະຫວັນ
ພາບ: ຂັນໄຊ
KPL