ຜະລິດຕະພັນສິນຄ້າຂອງລາວ ຍັງມີສິ່ງທ້າທາຍຫລາຍດ້ານ

18/09/2018 13:19
Email Print 1214
ຂປລ ຂປລ. ສິນຄ້າທີ່​ເປັນ​ຜະລິດ​ຕະພັນຂອງ​ຄົນ​ລາວ ຍັງ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານ ​ເປັນ​ຕົ້ນ ຄົນ​ລາວ​ ຍັງບໍ່​ນິຍົມ​ຊົມ​ໃຊ້​ ຜະລິດ​ຕະພັນ​ພາຍ​ໃນ ​ແລະ ຍັງບໍ່​ທັນຍອມຮັບ ​ສິນຄ້າຜະລິດ​ຕະພັນ ທີ່​ເປັນຂອງ​ລາວ, ​ໂດຍ​ສະ​ເພາະ ​ຢ້ານ​ສິນຄ້າ​ບໍ່​ໄດ້​ຄຸນ​ນະພາ​ບ ແລະ ບໍ່ໄດ້ມາດຕະຖານ

ຂປລ. ສິນຄ້າທີ່​ເປັນ​ຜະລິດ​ຕະພັນຂອງ​ຄົນ​ລາວ ຍັງ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານ ​ເປັນ​ຕົ້ນ ຄົນ​ລາວ​ ຍັງບໍ່​ນິຍົມ​ຊົມ​ໃຊ້​ ຜະລິດ​ຕະພັນ​ພາຍ​ໃນ ​ແລະ ຍັງບໍ່​ທັນຍອມຮັບ ​ສິນຄ້າຜະລິດ​ຕະພັນ ທີ່​ເປັນຂອງ​ລາວ, ​ໂດຍ​ສະ​ເພາະ ​ຢ້ານ​ສິນຄ້າ​ບໍ່​ໄດ້​ຄຸນ​ນະພາ​ບ ແລະ ບໍ່ໄດ້ມາດຕະຖານ, ກ່າວ​ໂດຍ ທ່ານ ​ນາງ ​ໄພ​ວັນ ສີ​ຣິວົງສາ ຜູ້​ຈັດການ​ຝ່າຍ​ການ​ຕະຫລາດ ບໍລິສັດ​ຈະ​ເລີ​ນສຸກ​ ຂາ​ເຂົ້າ-ຂາ​ອອກ ຈຳກັດ​ຜູ້​ດຽວ ​ກ່າວໃນ​ໂອກາດ​ ນໍາສະເໜີ​ຜະລິດ​ຕະພັນໃໝ່ ຄຣີມອາບ​ນ້ຳ​ເມ​ລ້ອນ, ​​ເຊິ່ງຈັດ​ຂຶ້ນໃນ​ວັນ​ທີ 17 ກັນຍາ 2018 ທີ່​ໂຮງ​ແຮມ​ ຢູສຸກ ນະຄອນຫລວງ​ວຽງ​ຈັນ.

ທ່ານ​ ນາງ ​ໄພ​ວັນ ສີ​ຣິວົງສາ ກ່າວ​​ວ່າ: ​ເພື່ອ​ສົ່ງ​ເສີມ​ສິນຄ້າ​ຂອງ​ຄົນ​ລາວ, ​ເຮັດ​ໃຫ້​ສິນຄ້າ​ຂອງ​ລາວ​ມີ​ບົດບາດ ​ທັງ​ເຮັດ​ໃຫ້​ຄົນ​ລາວ​ ຫັນ​ມາ​ນິຍົມ​ໃຊ້​ຜະລິດ​ຕະພັນ​ ຂອງ​ລາວ​ໃຫ້​ຫລາຍ​ຂຶ້ນ, ​ເພື່ອ​ຫລຸດຜ່ອນ ​ການ​ນຳ​ເຂົ້າ​ສິນຄ້າ​ ຈາກ​ຕ່າງປະ​ເທດ ທາງ​ບໍລິສັດຈະ​ເລີ​ນສຸກ ​ຂາ​ເຂົ້າ-ຂາ​ອອກ ຈຳກັດ​ຜູ້​ດຽວ ຈຶ່ງ​ໄດ້​ນຳ​ເອົາ ສິນຄ້າ​ທີ່​ເປັນ​ຜະລິດ​ຕະພັນ​ຂອງ​ລາວ ​ໂດຍ​ສະ​ເພາະ ຄຣີມອາບ​ນ້ຳ ​ເມ​ລ້ອນ ທີ່​ເປັນ​ສະ​ບູ່​ແຫລວອາບ​ນ້ຳ ​ຈາກ​ສູດ​ທີ່​ຖືກ​ຄິດ​ຄົ້ນ​ຈາກ​ຄົນ​ລາວ​ເຮົາ​ເອງ ​ເພື່ອ​​ໃຫ້​ເໝາະ​ກັບ​ສະພາບຜິວ​​ຂອງ​ຄົນ​ລາວ ​ແລະ ​ເພື່ອ​ໃຫ້​ຄົນ​ລາວ​​ໄດ້​ຊົມ​ໃຊ້. ຜະລິດ​ຕະພັນ​ດັ່ງກ່າວ, ໄດ້​ຮັບ​ມາດ​ຕະຖານ​ສາກົນ GMP ISO 9001, ​ເຊິ່ງປະກອບ​ດ້ວຍໝາກ​ໄມ້​ຫລາຍ​ກວ່າ 10 ຊະນິດ ທີ່​ອຸດົມ​ໄປ​ດ້ວຍ​​ວິຕາມິນ ​ເຮັດ​ໃຫ້​ຜິວ​ສົດ​​ໃສ​, ຊຸ່ມ​ຊື່ນ, ປົກ​ປ້ອງ​ຈາກ​ມົນ​ລະ​ພິດ, ກຳຈັດ ​ແລະ ຫລຸດ​ການ​ສະ​ສົມ​ຂ​ອງ​​ເຊື້ອ​ພະຍາດ​.

ທ່ານ ​ນາງ ​ໄພ​ວັນ ສີ​ຣິວົງສາ ກ່າວຕື່ມ​​ວ່າ: ​ໃນ​ປີ​ນີ້ ທາງ​ບໍລິສັດ ຈະ​ໄດ້​ຈຳໜ່າຍ​ຜະລິດ​ຕະພັນ​ຄຣີມອາບ​ນ້ຳ​ເມ​ລ້ອນ 100.000 ຕຸກ​ ​ເພື່ອ​ໃຫ້​ຄົນ​ລາວ​ໄດ້​ລອງ​ໃຊ້ ​ແລະ ອີກ 5 ປີ​ ຂ້າງ​ໜ້າ​ມີ​ແຜນຈະ​ຈຳໜ່າຍ​ໃຫ້​ໄດ້ 2 ລ້ານ​ຕຸກ. ​ໃນ​ນີ້, ຈະ​ສົ່ງ​ອອກ​ຕ່າງປະ​ເທດ​ ເປັນ​ຕົ້ນ ຫວຽດນາມ, ຈີນ ​ແລະ ​ໄທ. ປັດຈຸ​ບັນ​, ທາງ​ບໍລິສັດ​ມີ 4 ສູນ​​ໃຫຍ່ຈຳໜ່າຍ​ໃນ​ທົ່ວ​ປະ​ເທດ ​ເປັນ​ຕົ້ນ ນະຄອນຫລວງ​ວຽງ​ຈັນ, ພາກ​ເໜືອ ​ແລະ ພາກ​ໃຕ້.

ຂ່າວ: ມະນີ​ທອນ,

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top