ອັດຕາການວ່າງງານ ຢູ່ມາເລເຊຍ ຫລຸດລົງ 3%

12/11/2025 21:08
Email Print 83
KPL - Asean 2024 : ໃນໄຕມາດ 3 ປີ 2025, ອັດຕາ ການວ່າງງານ ຂອງ ມາເລເຊຍ ລວມມີ 519.900 ຄົນ , ກວມເອົາ 3% ຫລຸດລົງ 0,2% ເມື່ອທຽບໃສ່ ໄຕມາດຜ່ານມາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ:  ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິ ມາເລເຊຍ ລາຍງານວ່າ: ໃນໄຕມາດ 3 ປີ 2025, ອັດຕາ ການວ່າງງານ ຂອງ ມາເລເຊຍ ລວມມີ 519.900 ຄົນ , ກວມເອົາ 3%   ຫລຸດລົງ 0,2% ເມື່ອທຽບໃສ່ ໄຕມາດຜ່ານມາ. ຂະນະດຽວກັນ ກຳລັງແຮງງານ ຂະຫຍາຍຕົວ ຈຳນວນ 17,49 ລ້ານຄົນ ກວມເອົາ 0,7% ເພີ່ມຂຶ້ນ 0,1 ຈຸດ ໄປສູ່ລະດັບ 70,9%. ທ່າອຽງການເພິ້ມຂຶ້ນ ດັ່ງກ່າວ ສົ່ງຜົນໃຫ້ ຍອດຈຳນວນ ຜູ້ມີວຽກເຮັດງງານທຳ ເພີ່ມຂຶ້ນ 0,7% ເຊັ່ນກັນ ມາຢູ່ທີ 16,97 ລ້ານຄົນ ຈາກ 16,85 ລ້ານຄົນ ໃນໄຕມາດ 2 ປີ 2025./

KPL