ເຫງະອານ ມີຄວາມຄາດຫວັງ ຈະຮ່ວມມືກັບສື່ມວນຊົນລາວ ເພື່ອຊຸກຍູ້ການລົງທຶນ ແລະ ການທ່ອງທ່ຽວ
Email
Print
83
KPL - Asean 2024
ຂປລ. ໃນໂອກາດທີ່ຄະນະຜູ້ແທນສຳນັກຂ່າວສານປະເທດລາວ (ຂປລ-KPL) ນຳໂດຍສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການກັບສຳນັກຂ່າວສານຫວຽດນາມ (TTXVN) ໃນລະຫວ່າງວັນທີ 9-14 ພະຈິກ 2025 ນີ້ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງສຳນັກຂ່າວ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂປລ. ໃນໂອກາດທີ່ຄະນະຜູ້ແທນສຳນັກຂ່າວສານປະເທດລາວ (ຂປລ-KPL) ນຳໂດຍສະຫາຍ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການກັບສຳນັກຂ່າວສານຫວຽດນາມ (TTXVN) ໃນລະຫວ່າງວັນທີ 9-14 ພະຈິກ 2025 ນີ້ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງສຳນັກຂ່າວ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນຕອນເຊົ້າວັນທີ 10 ພະຈິກ 2025 ທີ່ແຂວງເຫງະອານ ສສ ຫວຽດນາມ ຄະນະຜູ້ແທນ ຂປລ ໄດ້ພົບປະກັບ ສະຫາຍ ຫງວຽນ ບ່າ ຫາວ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ຊຶ່ງທັງສອງຝ່າຍ ຕ່າງກໍແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບການປັບປຸງກົງຈັກການຈັດ ຕັ້ງຂັ້ນສູນກາງ ຈົນຮອດທ້ອງຖິ່ນ ແລະ ການຫັນດີຈິຕອນເຂົ້າໃນທຸກຂະ ແໜງການ. ໂອກາດນີ້, ສະຫາຍ ຫງວຽນ ບ່າ ຫາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຕົ້ນປີ 2025 ການເຕີບໃຫຍ່ຂະຫຍາຍຕົວເສດຖະກິດຂອງແຂວງບັນລຸ 8,61% (ທຽບໃສ່ປີ 2024 ບັນລຸໄດ້ 8,49%), ຕິດອັນດັບສອງຂອງພາກກາງ ພາກເໜືອ ແລະ ອັນດັບທີ 11 ໃນ 34 ແຂວງ ໃນທົ່ວປະ ເທດ, ສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) 3 ປີລຽນຕິດຄື 2022, 2023 ແລະ 2024, ແຂວງເຫງະອານ ນອນໃນອັນດັບ 10 ແຂວງ, ນະຄອນ ທີ່ດຶງດູດທຶນ FDI ໃຫຍ່ກວ່າໝູ່ໃນທົ່ວປະເທດ. ກ່ຽວກັບການພົວພັນລະຫວ່າງແຂວງເຫງະອານ ກັບບັນດາ ແຂວງທີ່ມີຊາຍແດນຕິດຈອດກັນ ຄື ແຂວງຊຽງຂວາງ, ຫົວພັນ ແລະ ແຂວງບໍລິຄຳໄຊ ແມ່ນໄດ້ຮັບການເອົາໃຈໃສ່ຂອງການນຳແຂວງກໍຄືບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ເຮັດໃຫ້ຫລາຍໆດ້ານມີການເຕີບໃຫຍ່ຂະຫຍາຍຕົວ. ພ້ອມນີ້ ພວກເຮົາກໍໄດ້ມີການແຮກສ່ຽວ ກັບ 21 ບ້ານຢູ່ ສປປ ລາວ. ແຂວງເຫງະອານ ໄດ້ສົ່ງອອກສິນຄ້າໄປ ລາວ 30,6 ລ້ານໂດລາສະຫະລັດ ແລະ ນຳເຂົ້າສິນຄ້າຈາກ ລາວ 34,59 ລ້ານໂດລາສະຫະລັດ ເປັນຕົ້ນ ມັນດ້າງ, ແຮ່ ແລະ ຜະລິດຕະ ພັນສຳເລັດຮູບຈາກໄມ້.
ປັດຈຸບັນ, ແຂວງເຫງະອານ ມີສື່ມວນຊົນປະຈຳການທັງໝົດ 300 ກວ່າຄົນ, ໃນນັ້ນ ມີ 2 ອົງການຂ່າວທ້ອງຖິ່ນ ມີຜູ້ຕາງໜ້າສຳນັກງານຂ່າວ 80 ກວ່າອົງການ. ເນື່ອງຈາກມີນັກຂ່າວຫລາຍ ເຮັດໃຫ້ການໂຄສະນາຂໍ້ມູນຂ່າວສານກ່ຽວກັບແນວທາງນະໂຍບາຍ,ການດຶງດູດການລົງທຶນຢູ່ແຂວງທັນເວ ລາ ເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງແຂວງເຫງະອານ ໄດ້ເປັນຢ່າງດີ. ໃນອະນາຄົດອັນໃກ້ນີ້ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມ ມືກັບສຳນັກຂ່າວສານປະເທດລາວ ກໍຄືສຳນັກຂ່າວຈາກ ສປປ ລາວ ຫລາຍຂຶ້ນ ເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບແຂວງເຫງະອານ ເພື່ອໃຫ້ການນຳ ແລະ ປະຊາຊົນລາວ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບນະໂຍບາຍ, ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ທັງເປັນການຍູ້ແຮງ ແລະ ສ້າງກາລະໂອກາດເພື່ອດຶງດູດການລົງທຶນ ແລະ ສົ່ງເສີມການທ່ອງ ທ່ຽວ.
ໃນໂອກາດດຽວກັນ, ສະຫາຍ ວັນນະສິນ ສິມມະວົງ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດທີ່ແຂວງເຫງະອານ ຍາດມາໄດ້ ແລະ ສະແດງຄວາມຍິນດີທີ່ຈະຮ່ວມມືດ້ານວຽກງານຖະແຫລງຂ່າວກັບແຂວງເຫງະອານໃນຕໍ່ໜ້າ ແລະ ປັດຈຸບັນຢູ່ແຂວງດັ່ງກ່າວກໍມີຫ້ອງການຜູ້ຕາງໜ້າສຳນັກຂ່າວສານຫວຽດນາມປະຈຳ ຊຶ່ງພວກເຮົາຈະໄດ້ປຶກສາຫາລື, ປະສານສົມທົບກັນເພື່ອເຮັດໃຫ້ການພົວພັນຮ່ວມມືດ້ານຖະແຫລງຂ່າວກັບແຂວງເຫງະອານ ເປັນຮູບປະທຳ ແລະ ມີຜົນສຳເລັດສູງ.
ພາບໂດຍ: ຈັນທອນ
