ຂປລ
ຂປລ. ເມື່ອທ້າຍອາທິດຜ່ານມາ ຢູ່ໂຮງແຮມ ລ້ານຊ້າງ ນະຄອນຫລວງວຽງຈັນ, ກົມປູກຝັງ ຮ່ວມກັບ ສະຖາບັນປ້ອງກັນພືດ ສະຖາບັນການສຶກສາ ວິທະຍາສາດດ້ານກະສິກຳ ແຫ່ງ ສປ ຈີນ ຈັດສຳມະນາ ພາຍໃຕ້ຫົວຂໍ້: ການຄວບຄຸມສັດຕູພືດ ແບບປອດສານພິດທີ່ທັນສະໄໝ


ຂປລ. ເມື່ອທ້າຍອາທິດຜ່ານມາ ຢູ່ໂຮງແຮມ ລ້ານຊ້າງ ນະຄອນຫລວງວຽງຈັນ, ກົມປູກຝັງ ຮ່ວມກັບ ສະຖາບັນປ້ອງກັນພືດ ສະຖາບັນການສຶກສາ ວິທະຍາສາດດ້ານກະສິກຳ ແຫ່ງ ສປ ຈີນ ຈັດສຳມະນາ ພາຍໃຕ້ຫົວຂໍ້: ການຄວບຄຸມສັດຕູພືດ ແບບປອດສານພິດທີ່ທັນສະໄໝ, ໂດຍການເປັນປະທານຂອງ ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ຢົງກວັນ ເຊນ (Yongquan Zheng) ຮອງຫົວໜ້າ ສະຖາບັນປ້ອງກັນພືດສະຖາບັນການສຶກສາ ວິທະຍາສາດ ດ້ານກຳສິກຳ ແຫ່ງ ສປ ຈີນ ມີບັນດາຜູ້ຕາງໜ້າຈາກສະຖາບັນ, ວິທະ ຍາໄລ, ມະຫາວິທະຍາໄລ ແລະ ເຈົ້າໜ້າທີ່ດ່ານ ເຂົ້າຮ່ວມຫລາຍກວ່າ 100 ຄົນ.
ສຳມະນາຄັ້ງນີ້, ມີຈຸດປະສົງເພື່ອຖອດຖອນບົດຮຽນ ແລະ ປະສົບການກ່ຽວກັບ ການປ້ອງກັນພືດ ແລະ ຄວບຄຸມສັດຕູພືດ, ພ້ອມທັງຊອກວິທີການ, ມາດຖານປ້ອງກັນ ແລະ ຄວບຄຸມສັດຕູພືດ ແບບປອດສານພິດ ຫລື ສີຂຽວທີ່ມີປະສິດທິພາບ, ຊຶ່ງມາດຕະຖານດັ່ງກ່າວ ເປັນມິດກັບສິ່ງແວດລ້ອມ, ເປັນທີ່ຍອມຮັບທາງດ້ານວິຊາການໃນພາກພື້ນ ແລະ ສາກົນ.
ທ່ານ ວິໄລສຸກ ເຄນນະວົງ ກ່າວວ່າ: ໃນຊຸມປີຜ່ານມາ ວຽກງານປ້ອງກັນພືດຂອງ ສປປ ລາວ ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອທຶນຮອນ, ອຸປະກອນ ແລະ ເຕັກນິກວິຊາການດ້ານການປ້ອງກັນພືດ ຈາກ ສປ ຈີນ, ໂດຍສະເພາະ ວຽກງານການຄວບຄຸມ ຕັກແຕນຝຸງໄມ້ປ່ອງ ໃນ 5 ແຂວງພາກເໜືອຂອງລາວ, ເຊິ່ງເຮັດໃຫ້ປະຊາກອນ ແລະ ການລະບາດຂອງຕັກແຕນຝຸງໄມ້ປ່ອງຫລຸດລົງໃນແຕ່ລະປີ. ນອກຈາກນີ້, ຍັງມີຫລາຍໂຄງການ ຮ່ວມມືເປັນຕົ້ນແມ່ນ ໂຄງການກຳຈັດສັດຕູພືດ ແບບຊີວະວິທະຍາໃນນາເຂົ້າ ແລະ ສວນສາລີ, ໂຄງການຝຶກອົບຮົມ ສະເພາະດ້ານປ້ອງກັນ ແລະ ກັກກັນພືດ ຢູ່ ສປ ຈີນ ແລະ ໂຄງການອື່ນໆ ທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ.
ທ່ານ ວິໄລສຸກ ເຄນນະວົງ ກ່າວຕື່ມວ່າ: ກົມປູກຝັງ ສປປ ລາວ ໄດ້ຖືເອົາວຽກງານປ້ອງກັນພືດ ເປັນປັດໄຈສຳຄັນ, ເປັນພື້ນຖານໃນການຜະລິດສະບຽງ ແລະ ພືດເປັນສິນຄ້າ. ພ້ອມດຽວກັນນີ້, ຍັງເປັນການປະຕິບັດ ພັນທະສົນທິສັນຍາປ້ອງກັນ ພືດສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີ, ປະຕິບັດຕາມມາດຕະຖານ ສຸຂະອະນາໄມ ແລະ ສຸຂະນາໄມພືດ ຂອງອົງການ ການຄ້າໂລກ ລວມທັງເງື່ອນໄຂ ການນຳເຂົ້າ ດ້ານສຸຂະນາໄມພືດຂອງປະເທດຄູ່ຄ້າ ແນ່ໃສ່ຮັກສາສຸຂະນາໄມພືດ ແລະ ອຳນວຍຄວາມສະດວກ ທາງດ້ານການຄ້າ.
ຂ່າວ: ມະນີທອນ, ພາບ: ກົມປູກຝັງ
KPL