ຂປລ
ຂປລ. ປັດຈຸບັນໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ມີຄວາມຄືບໜ້າແລ້ວ 20,3% ໃນການກໍ່ສ້າງພື້ນຖານໂຄງລ່າງ. ໃນນັ້ນ, ກໍໄດ້ສໍາເລັດການມອບພື້ນທີ່ ເຂົ້າໃນການກໍ່ສ້າງແລ້ວ 84% ຂອງລວງຍາວທັງໝົດ. ພາຍຫລັງສໍາເລັດ ການກໍ່ສ້າງແລ້ວ ຈະເປີດໃຫ້ບໍລິການ ຂົນສົ່ງທາງລົດໄຟໃນໄລຍະຕົ້ນ ຈໍານວນ 18 ຂະບວນ,ໃນນັ້ນ 4 ຂະບວນສໍາລັບຂົນສົ່ງ ຜູ້ໂດຍສານ ແລະ 14 ຂະບວນສໍາລັບຂົນສົ່ງສິນຄ້າ.


ຂປລ. ປັດຈຸບັນໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ ມີຄວາມຄືບໜ້າແລ້ວ 20,3% ໃນການກໍ່ສ້າງພື້ນຖານໂຄງລ່າງ. ໃນນັ້ນ, ກໍໄດ້ສໍາເລັດການມອບພື້ນທີ່ ເຂົ້າໃນການກໍ່ສ້າງແລ້ວ 84% ຂອງລວງຍາວທັງໝົດ. ພາຍຫລັງສໍາເລັດ ການກໍ່ສ້າງແລ້ວ ຈະເປີດໃຫ້ບໍລິການ ຂົນສົ່ງທາງລົດໄຟໃນໄລຍະຕົ້ນ ຈໍານວນ 18 ຂະບວນ,ໃນນັ້ນ 4 ຂະບວນສໍາລັບຂົນສົ່ງ ຜູ້ໂດຍສານ ແລະ 14 ຂະບວນສໍາລັບຂົນສົ່ງສິນຄ້າ.
ທ່ານ ປໍທອງ ໂງ່ນພະຈັນ ຄະນະຄູ້ມຄອງໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ກ່າວໃນກອງປະຊຸມເວທີປືກສາຫາລືການຮ່ວມມື ລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ເມື່ອບໍ່ດົນຜ່ານມາວ່າ: ປັດຈຸບັນໂຄງການດັ່ງກ່າວ, ໄດ້ມີຄວາມຄືບໜ້າໃນຫລາຍໜ້າວຽກເຊັ່ນ ໄດ້ເຈາະອຸໂມງທັງໝົດ 53 ອຸໂມງ, ລວມ 128 ຈຸດກໍ່ສ້າງ, ສາມາດເຈາະໄດ້ທັງໝົດ 37.314 ແມັດ, ເລີ່ມລົງມືກໍ່ສ້າງຂົວ 47 ແຫ່ງ, ຊີເຈາະເສົາເຂັມໄດ້ 2.657 ເຂັມ, ລວມຄວາມຍາວ 76.106 ແມັດຍາວ. ພ້ອມນີ້, ກໍໄດ້ກໍ່ສ້າງເສັ້ນທາງເພື່ອເຈົ້າຫາສະຖານທີ່ກໍ່ສ້າງ 848 ກິໂລແມັດ ແລະ ຂົວຊົ່ວຄາວ ຍາວ 2.361 ແມັດ ຕິດຕັ້ງສາຍສົ່ງໄຟຟ້າ 445 ກິໂລແມັດ, ຕິດຕັ້ງໝໍ້ແປງ 250 ໜ່ວຍ, ສ້າງລະບົບນໍ້າປະປາ 101 ກິໂລແມັດ.
ທ່ານ ປໍທອງ ໂງ່ນພະຈັນ ກ່າວຕື່ມວ່າ: ສໍາລັບການເວນຄືນທີ່ດິນ ໃຫ້ກັບປະຊາຊົນນັ້ນ ກໍເປັນວຽກງານໜຶ່ງ ທີ່ມີຄວາມຫຍຸ້ງຍາກສັບສົນ, ໂດຍຜ່ານການລົງໂຄສະນາເຜີຍແຜ່ ຂອງການຈັດຕັ້ງປະຕິບັດ ໃນການອໍານວຍຄວາມສະດວກ ແລະ ຄຸ້ມຄອງໂຄງການ ໄດ້ເຮັດໃຫ້ປະຊາຊົນ ຢູ່ຕາມແລວທາງ ມີຄວາມເຂົ້າໃຈເຫັນດີເຫັນພ້ອມ ແລະ ໃຫ້ການສະໜັບສະໜູນ ຕໍ່ໂຄງການດັ່ງກ່າວ. ຂະນະທີ່ມາຮອດປັດຈຸບັນ ເຖິງແມ່ນວ່າປະຊາຊົນ ຍັງບໍ່ທັນໄດ້ຄ່າຊົດເຊີຍ ຈາກຜົນກະທົບ ຍ້ອນຕ້ອງໄດ້ປະຕິບັດຫລາຍຂັ້ນຕອນ ເພື່ອໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ ແລະ ເປັນທີ່ເພີ່ງພໍໃຈ ຂອງປະຊາຊົນນັ້ນກໍ່ຕາມ, ແຕ່ປະຊາຊົນສ່ວນຫລາຍ ໄດ້ໃຫ້ການຮ່ວມມືເປັນຢ່າງດີ. ປັດຈຸບັນ ສາມາດມອບພື້ນທີ່ ເຂົ້າໃນການກໍ່ສ້າງແລ້ວ 84% ຂອງລວງຍາວທັງໝົດ. ໂຄງການທາງລົດໄຟລາວ-ຈີນ ກໍເປັນການຮ່ວມມືຍຸດທະສາດ ຂອງສອງປະເທດ ເຊິ່ງພັກ ແລະ ລັດຖະບານ ຂອງສອງປະເທດ ໄດ້ເອົາໃຈໃສ່ເປັນພິເສດ. ໂຄງການດັ່ງກ່າວ, ເປັນໂຄງການທີ່ມີຄວາມໝາຍສໍາຄັນທີ່ສຸດ ໃນການຈັດຕັ້ງປະຕິບັດ ນະໂຍບາຍຂອງ ສປປ ລາວ ໃນວການຫັນປະເທດ ຈາກສະຖານະພາບ ການເປັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ເປັນປະເທດເຊື່ອມຈອດ ແລະ ໃນການຈັດຕັ້ງປະຕິບັດນະໂຍບາຍຂອງ ສປ ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ”.
ຂ່າວ: ຂັນໄຊ, ພາບ: ເກດ
KPL