ນັກຮຽນລາວ 12 ຄົນ ເຂົ້າຮ່ວມແລກປ່ຽນຫລິ້ນກິລາຣັກບີ້ ຢູ່ປະເທດຍີ່ປຸ່ນ

19/09/2018 12:18
Email Print 1169
ຂປລ ຂປລ. ໃນວັນທີ 17 ກັນຍາ 2018, ນັກຮຽນມັດທະຍົມຕອນປາຍລາວ ພ້ອມດ້ວຍຄູຝຶກ 15 ຄົນ, ໄດ້ເດີນ ທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າ ຮ່ວມການແລກປ່ຽນຣັກບີ້ໄວໜຸ່ມ ຍີ່ປຸ່ນ-ອາຊຽນ ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການ ສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ.

ຂປລ. ໃນວັນທີ 17 ກັນຍາ 2018,  ນັກຮຽນມັດທະຍົມຕອນປາຍລາວ ພ້ອມດ້ວຍຄູຝຶກ 15 ຄົນ,  ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມການແລກປ່ຽນຣັກບີ້ໄວໜຸ່ມຍີ່ປຸ່ນ-ອາຊຽນ  ພາຍໃຕ້ໂຄງການ JENESYS 2018,  ເຊິ່ງໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ. ໃນໂອກາດດຽວກັນ, ບັນດານັກຮຽນລາວ ຈະໄດ້ໄປຢ້ຽມຊົມເມືອງ ໂງເຕັງບະ ແຂວງ ຊິຈຶໂອກະ ເພື່ອເຂົ້າຮ່ວມ ຝຶກຫລິ້ນກິລາແທ໋ກຣັກບີ້ ແລະ ແລກປ່ຽນກັນ ໃນນັດແຂ່ງຂັນມິດຕະພາບ. ພ້ອມກັນນີ້, ພວກເຂົາຍັງຈະໄດ້ເຂົ້າພົບປະຜູ້ຕາງໜ້າ  ຈາກກະຊວງການຕ່າງປະເທດ  ແລະ ຢ້ຽມຊົມສະຖານທີ່ປະຫວັດສາດທີ່ສໍາຄັນ  ແລະ ສິ່ງອໍານວຍຄວາມສະດວກອື່ນໆ ໃນນະຄອນຫລວງໂຕກຽວ.

ການແລກປ່ຽນຫລິ້ນກິລາຣັກບີ້ ຍີ່ປຸ່ນ-ອາຊຽນ ແມ່ນເພື່ອແນໃສ່ການເພີ່ມຄວາມສົນໃຈ ໃນກິລາຣັກບີ້ ລະຫວ່າງປະເທດອາຊຽນ ທີ່ຄາດຫວັງຈະເຂົ້າຮ່ວມໃນການແຂ່ງຂັນກິລາຣັກບີ້ໂລກ 2019 ທີ່ຈະຖືກຈັດຂຶ້ນຢູ່ ປະເທດ ຍີ່ປຸ່ນ.  ບັນດານັກຮຽນທີ່ມີຄວາມກະຕືລືລົ້ນໃນການຫລິ້ນກິລາ  ແມ່ນໄດ້ຖືກເຊື້ອເຊີນ ແລະ ຈະໄດ້ຮຽນການທູດໃນອະນາຄົດ,  ໂດຍຜ່ານກິດຈະກໍາກິລາ  ແລະ ຫລິ້ນກິລາແທ໋ກ ຣັກບີ້  ກັບບັນດານັກຮຽນລຸ້ນດຽວກັນ ຈາກຍີ່ປຸ່ນ ແລະ ປະເທດອື່ນໆ ໃນອາຊຽນ.

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top