ອົດສະຕຣາລີ ຈ້າງງານເພີ່ມຂຶ້ນ 42.200 ຕຳແໜ່ງໃນເດືອນຕຸລາ
Email
Print
83
KPL - Asean 2024
ຕົວເລກການຈ້າງງານ ໃນເດືອນຕຸລາ ລວມມີ 42.200 ຕຳແໜ່ງ ເພີ່ມຂຶ້ນ ເມື່ອທຽບໃສ່ ເດືອນກັນຍາ ໂດຍນັກວິເຄາະຄາດການໄວ້ວ່າພຽງແຕ່ 20.000 ຕຳແໜ່ງ ເນື່ອງຈາກ ມີການຈ້າງງານ ພະນັກງານ ເຕັມເວລາ ເພີ່ມຂຶ້ນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານ ສະຖິຕິແຫ່ງຊາດ ອົດສະຕຣາລີ (ABS) ເປີດເຜີຍວ່າ: ຕົວເລກການຈ້າງງານ ໃນເດືອນຕຸລາ ລວມມີ 42.200 ຕຳແໜ່ງ ເພີ່ມຂຶ້ນ ເມື່ອທຽບໃສ່ ເດືອນກັນຍາ ໂດຍນັກວິເຄາະຄາດການໄວ້ວ່າພຽງແຕ່ 20.000 ຕຳແໜ່ງ ເນື່ອງຈາກ ມີການຈ້າງງານ ພະນັກງານ ເຕັມເວລາ ເພີ່ມຂຶ້ນ.
ຕົວເລກການຈ້າງງານ ພະນັກງານເຕັມເວລາ ເພີ່ມຂຶ້ນ 55.300 ຕຳແໜ່ງ, ໃນຂະນະທີ່ ການຈ້າງງານພະນັກ ງານ ພາຣທາມ ຫລຸດລົງ 13.100 ຕຳແໜ່ງໃນເດືອນຕຸລາ. ໂດຍອັດຕາກນວ່າງງານ ໃນເດືອນຕຸລາ ຫລຸດລົງ ສູ່ 4,3% ຈາກລະດັບ 4,5% ໃນເດືອນກັນຍາ. ນິ້ຖືເປັນ ຕົວເລກສູງສຸດ ໃນຮອບ 4 ປີ. ນອກຈາກນີ້ ອັດຕາ ການວ່າງງານ ໃນເດືອນຕຸລາ ຍັງຢູ່ໃນລະດັບ ຕໍ່າກວ່າ ທີ່ນັກວິເຄາະ ຄາດການໄວ້ 4,4%. ສ່ວນອັດຕາ ການມີສ່ວນຮ່ວມ ໃນຕະຫລາດແຮງງານ ຍັງຄົງຢູ່ລະດັບ 67% ແລະ ອັດຕາສ່ວນ ການຈ້າງງານ ຕໍ່ປະຊາກອນ ຍັງຄົງຢູ່ 64%./
