ເພີ່ມທະວີການຄຸ້ມຄອງສັດນ້ຳ-ສັດປ່າ ໃຫ້ອຸດົມສົມບູນ

06/07/2021 16:09
Email Print 545
ຂປລ ປັດຈຸບັນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສັດນ້ຳ-ສັດປ່າ ຢູ່ ສປປ ລາວ ເຫັນວ່າໃນຫລາຍທ້ອງຖິ່ນໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໂດຍມີການກວດກາລາດຕະເວນຢູ່ຂອບເຂດພື້ນທີ່ປ່າສະຫງວນ ແລະ ປ່າປ້ອງກັນ ແຫ່ງຊາດ, ເຂດທີ່ຫລໍ່ແຫລມ ແລະ ອື່ນໆ. ພ້ອມດຽວກັນນັ້ນ ກໍໄດ້ອອກລະບຽບ ແລະ ມາດຕະການຫ້າມລ່າ, ຫ້າມຈັບ ໃນໄລຍະສັດນ້ຳ-ສັດປ່າ ຖືພາມານ, ອອກແມ່ແຜ່ລູກ ແລະ ສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ.

ປັດຈຸບັນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສັດນ້ຳ-ສັດປ່າຢູ່ ສປປ ລາວເຫັນວ່າໃນຫລາຍທ້ອງຖິ່ນໃນຂອບເຂດທົ່ວປະເທດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໂດຍມີການກວດກາລາດຕະເວນຢູ່ຂອບເຂດພື້ນທີ່ປ່າສະຫງວນແລະ ປ່າປ້ອງກັນແຫ່ງຊາດ, ​ເຂດທີ່ຫລໍ່ແຫລມແລະ ອື່ນໆ. ພ້ອມດຽວກັນນັ້ນ ກໍໄດ້ອອກລະບຽບ​ ​ແລະ ມາດຕະການຫ້າມລ່າ, ຫ້າມຈັບໃນ​​ໄລຍະສັດນ້ຳ-ສັດປ່າ ຖືພາມານ, ອອກແມ່ແຜ່ລູກແລະ ສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ.

ປັດຈຸ​ບັນການຈັດຕັ້ງ ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ສັດ​ນ້ຳ-ສັດປ່າ​ ຢູ່ ສປປ ລາວ ​ແມ່ນ​ອີງ​ໃສ່​ກົດໝາຍ​ ວ່າ​ດ້ວຍ​ສັດ​ນ້ຳ ແລະ ສັດປ່າ, ບັນດາ​ນິຕິ​ກຳ​ຕ່າງໆ​ທີ່​ກ່ຽວຂ້ອງ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ບັນດາ​ເຜົ່າ, ອົງການ​ຈັດຕັ້ງຕ່າງໆ ຕະຫລອດ​ເຖິງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສຳຄັນ​ໃນ​ການ​ອະນຸລັກ​ ​ແລະ ພັດທະນາ​ສັດ​ນ້ຳ ແລະ ສັດປ່າ ​ໃຫ້​ກາຍ​ເປັນ​ທ່າ​ແຮງ​ໜຶ່ງ ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ​ໂດຍ​ລັດ​​ໄດ້ສົ່ງ​ເສີມ​ບຸກຄົນ ແລະ ການຈັດຕັ້ງຂະຫຍາຍ​ພັນ​ສັດ​ນ້ຳ ແລະ ສັດປ່າ​ ຕາມ​ທຳ​ມະ​ຊາດ​ ໂດຍ​ນຳ​ໃຊ້​ເຕັກນິກ​ວິຊາ​ການ​ ​ເພື່ອ​ເພີ່ມ​ຈຳນວນ​ສັດ​ນ້ຳ ແລະ ສັດປ່າ​ ໃຫ້​ຫລາຍ​ຂຶ້ນ. ນອກ​ນັ້ນ, ຍັງ​ໄດ້​ຟື້ນຟູ​ບູລະນະ​ຖິ່ນ​ທີ່ຢູ່​ອາ​ໄສ​ ທີ່​ເຊື່ອມ​ໂຍງ​ ລວມທັງ​ແຫ​ລ່ງອາຫານ ແລະ ​ແຫ​ລ່ງ​ແພ່ພັນ ເພື່ອ​ໃຫ້​ສັດປ່າດຳ​ລົງ​ຊີວິດ​ຢ່າງ​ປົກກະຕິ. ພ້ອມ​ກັນນັ້ນ ກໍ​ໄດ້​ປຸກລະດົມ​ທົ່ວ​ປວງ​ຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ສັດ​ນ້ຳ ແລະ ສັດປ່າ ຢ່າງ​ກວ້າງ​ຂວາງ, ສືບຕໍ່​ເຜີຍ​ແຜ່​ໂຄສະນາ​ຢ່າງ​ຕໍ່​ເນື່ອງ​ລຽນຕິດ ​ເພື່ອ​ໃຫ້​ບຸກຄົນ, ຄອບ​ຄົວ ​ແລະ ການຈັດຕັ້ງຕ່າງໆ​ຮູ້​ເຖິງ​ຂໍ້​ຫ້າມ ​ໃນ​ການ​ຄຸ້ມ​ຄອງ​ສັດ​ນ້ຳ-ສັດປ່າ​ ທີ່​ຍັງ​ມີ​ຊີວິດ​ ​ແລະ ການ​ລັກລອບ​ຊື້-ຂາຍ, ການ​ລ່າສັດ​ຫວງ​ຫ້າມ, ການ​ລ່າ​ສັດ​ໃນ​ລະດູ​ການ​ຂະຫຍາຍ​ພັນ, ການ​ລ່າ​ສັດ​ນ້ຳ-ສັດປ່າ​ແບບ​ດັບ​ສູນ ​ແລະ ອື່ນໆ.

ສັດ​ນ້ຳ-ສັດປ່າ ປະ​ເພດຫວງ​ຫ້າມ ຢູ່ ສປປ ລາວ ມີ​ຫລາຍ​ະ​ນິດ ​ຄື: ສັດລ້ຽງ​ລູກ​ດ້ວຍ​ນ້ຳນົມ ມີ 44 ະ​ນິດ, ສັດ​ເລືອ​ຄານ 8 ະ​ນິດ, ສັດ​ປີກ 36 ະ​ນິດ, ສັດ​ນ້ຳ​ 7 ະ​ນິດ, ສັດ​ເຄິ່ງບົກ​ເຄິ່ງນ້ຳ 1 ະ​ນິດ(ປາ​ຕີນ). ສ່ວນ​ສັດ​ນ້ຳ-ສັດປ່າ ປະ​ເພດ​ຄຸ້ມຄອງ ມີ​ຄື: ສັດລ້ຽງ​ລູກ​ດ້ວຍ​ນ້ຳນົມ ມີ 15 ະ​ນິດ, ສັດ​ເລືອ​ຄານ 13 ະ​ນິດ, ສັດ​ປີກ 21 ະ​ນິດ, ສັດ​ນ້ຳ 9 ະ​ນິດ ​ແລະ ​ແມງ​ໄມ້ 7 ະ​ນິດ ​ໃນ​ນັ້ນ ສັດ​ທີ່​ສູນພັນ​ແລ້ວ​ ປະກອບ​ມີ ​ແຮດ​ນໍ​ດຽວ, ​ແຮດ​ສອງ​ນໍ, ງົວ​ບາ ​ແລະ ຄວາຍ​ປ່າ.
KPL

ຂ່າວອື່ນໆ

ads
ads

Top