5 ພາກສ່ວນ ມອບເງິນຊ່ວຍເຫລືອໃຫ້ແກ່ລັດຖະບານ ຕ້ານໂຄວິດ-19

29/04/2021 11:58
Email Print 2786
ຂປລ ຂປລ. ຄະນະສະເພາະກິດ ດ້ານເສດຖະກິດ ຕາມຂໍ້ຕົກລົງ ຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ກ່ຽວກັບການແກ້ໄຂຜົນກະທົບ ຂອງການລະບາດພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ວຽກງານຈຸດສຸມເພື່ອແກ້ໄຂ ຜົນກະທົບໃນໄລຍະມີ ການລະບາດຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຮອບທີ 2.

ຂປລ. ຄະນະສະເພາະກິດ ດ້ານເສດຖະກິດ ຕາມຂໍ້ຕົກລົງ ຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ກ່ຽວກັບການແກ້ໄຂຜົນກະທົບ ຂອງການລະບາດພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ວຽກງານຈຸດສຸມ ເພື່ອແກ້ໄຂ ຜົນກະທົບໃນໄລຍະມີ ການລະບາດຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຮອບທີ 2.

      ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທາງໄກ (ວີດີໂອຄອນຟາເລັນ) ໄດ້ຈັດຂຶ້ນໃນວັນທີ 28 ເມ ສາ 2021 ທີ່ ກະຊວງແຜນການ ແລະ ການລົງທຶນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດ, ເຊິ່ງມີບັນດາທ່ານ ໃນຄະນະສະເພາະກິດດັ່ງກ່າວ ແລະ ຄະນະນໍາຈາກກະຊວງ ກ່ຽວຂ້ອງ ແລະ ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.

ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອທົບທວນຄືນ ບາງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບ ການລະບາດ ພະຍາດ ໂຄວິດ-19 ໃນໄລຍະຜ່ານມາ, ພ້ອມທັງປຶກສາເພື່ອແກ້ໄຂຜົນກະ ທົບສຳລັບການລະບາດໃນຮອບທີ 2 ນີ້, ເຊິ່ງມີທັງໝົດ 5 ບັນຫາສຳຄັນ ຄື: ວຽກງານນະໂຍບາຍດ້ານການເງິນ, ດ້ານນະໂຍບາຍສິນເຊື່ອ, ດ້ານນະໂຍບາຍດ້ານແຮງງານ, ດ້ານການຄຸ້ມຄອງ ການຜະລິດ, ລາຄາສິນຄ້າ, ຈໍລະຈອນ ແລະ ຂົນສົ່ງສິນຄ້າ, ແລະ ນະໂຍບາຍດ້ານສັງຄົມ ແລະ ປະຊາຊົນ.

ວຽກງານນະໂຍບາຍ ດ້ານການເງິນ ຈະໄດ້ລົງເລິກຄົ້ນຄວ້າຕື່ມ ກ່ຽວກັບນະໂຍບາຍ ຜ່ອນຜັນດ້ານພາສີ-ອາກອນ ແລະ ເລື່ອນໄລຍະການ ຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ອື່ນໆ ເພື່ອຫລຸດຜ່ອນພາລະດ້ານ ການໃຊ້ຈ່າຍທຸລະກິດ ແລະ ຄົວເຮືອນ.

ດ້ານນະໂຍບາຍສິນເຊື່ອ ຈະໄດ້ມີການກວດກາຕື່ມບັນດາ ຫົວໜ່ວຍທຸລະກິດ ທີ່ສືບຕໍ່ໄດ້ຮັບຜົນກະ ທົບຈາກການລະບາດ ຂອງພະຍາດ ດັ່ງກ່າວ ແລະ ຊອກຫາວິທີທາງຊ່ວຍ ດ້ານສິນເຊື່ອເພີ່ມຕື່ມ ໃນຫລາຍຮູບແບບ, ພ້ອມທັງປຶກສາຫາລື ວຽກງານສະໜອງສິນເຊື່ອ ໃນໂຄງການຟື້ນຟູ ເສດຖະກິດ ແລະ ໂຄງການສົ່ງເສີມ ວິສາຫະກິດຂະໜາດກາງ ແລະ ນ້ອຍ.

