ປະຊາກອນທົ່ວໂລກ ປະມານ 730 ລ້ານຄົນ ຍັງບໍ່ມີໄຟຟ້າໃຊ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 12 ພະຈິກນີ້, ອົງການ ພະລັງງານ ສາກົນ ຫລື IEA ປະກາດບົດລາຍງານ “ການຄາດຄະເນ ພະລັງງານໂລກ ປີ2025” ໂດຍລະບຸວ່າ: ປະຊາກອນທົ່ວໂລກ ປະມານ 730 ລ້ານຄົນຍັງບໍ່ມີໄຟຟ້າໃຊ້, ຂະນະດຽວກັນ ຄວາມສ່ຽງ ດ້ານດິນຟ້າອາກາດ ກໍນັບມື້ຶ້ ຮຸນແຮງຂຶ້ນ. ບົດລາຍງານ ຍັງໄດ້ຄົ້ນຄວ້າ ພິຈາລະນາທ່າອ່ຽງ ການພັດທະນາ ພະລັງງານ ໃນອະນາຄົດ ຄື: ຄວາມຕ້ອງການໄຟຟ້າ ທີ່ເພີ່ມຂຶ້ນ ແບບກ້າວກະໂດດ ທີ່ຂັບເຄື່ອນໂດຍສູນຂໍ້ມູນ ແລະ ປັນຍາປະດິດ ຕົ້ນຕໍ ແມ່ນຢູ່ໃນກຸ່ມເສດຖະກິດ ທີ່ພັດທະນາແລ້ວ ແລະ ສປ ຈີນ; ຄວາມຕ້ອງການ ພະລັງງານ ໝູນວຽນ ທີ່ເພີ່ມຂຶ້ນໄວທີ່ສຸດ ແມ່ນພະລັງງານແສງຕາເວັນ, ສປ ຈີນ ຈະຮັກສາຖານະທີ່ເປັນຕະຫລາດພະລັງງານໝູນວຽນ ທີ່ໃຫຍ່ທີ່ສຸດໃນໂລກ. ອົງການ ພະລັງງານສາກົນ ຮຽກຮ້ອງ ບັນດາປະເທດ ຈົ່ງເລັ່ງລັດຂະບວນ ການຫັນໂຄງ ສ້າງພະລັງງານ ໃຫ້ເປັນຫລາຍຂົ້ວ, ລົງເລິກການຮ່ວມມື ສາກົນ ເພື່ອຮັບມືກັບ ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງໃນອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
