ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມິຖຸນາ 2020

17/06/2020 21:17
Email Print 1050
ຂປລ ຂປລ. ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2020 ຢູ່ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ຂປລ. ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2020 ຢູ່ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບົດລາຍງານ ຈຳນວນ 3 ຫົວຂໍ້ໍ້ໃຫຍ່ ດັ່ງນີ້:

1. ຮ່າງບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.



ຜ່ານການພິຈາລະນາຮ່າງບົດລາຍງານ, ກອງປະຊຸມໄດ້ເຫັນດີ ເປັນເອກະພາບໂດຍພື້ນຖານ ຕໍ່ເນື້ອໃນຮ່າງບົດລາຍງານດັ່ງກ່າວ ແລະ ໄດ້ມີທິດຊີ້ນຳໃຫ້ ໄປປັບປຸງ ໂຄງຮ່າງບົດລາຍງານ ໃຫ້ເປັນລະບົບ ແລະ ເຂົ້າໃຈງ່າຍ ແລະ ປັບປຸງດ້ານເນື້ອໃນຕື່ມຄືນໃຫ້ຄົບຖ້ວນ, ໃຫ້ມີເນື້ອໃນອຸດົມສົມບູນ, ລະອຽດຈະແຈ້ງ, ແທດຊັດເຈນ, ຮັດກຸມ ແລະ ຖືກຕ້ອງກັບຕົວຈິງ, ສົມເຫດສົມຜົນ, ເຂົ້າໃຈງ່າຍ ແລະ ອື່ນໆ. ໃນນັ້ນ ສຳລັບການສະຫຼຸບ 5 ເດືອນ ຕົ້ນປີ 2020 ແມ່ນໃຫ້ກວດກາ ແລະ ປັບປຸງຄືນຕື່ມບາງດ້ານ ເປັນຕົ້ນແມ່ນ ຕົວເລກການເຕີບໂຕທາງດ້ານເສດຖະກິດ, ການຈັດຕັ້ງປະຕິບັດ ຄາດໝາຍມະຫາພາກ ສົມທຽບກັບຕົວເລກ ທີ່ສະພາແຫ່ງຊາດໄດ້ຮັບຮອງ, ຄວາມຄືບໜ້າ ແລະ ແຜນ ການສືບຕໍ່ ປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດ ຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ສປປ ລາວ. ສ່ວນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2020 ແມ່ນໃຫ້ຈັດລຽງບູລິມະສິດແຕ່ລະໜ້າວຽກຄືນ ໂດຍຕິດພັນກັບ ການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ. ພ້ອມກັນນີ້ ໃຫ້ກຳນົດເພີ່ມບາງເນື້ອໃນ ເປັນຕົ້ນ ກຳນົດແຈ້ງ ບັນດາໂຄງການໃຫຍ່ ທີ່ຈະສືບຕໍ່ ຫຼື ສຸມໃສ່ຈັດຕັ້ງປະຕິບັດ, ການສືບຕໍ່ກວດກາ ແລະ ເຈລະຈາ ຫຼຸດມູນຄ່າ ບັນດາໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງເກີນລາຄາກາງ 20% ຂຶ້ນໄປ, ການຈັດຕັ້ງປະຕິບັດ ວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ການສ້າງວຽກເຮັດງານທຳ ແລະ ການນຳໃຊ້ແຮງງານລາວ ທີ່ກັບມາຈາກຕ່າງປະເທດ, ຈຸດສຸມຂອງ ວຽກງານການຕ່າງປະເທດ, ພາຍຫຼັງປັບປຸງຮ່າງ ບົດລາຍງານແລ້ວ ໃຫ້ສົ່ງສະມາຊິກລັດຖະບານ ປະກອບມີຄໍາຄິດເຫັນຕື່ມ ກ່ອນສົ່ງໃຫ້ທ່ານນາຍົກລັດຖະມົນຕີ ພິຈາລະນາ ແລະ ມິທິດຊີ້ນຳ.



2. ບົດລາຍງານ ການປະຕິບັດນະໂຍບາຍ ລາຄາກະແສໄຟຟ້າ ໃນໄລຍະການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ການປັບໂຄງສ້າງຄິດໄລ່ ລາຄາໄຟຟ້າ ຄືນໃໝ່

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຄົ້ນຄວ້າການປັບປຸງ ໂຄງສ້າງລາຄາໄຟຟ້າຄືນໃໝ່ ຊຶ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ທົບທວນຄືນ ແລະ ຄົ້ນຄວ້າຄິດໄລ່ ຫຼາຍທາງເລືອກ ເພື່ອສະເໜີລັດຖະບານພິຈາລະນາ. ກອງປະຊຸມ ເຫັນດີມອບໃຫ້ໂຄສົກລັດຖະບານ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຜູ້ວ່າການຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ ຮ່ວມກັນຖະແຫຼງຂ່າວ ໃຫ້ສັງຄົມຮັບຊາບເປັນອັນສະເພາະ.

3. ບົດລາຍງານ ຄວາມຄືບໜ້າ ການປັບປຸງກົນໄກ ການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດ ໃນ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງ ບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ຄຳສັ່ງເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກ ໃບອະນຸຍາດດຳ ເນີນທຸລະກິດ.

