ຍອດຜູ້ຕິດເຊື້ອ ໂຄວິດ-19 ຢູ່ລາວບໍ່ເພີ່ມຂຶ້ນ ຍັງຢູ່ທີ່ 19 ກໍລະນີ

14/04/2020 21:00
Email Print 419
ຂປລ ຂປລ.ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ລາຍງານປະຈໍາວັນທີ 14 ເມສາ ປີ 2020, ຜ່ານການເກັບຕົວຢ່າງມາກວດທັງໝົດ 50 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 6 ຄົນ, ກໍລະນີມີອາ ການສົງໄສ 44 ຄົນ, (ໃນນີ້ແຮງງານລາວທີ່ກັບມາແຕ່ໄທ 17 ຄົນ) ແມ່ນບໍ່ພົບເຊື້ອ ຍັງຢູ່ທີ່ 19 ຄົນ, ທັງ 19 ຄົນແມ່ນນອນປິ່ນປົວ-ຕິດຕາມ ຢູ່ໂຮງໝໍ.

ຂປລ.ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ລາຍງານປະຈໍາວັນທີ 14 ເມສາ ປີ 2020, ຜ່ານການເກັບຕົວຢ່າງມາກວດ ທັງໝົດ 50 ຄົນ, ໃນນັ້ນມີຜູ້ສຳຜັດ ໃກ້ຊິດກັບຜູ້ຕິດເຊື້ອ 6 ຄົນ, ກໍລະນີມີອາ ການສົງໄສ 44 ຄົນ, (ໃນນີ້ແຮງງານລາວ ທີ່ກັບມາແຕ່ໄທ 17 ຄົນ) ແມ່ນບໍ່ພົບເຊື້ອ ຍັງຢູ່ທີ່ 19 ຄົນ, ທັງ 19 ຄົນແມ່ນນອນປິ່ນປົວ-ຕິດຕາມ ຢູ່ໂຮງໝໍ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເປີດເຜີຍວ່າ: ນັບແຕ່ເດືອນມັງກອນ ຮອດວັນທີ 13 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດມີ 1.235 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ; ສ່ວນຜູ້ສໍາຜັດໃກ້ຊິດ ທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ ຫາ 13 ເມສາ 2020 ມີ ທັງໝົດ 458 ຄົນ, ໝົດກໍານົດຕິດຕາມທັງໝົດ 387 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 71 ຄົນ ຊຶ່ງອາໄສຢູ່ ນະຄອນຫລວງວຽງຈັນ 34 ຄົນ, ແຂວງໄຊສົມບູນ  36ຄົນ ແລະ ແຂວງວຽງຈັນ 1 ຄົນ. ເລີ່ມແຕ່ວັນທີ 20 ມີນາ 2020 ມີແຮງງານລາວ ຈໍານວນຫລວງຫລາຍ ຈາກປະເທດໄທ ໄດ້ກັບເຂົ້າມາລາວ ຕາມຈຸດຜ່ານແດນຕ່າງໆ ມີທັງໝົດ 113.404 ຄົນ ຊຶ່ງລັດຖະບານໄດ້ກະກຽມ ສະຖານທີ່ຮອງຮັບຈຳກັດ ກັດບໍລິເວນໃນແຕ່ລະເມືອງ, ກຸ່ມບ້ານທົ່ວປະເທດມີ 2.142 ສູນ, ຮອງຮັບແຮງງານທັງໝົດ 68.534 ຄົນ ແລະ ໄດ້ຈໍາກັດບໍລິເວນຕົນເອງຢູ່ ເຮືອນ 44.870 ຄົນ ໂດຍມີຄອບຄົວເປັນຜູ້ຢັ້ງຢືນ. ມາຮອດວັນທີ 14 ເມສາ 2020 ທົ່ວປະເທດຍັງມີ 1.735 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 38.479 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 21.553 ຄົນ, ເກັບຕົວຢ່າງມາກວດວິເຄາະ ຫາເຊື້ອ 113  ຄົນ ທັງໝົດບໍ່ພົບເຊື້ອ.

      
ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ: ອາທິດນີ້ ແມ່ນເປັນບຸນປີໃໝ່ລາວ ຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມມືທີ່ສຸດ ໃນການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 06/ ນຍ ທີ່ໄດ້ເນັ້ນໜັກ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫລີກລ້ຽງງານຊຸມແຊວເປັນກຸ່ມ, ການປະກອບວຽກງານ ທາງສາສະໜາ ກໍຄວນປະຕິບັດ ແບບບໍ່ມີການລວມກຸ່ມໃຫຍ່.

ຂ່າວ:ສົມຫວັງ ພາບ:ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top