ບໍລິຄຳໄຊ-ບຶງການ ຈັດກິດຈະກຳແຕ້ມຮູບວັດທະນະທຳ ສອງຝັ່ງຂອງ

18/09/2018 14:11
Email Print 1407
ຂປລ ຂປລ. ກິດຈະ​ກຳ​ແຕ້ມ​ຮູບສິ​ລະ​ປະ​ວັດ​ທະ​ນະ​ທຳ ສອງ​ຝັ່ງ​ຂອງ ລະ​ຫວ່າງ ແຂວງບໍ​ລິ​ຄຳ​ໄຊ ສ​ປ​ປ​ລາວ ແລະ ແຂວງ ບຶງ​ການ ຣາ​ຊາ​ອາ​ນາ​ຈັກ​ໄທ ຈັດ​ຂຶ້ນ​ໃນ​ທ້າ​ຍອາທິ​​ດຜ່ານ​ມາ ຢູ່​ພະ​ແນກຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ​ຽວ(ຖວທ) ແຂວງບໍ​ລິ​ຄຳ​ໄຊ

ຂປລ. ກິດຈະ​ກຳ​ແຕ້ມ​ຮູບສິ​ລະ​ປະ​ວັດ​ທະ​ນະ​ທຳ ສອງ​ຝັ່ງ​ຂອງ ລະ​ຫວ່າງ ແຂວງບໍ​ລິ​ຄຳ​ໄຊ ສ​ປ​ປ​ລາວ ແລະ ແຂວງ ບຶງ​ການ ຣາ​ຊາ​ອາ​ນາ​ຈັກ​ໄທ ຈັດ​ຂຶ້ນ​ໃນ​ທ້າ​ຍອາທິ​​ດຜ່ານ​ມາ ຢູ່​ພະ​ແນກຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ​ຽວ(ຖວທ) ແຂວງບໍ​ລິ​ຄຳ​ໄຊ ​ເຊິ່ງ​ນ້ອງ​ນັກ​ຮຽນທີ່​ເຂົ້າ​ຮ່ວມ ​ໄດ້​ແຕ້ມ​ຮູບ​ຕາມ​ໃຈ​ຕົນ​ເອງ ​ໃນ​ຫົວ​ຂໍ້​ທີ່​ມີ​ຄວາມ​ໝາຍ​ກ່ຽວ​ພັນ ​ກັບ​ສິ​ລະ​ປະ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ ພໍ່​ແມ່​ປະ​ຊາ​ຊົນ​ລາວ-ໄທ ທີ່​ອາ​ໃສ​ຢູ່​ລຽບ​ຕາມ​ແຄມ​ຝັ່ງ​ແມ່​ນ້ຳ​ຂອງ ແລະ ຮູບ​ແຕ້ມ​ຕ້ອງ​ສາ​ມາດ​ບົ່ງ​ບອກ​ເຖິງ​ສະ​ຖານ​ທີ່, ວິ​ຖີ່ຊີ​ວິດ,  ຄວາມ​ອຸ​ດົມ​ສົມ​ບູນ​ທາງ​ດ້ານ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ອື່ນໆ ທີ່​ທຸກ​ຄົນ​ເຫັນ​ແລ້ວ​ສາ​ມາດ​ຮັບ​ຮູ້​ໄດ້ ແລະ ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຮູບ​ແຕ້ມ.

ການ​ແຕ້ມ​ຮູບ​ສິ​ລະ​ປະ ​ວັດ​ທະ​ນະ​ທຳ​ສອງ​ຝັ່ງ​ແມ່​ນ້ຳ​ຂອງຄັ້ງ​ນີ້ ເປັນ​ຄັ້ງ​ທະ​ອິດ​ທີ່​ນ້ອ​ງໆ​ນັກ​ຮຽນ​ທີ່​ມີ​ພອນ​ສະ​ຫວັນ​ໃນ​ການ​ແຕ້ມ​ຮູບ​ ​ໄດ້​ຮຽນ​ຮູ້​ເຕັກ​ນິກ, ວິ​ທີ​ການ​ດ້ານ​ຕ່າງໆ​ກ່ຽວ​ກັບ ​ສິລະ​ປະ​ການ​ແຕ້ມ​ຮູບ, ການ​ລະ​ບາຍ​ສີ, ຂັ້ນ​ຕອນ ແລະ ວິ​ທີ​ການ​ດ້ານ​ຕ່າງໆ ​ຂອງ​ການ​ແຕ້ມ​ຮູບ​ຈາກ​ຄະ​ນະ​ທີມ​ງານ ຄູ​ແດງ ບ້ານ​ສິນ​ໄທ ວິ​ທະ​ຍາ​ກອນ​ຈາກ ແຂວງໜອງ​ຄາຍ ຜູ້​ທີ​​ມີ​ປະ​ສົບ​ການ, ທັງ​ເປັນ​ການ​ເສີມ​ສ້າງ​ຫົວ​ຄິດ​ປະ​ດິດ​ສ້າງ​ໃຫ້​ແກ່​ນ້ອງໆ ​ນັກ​ຮຽນ​ອີກ​ບາດ​ກ້າວ​ໜຶ່ງ ​ໃນ​ການ​ແຕ້ມ​ຮູບ ແລະ ສົ່ງ​ເສີມ​ໃຫ້​ນ້ອງ​ໄດ້​ຮັບ​ຮູ້ ເຂົ້າ​ໃຈ​ເຖິງ​ແບບ​ແຜນ​ວິຖີ່​ຊີ​ວິດ ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົ​ນ​ຊົນ​ ທີ່​ອາ​ໃສ​ຢູ່​ຕາມ​ແຄມ​ຝັ່ງ​ແມ່​ນ້ຳ​ຂອງ. ນອກນັ້ນ​ຍັງ​ເສີມ​ສ້າງ​ສາຍ​ສຳ​ພັນ​ອັນ​ດີ​ທາງ​ ດ້ານ​ສັງ​ຄົມ-ວັດ​ທະ​ນະ​ທຳ ລະ​ຫວ່າງ ​ລາວ-ໄທ ​ໂດຍ​ສະ​ເພາະ​ແຂວງບໍ​ລິ​ຄຳ​ໄຊ ແລະ ແຂວງບຶງ​ການ.

ຂ່າວ: ຄຳ​ຟອງ

KPL

ຂ່າວອື່ນໆ

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

ads
ads

Top