ດ້ານນະໂຍບາຍດ້ານແຮງງານ ຈະໄດ້ປະເມີນຄືນ ຄວາມອາດສາມາດ ຂອງກອງທຶນປະກັນສັງຄົມ ແລະ ຄົ້ນຄວ້າວິທີການຊ່ວຍອຸດໜູນ ສຳລັບຜູ້ທີ່ໄດ້ຮັບຜົນກະທົບ ຢູ່ໃນລະບົບປະກັນສັງຄົມ, ລວມທັງຈະໄດ້ເກັບກຳ ຂໍ້ມູນດ້ານແຮງງານ ທີ່ໄດ້ຮັບຜົນກະທົບ ທີ່ຢູ່ນອກລະບົບ ໃນທົ່ວປະເທດ, ສ້າງແຜນຊ່ວຍເຫລືອ ແບບປະຊາສົງເຄາະ ຕາມເງື່ອນໄຂຕົວຈິງ. ນອກນັ້ນ ກໍຈະໄດ້ຄົ້ນຄວ້າ ວິທີການຈັດສັນແຮງງານ ທີ່ຫວ່າງງານ ເຂົ້າສູ່ລະບົບການຈ້າງງານ.

ດ້ານການຄຸ້ມຄອງການຜະລິດ, ລາຄາສິນຄ້າ, ຈໍລະຈອນ ແລະ ຂົນສົ່ງສິນຄ້າ ໄດ້ປຶກສາຫາລືກ່ຽວກັບ ສະພາບການຕິດຕາມ-ກວດກາ ການສະໜອງສິນຄ້າ ແລະ ລາຄາສິນຄ້າໃນທົ່ວປະເທດ, ພ້ອມທັງປຶກສາຫາລື ວຽກງານການອຳນວຍ ຄວາມສະດວກແກ້ໄຂ ອຸປະສັກຂອງການ ຈໍລະຈອນ ແລະ ຂົນສົ່ງສິນ ຄ້າບໍ່ໃຫ້ອັ່ງອໍ ລະຫວ່າງແຂວງຫາແຂວງ, ພາຍໃນແຂວງຫາດ່ານສາກົນ ແລະ ແກ້ໄຂບັນຫາຄ່າບໍລິການ ຂົນສົ່ງທີ່ສູງຂຶ້ນ.

ນະໂຍບາຍດ້ານສັງຄົມ ແລະ ປະຊາຊົນ ໄດ້ສະເໜີໃຫ້ຂະແໜງ ການທີ່ກ່ຽວຂ້ອງ ຄົ້ນຄວ້າຕື່ມວ່າມີນະໂຍບາຍຊ່ວຍສັງຄົມ ແລະ ປະຊາຊົນ ຕໍ່ກັບລາຄາໄຟຟ້າ, ນ້ຳປະປາ, ຄ່າໂທລະສັບ, ອິນເຕີເນັດ, ບໍລິການຂີ້ເຫຍື້ອ ແລະ ອື່ນໆ ຄືແນວໃດ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກໃຫ້ຂະແໜງ ການທີ່ກ່ຽວຂ້ອງ ລົງເລິກຄົ້ນຄວ້າລະອຽດນະໂຍບາຍ ແລະ ມາດຕະການແກ້ໄຂ ໃນຫລາຍດ້ານ ແລະ ເປັນເຈົ້າການຊຸກຍູ້ ການຜັນຂະຫຍາຍ ໃຫ້ເປັນຮູບປະທຳ ແລະ ເປັນການເພີ່ມການ ຫລຸດຜ່ອນຜົນກະທົບ ຂອງການແຜ່ລະບາດ ພະຍາດໂຄວິດ-19 ທີ່ເກີດຂຶ້ນຕໍ່ກັບເສດຖະກິດ.

ຂ່າວ-ພາບ: ສິງຄຳ

KPL

ຂ່າວອື່ນໆ

ads
ads

Top