ຕໍ່ການປະຕິບັດຄຳສັ່ງເລກທີ 02/ນຍ, ກອງປະຊຸມ ໄດ້ຕີລາຄາວ່າ: ຕົວຊີ້ວັດທີ 1, 2, 3, 4, 6 ແລະ 8 ແມ່ນມີຄວາມຄືບໜ້າດີ, ສ່ວນຕົວຊີ້ວັດທີ 5, 7, 9 ແລະ 10 ແມ່ນຍັງບໍ່ທັນມີຄວາມ ຄືບໜ້າເທົ່າທີ່ຄວນ. ສຳລັບການຈັດຕັ້ງປະຕິບັດຄຳສັ່ງ 03/ນຍ ກໍ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການປະສານງານ, ການແກ້ໄຂເອກະສານ ບາງຄັ້ງຍັງຊັກຊ້າ, ແກ່ຍາວເວລາ. ກອງປະຊຸມ ໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ຈະຕ້ອງໄດ້ເພີ່ມຄວາມເປັນເຈົ້າການ ໃນການວາງແຜນ, ການປະສານງານ, ການຕິດຕາມ ແລະ ຮ່ວມມືກັນແກ້ໄຂຂໍ້ຄົງຄ້າງ ໂດຍສະເພາະ ການປັບປຸງນິຕິກຳທີ່ກ່ຽວຂ້ອງ ໃຫ້ວ່ອງໄວ, ທັນການ ແລະ ມີປະສິດທິຜົນ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນທ້າຍ ເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້:

1. ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບ ການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາ ໂຈມຕີບິດເບືອນ ຄວາມເປັນຈິງ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ.

2. ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ໂດຍສະເພາະ ສຸມໃສ່ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຮັບປະກັນການ ເບີກຈ່າຍເງິນເດືອນ, ຄຸ້ມຄອງອັດຕາແລກປ່ຽນ ໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ໂຄງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການ ລົງທຶນ, ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດ ສາມາດສືບຕໍ່ເຄື່ອນໄຫວ ທຸລະກິດໄດ້ .

3. ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດບັນດາ ມາດຕະການປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຮອບໃໝ່ ຢູ່ ສປປ ລາວ ແລະ ຄົ້ນຄວ້າ ມາດຕະການຜ່ອນຜັນ ຫຼັງຈາກວັນທີ 30 ມິຖຸນາ 2020. ພ້ອມກັນນີ້, ໃຫ້ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍ ນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນ ກະທົບຈາກພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດານະໂຍບາຍ ແລະ ມາດຕະການດ້ານເສດຖະກິດ ທີ່ລັດຖະບານ ໄດ້ຮັບຮອງແລ້ວ ຢ່າງມີປະສິດທິຜົນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງ ຂຶ້ນເທື່ອລະກ້າວ.

4. ໃຫ້ກະຊວງສາທາລະນະສຸກ ສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີ ເອົາໃຈໃສ່ວຽກງານປ້ອງກັນ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໄຂ້ຍຸງລາຍ, ລວມທັງພະຍາດ ຕາມລະດູການອື່ນໆ. ພ້ອມກັນນັ້ນ, ກໍ່ປຸກລະດົມໃຫ້ທຸກຄົນໃນສັງຄົມ ເປັນເຈົ້າການປະຕິບັດ ມາດຕະການປ້ອງກັນ ຢ່າງເຂັ້ມງວດ.

5. ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນຳສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃຫ້ດຳເນີນການຮຽນ-ການສອນ ຕາມຫຼັກສູດ ແລະ ກະກຽມສອບເສັງ ຈົບຊັ້ນ-ເລື່ອນຊັ້ນ ຕາມແຜນທີ່ໄດ້ກຳນົດໄວ້ ທັງຮັບປະກັນຄຸນນະພາບ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນພະຍາດ ໂຄວິດ -19 ຕາມຄຳແນະນຳ ຂອງຄະນະສະເພາະກິດ.

6. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ລົງຊຸກຍູ້ການຜະລິດລະດູຝົນ, ຕ້ານແລ້ງ-ຕ້ານຖ້ວມ, ກະກຽມສະກັດກັ້ນ ແລະ ແກ້ໄຂການລະບາດຂອງສັດຕູພືດ. ພ້ອມກັນນັ້ນ ກໍ່ກະກຽມຮັບມືກັບ ໄພພິບັດທຳມະຊາດ ທີ່ອາດຈະເກີດຂຶ້ນ.

7. ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການບໍລິການ; ຊຸກຍູ້ສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວ ໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນ.

8. ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງກະກຽມ ຮອບດ້ານໃຫ້ແກ່ການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຜ່ານລະບົບ ກອງປະຊຸມທາງໄກຂອງນາຍົກ. ພ້ອມກັນນັ້ນ, ໃຫ້ສືບຕໍ່ຕິດຕາມສະພາບ ການຂອງພາກພື້ນ ແລະ ສາກົນ
ທີ່ມີທ່າອ່ຽງ ແລະ ຄວາມສ່ຽງ ທີ່ອາດມີຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ.

9. ໃຫ້ບັນດາສະມາຊິກລັດຖະບານ ກະກຽມເຂົ້າຮ່ວມກອງປະຊຸມສາມັນ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ລວມທັງກະກຽມເນື້ອໃນຕອບຄຳ ຊັກຖາມຂອງສະມາຊິກ ສະພາແຫ່ງຊາດ.

10. ສືບຕໍ່ປັບປຸງຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນປີ 2021 ເພື່ອນຳເຂົ້າພິຈາລະນາ ໃນກອງປະຊຸມ ສະພາແຫ່ງຊາດ ໃນທ້າຍປີ.

ໃນຕອນທ້າຍ, ກອງປະຊຸມ ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ; ໃຫ້ສື່ມວນຊົນ ລວມທັງ ສື່ອອນລາຍຕ່າງໆ ອອກຂ່າວ ແລະ ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.

ແຫລ່ງຂ່າວ: ກົມປະຊາສໍາພັນ ສຳນັກງານນາຍົກລັດຖະມົນຕີ

KPL

ຂ່າວອື່ນໆ

ads
ads

Top