ສປ ຈີນ ຈະຈັດກອງປະຊຸມລະດັບສູງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ

24/05/2026 16:27
ຂປລ ສປ ຈີນ ຈະ​ເປັນ​ເຈົ້າ​ພາບ ຈັດ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​​ໃນ​ວັ​ນ​ທີ 26 ພຶດ​ສະ​ພານີ້​ ພາຍ​ໃຕ້​ຫົວ​ຂໍ້ຫລັກ “​ປົກ​ປັກ​ຮັກ​ສາ ​ຈຸດ​ປະ​ສົງ ແລະ ຫລັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ເພີ່ມ​ທະ​ວີ​ ລະ​ບົບ​ສາ​ກົນ ​ທີ່​ມີ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເປັນ​ແກນ​ກາງ”

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນ​ຖາ​ນະ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ​ປະ​ຈຳ ​ເດືອນ​ພຶດ​ສະ​ພາ ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ, ສປ ຈີນ ຈະ​ເປັນ​ເຈົ້າ​ພາບ ຈັດ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​​ໃນ​ວັ​ນ​ທີ 26 ພຶດ​ສະ​ພານີ້​ ພາຍ​ໃຕ້​ຫົວ​ຂໍ້ຫລັກ “​ປົກ​ປັກ​ຮັກ​ສາ ​ຈຸດ​ປະ​ສົງ ແລະ ຫລັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ເພີ່ມ​ທະ​ວີ​ ລະ​ບົບ​ສາ​ກົນ ​ທີ່​ມີ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເປັນ​ແກນ​ກາງ”. ທ່ານ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຈະ​ເດີນ​ທາງ​ໄປນະຄອນນິວຢອກຂອງອາເມຣິກາ​ເພື່ອ​ເປັນ​ປະ​ທານກອງ​ປະ​ຊຸມ. ໃນ​ໄລ​ຍະ​ຢູ່​ນະຄອນນິວຢອກ, ທ່ານ ຫວາ​ງ​ຢີ້ ຍັງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ “ໜ່ວຍ​ງານ​ເພື່ອນ​ມິດ​ໃນ​ການ​ບໍ​ລິ​ຫານ​ໂລກ” ທີ່​ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້, ພ້ອມທັງ ຈະພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ແລະ ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ ຂອງ​ບັນດາປະ​ເທດ​ທີ່​ກ່ຽວ​ຂ້ອງ.ນອກ​ຈາກ​ນີ້, ທ່ານ ຫວາງ​ຢີ້ ຈະ​ໄປ​ຢ້ຽມ​ຢາມ​ກາ​ນາດາ​ ໃນ​ລະ​ຫວ່າງ ວັນ​ທີ 28 ຫາ 30 ພຶດ​ສະ​ພາ​ນີ້ ​ຕາມ​ຄຳ​ເຊີນ​ຂອງ ​ທ່ານ ນາງ ອາ​ນີ​ຕາ ອານັນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ນາ​ດາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top