ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງສະໜາມບິນສາກົນວັດໄຕ

24/10/2024 14:29
Email Print 83
KPL - Asean 2024 ຂປລ. ເມື່ອບໍ່ດົນມານີ້, ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຢູ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍເຫລືອລ້າຈາກລັດ ຖະບານຍີ່ປຸ່ນ ກໍຄື ໂຄງການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າ 2.836 ລ້ານເຢນ ຫລື ປະມານ 20 ລ້ານໂດລາສະຫະລັດ, ຕາງໜ້າລັດຖະບານລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu) ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ



ຂປລ. ເມື່ອບໍ່ດົນມານີ້
, ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຢູ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍເຫລືອລ້າຈາກລັດ ຖະບານຍີ່ປຸ່ນ ກໍຄື ໂຄງການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າ 2.836 ລ້ານເຢນ ຫລື ປະມານ 20 ລ້ານໂດລາສະຫະລັດ, ຕາງໜ້າລັດຖະບານລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu) ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີພາກສ່ວນກຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.




ໂຄງການດັ່ງກ່າວ
, ຈະປະກອບສ່ວນສຳຄັນເຂົ້າໃນ ການສະໜັບສະໜູນ ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ຂອງ ສປປ ລາວ ກັບພາກພື້ນ ແລະ ສາກົນ, ຫັນຈາກປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດເຊື່ອມຈອດ ໂດຍສະເພາະແມ່ນ ການເຊື່ອມຈອດເສັ້ນທາງ ຄົມມະນາຄົມທາງອາກາດ. ພ້ອມນີ້, ຍັງຈະເປັນການພັດທະນາເສດຖະກິດ ດ້ວຍການຍົກລະດັບຄຸນນະພາບ ຂອງການບໍລິການສະໜາມບິນ ແລະ ເພີ່ມຂີດຄວາມອາດສາມາດ ໃນການຮັບຮອງຜູ້ໂດຍສານ.

ຂ່າວ-ພາບ: ກຕທ

KPL