ຂປລ
ຂປລ/CRI. ພິທີເຊັນສັນຍາຮັບເໝົາກໍ່ສ້າງ, ທີ່ປຶກສາການກໍ່ສ້າງ ແລະ ທີ່ປຶກສາພາກ ສ່ວນທີ 3 ຂອງໂຄງການທາງລົດໄຟ ລາວ- ຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ, ໃນ ວັນທີ 24 ຕຸລານີ້ ຢ່າງເປັນທາງການ,
ຂປລ/CRI. ພິທີເຊັນສັນຍາຮັບເໝົາກໍ່ສ້າງ, ທີ່ປຶກສາການກໍ່ສ້າງ ແລະ ທີ່ປຶກສາພາກສ່ວນທີ 3 ຂອງໂຄງການທາງລົດໄຟ ລາວ-ຈີນ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 24 ຕຸລານີ້ ຢ່າງເປັນທາງການ, ພາຍຫລັງໄດ້ມີການຄັດເລືອກ ແລະ ການປະມູນຈັດຊື້-ຈັດຈ້າງ ບໍລິສັດຮັບເໝົາກໍ່ສ້າງ ສັນຍາໄລຍະທີ I-V, ບໍລິສັດທີ່ປຶກສາ ການຄວບຄຸມການກໍ່ສ້າງສັນຍາ 1-3 ແລະ ບໍລິສັດທີ່ປຶກສາ ພາກສ່ວນ ທີ 3 ສັນຍາ 1-3 ຂອງໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ວັນທີ 27 ກໍລະກົດ 2016. ໂດຍມີ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ, ທ່ານ ກວນ ຮວາ ປີງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ທ່ານ ຫວງດີຟູ ປະທານສະພາບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກ່ອນນີ້ ຄະນະກະກຽມ ຮ່ວມຂອງບໍລິສັດຮ່ວມທຶນ ທາງລົດໄຟ ລາວ-ຈີນ ໄດ້ສົ່ງໜັງສືແຈ້ງເຊີນທັງ 3 ພາກສ່ວນຂອງ ສປ ຈີນ ທີ່ມີເງື່ອນໄຂຄົບຖ້ວນ ເພື່ອເຂົ້າຮ່ວມການປະມູນ. ການປະມູນຄັ້ງນີ້ ມີ 10 ບໍລິສັດຮັບເໝົາກໍ່ສ້າງ, 8 ບໍລິສັດ ທີ່ປຶກສາຄວບຄຸມການກໍ່ສ້າງ ແລະ 7 ບໍລິສັດທີ່ປຶກສາ ພາກສ່ວນທີ 3 ເຊິ່ງຄະນະກໍາມະການປະມູນ ໄດ້ກວດກາເອກະສານປະມູນ ແລະ ດໍາເນີນການຕີລາຄາຢ່າງລະອຽດ ຮອບຄອບ, ໂປ່ງໃສ ແລະ ໄປຕາມຂັ້ນຕອນ ຂອງລະບຽບຫລັກການ ຈັດຊື້-ຈັດຈ້າງ ທັງຖືກຕ້ອງຕາມ ເງື່ອນໄຂທີ່ໄດ້ລະບຸໄວ້ ໃນເອກະສານການປະມູນ. ຜົນຂອງການ ຕີລາຄາການປະມູນ ແມ່ນໄດ້ຮັບການ ພິຈາລະນາ ແລະ ຮັບຮອງເປັນເອກະພາບ ຈາກຄະນະກໍາມະການປະມູນ ແລະ ຜ່ານການຮັບຮອງຢັ້ງຢືນ ຢ່າງເປັນທາງການ ຈາກເຈົ້າຂອງໂຄງການ ກໍຄື ບໍລິສັດຮ່ວມທຶນລົດໄຟ ລາວ-ຈີນ ເຊິ່ງລາຍຊື່ ຜູ້ຊະນະການປະມູນ ສຳລັບບໍລິສັດຮັບເໝົາກໍ່ສ້າງໃນ 5 ສັນຍາ ຄື: ສັນຍາທີໜຶ່ງແມ່ນ ບໍລິສັດກໍ່ສ້າງລົດໄຟເລກ 5 ສປ ຈີນ, ສັນຍາທີສອງ ແມ່ນບໍລິສັດກໍ່ສ້າງທາງລົດໄຟສາກົນ ສປ ຈີນ, ສັນຍາທີສາມ ແມ່ນບໍລິສັດ ກໍ່ສ້າງທາງລົດໄຟເລກ 8 ສປ ຈີນ, ສັນຍາທີສີ່ ແມ່ນບໍລິສັດ ຊີໂນໄຮໂດຣຈໍາກັດ ແລະ ສັນຍາທີຫ້າ ແມ່ນ ບໍລິສັດກໍ່ສ້າງໄຟຟ້າ ສປຈີນ ຈໍາກັດ ຊະນະການປະມູນ.
ສະເພາະບໍລິສັດທີ່ປຶກສາ ຄວບຄຸມການກໍ່ສ້າງ 2 ສັນຍາ+1 ສັນຍາເພີ່ມສັນຍາທີໜຶ່ງ ແມ່ນບໍລິ ສັດທີ່ປຶກສາວິສະວະກໍາ ກໍ່ສ້າງທຽນສິນ; ສັນຍາທີສອງ ແມ່ນບໍລິສັດທີ່ປຶກສາ CIECC ຮ່ວມກັບ Gansu Tieke; ສັນຍາທີສາມ ແມ່ນບໍລິລັດ ທີ່ປຶກສາວິສະວະກໍາ ສາງເສີງເຫີນານ (ເປັນສັນຍາເພີ່ມເຕີມ Adden dum ຂອງສັນຍາທີສາມ). ສ່ວນບໍລິສັດທີ່ປຶກສາ ພາກສ່ວນທີ 3, ສັນຍາ ສັນຍາທີໜຶ່ງແມ່ນ ບໍລິສັດທີີປຶກສາ ກວດກາເຕັກນິກ ອູຫານເທຍເຈິງ; ສັນຍາທີສອງ ແມ່ນສະຖາບັນທີ່ປຶກສາ ກວດກາເຕັກນິກລົດໄຟ ສປ ຈີນ ແລະ ສັນຍາທີສາມ ແມ່ນບໍລິສັດທີ່ປຶກສາ ຊົງເທຍສີຊຸນປັກກິ່ງ ຊະນະການປະມູນ./.
KPL