ຂປລ
ງານວາງສະແດງ ການສົ່ງເສີມ ຕ່ອງໂສ້ ການສະໜອງ ສາກົນຈີນ ຄັ້ງທີ 4 ຈັດຂຶ້ນ ລະຫວ່າງ ວັນທີ 22-26 ເດືອນມິຖຸນາປີນີ້ ທີ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານວາງສະແດງ ການສົ່ງເສີມ ຕ່ອງໂສ້ ການສະໜອງ ສາກົນຈີນ ຄັ້ງທີ 4 ຈັດຂຶ້ນ ລະຫວ່າງ ວັນທີ 22-26 ເດືອນມິຖຸນາ ປີນີ້ ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ໂດຍຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ຂອງຄະນະກຳມະການສົ່ງເສີມ ການຄ້າສາກົນຈີນ ເປີດເຜີຍໃຫ້ຮູ້ວ່າ: ກ່ອນຈັດພິທີເປີດງານວາງສະແດງ ການສົ່ງເສີມຕ່ອງໂສ້ ການສະໜອງສາກົນຈີນ ຄັ້ງນີ້ ຈະຈັດກອງປະຊຸມເວທີປຶກສາຫາລື ຜູ້ນຳອຸດສາຫະກຳ ການຄ້າອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫລື APEC ຈີນ 2026.ກອງປະຊຸມ ເວທີປຶກສາຫາລື ຜູ້ນຳອຸດສາຫະກຳ ການຄ້າ APEC ຈີນຄັ້ງນີ້ ຈະຈັດພິທີເປີດ ແລະ ກອງປະຊຸມສຳມະນາທີ່ມີຫົວຂໍ້ສະເພາະ 3 ຄັ້ງ, ພ້ອມທັງ ດຳເນີນການທົບທວນຜົນສໍາເລັດ ຂອງການດໍາເນີນງານທີ່ສໍາຄັນ ໃນໄລຍະກາງ ຂອງ “ຖະແຫລງການ ຂອງສະພາທີ່ປຶກສາ ອຸດສາຫະກຳ ການຄ້າອາຊີ-ປາຊີຟິກ ຫລື ABAC ກ່ຽວກັບ ການສະໜັບສະໜູນ ເຂດການຄ້າເສລີ ອາຊີ-ປາຊີຟິກ”, “ຖະແຫລງການຂອງ ABAC ກ່ຽວກັບ ການສະໜັບສະໜູນ ການເຊື່ອມໂຍງ ເຊື່ອມຈອດກັນ” ແລະອື່ນໆ, ເພື່ອກະກຽມ ລະດົມກຳລັງ ຢ່າງເຕັມ ທີ່ສຳລັບການຍື່ນຂໍ້ສະເໜີ ທາງນະໂຍບາຍ ທີ່ມີຄຸນນະພາບສູງ ຈາກວົງການທຸລະກິດ ຕໍ່ກອງປະຊຸມຜູ້ນຳເສດຖະກິດ APEC ໃນຂັ້ນຕອນສຸດທ້າຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL