ຫລວງພະບາງ ຈະປູກຕົ້ນໄມ້ 1 ລ້ານຕົ້ນ ເພື່ອຟື້ນຟູປ່າ
![]()
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເພື່ອສຸມໃສ່ການກະກຽມ ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ-ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດທີ່ຟົດຟື້ນ ກວ້າງຂວາງ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ໄດ້ສົມທົບກັບບັນດາເມືອງ ສຳຫລວດພື້ນທີ່ປູກຕົ້ນໄມ້, ມາຮອດປັດຈຸບັນມີຄວາມພ້ອມແລ້ວທຸກເມືອງ ຄາດວ່າຈະປູກຕົ້ນໄມ້ເພື່ອຟື້ນຟູປ່າໃຫ້ໄດ້ 1 ລ້ານເບ້ຍ ໃນເນື້ອທີ່ 300 ກວ່າເຮັກຕາ.
![]()
ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສຳລັບພິທີປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ, ຂະບວນການໃຫຍ່ຂອງແຂວງ ໄດ້ກະກຽມສະຖານທີ່ປູກ ຢູ່ເຂດປ່າປ້ອງກັນພູພືງ ບ້ານດອນກາງ ນະຄອນ ຫລວງພະບາງ ໂດຍຈະປູກເບ້ຍໄມ້ຮັກສາແຫລ່ງນ້ຳ ເຊັ່ນ: ໄມ້ສົ້ມຝາດ, ໄມ້ແຕ້ຂ່າ, ໄມ້ຕີ້ວ ແລະ ອື່ນໆ. ປັດຈຸບັນພວມກະກຽມຄວາມພ້ອມແຕ່ລະດ້ານ ໃນການຈັດພິທີຄາດວ່າ ຈະຈັດພິທີຕົວຈິງໃນວັນທີ 1 ມິຖຸນາ 2026, ສ່ວນບັນດາເມືອງທີ່ມີເງື່ອນໄຂ ອາດຈະຈັດກ່ອນ ຫລື ຫລັງວັນທີ 1 ມິຖຸນາ ເພື່ອໃຫ້ຄົບຕາມເນື້ອທີ່ ທີ່ໄດ້ກໍານົດ 300 ກວ່າເຮັກຕາ. ນອກນັ້ນ, ຈະມີບັນດາບໍລິສັດ ແລະ ໂຄງການສົ່ງເສີມການປູກຕົ້ນໄມ້ຢູ່ບັນດາເມືອງ ລວມທັງປະຊາຊົນບັນດາເຜົ່າ ຈະຈັດພິທີປູກຕົ້ນໄມ້ ຢູ່ພື້ນທີ່ຂອງຕົນຈົນກວ່າຈະສິ້ນສຸດລະດູຝົນ ຕື່ມອີກ. ສ່ວນການສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ແຂວງຫລວງພະບາງ ໄດ້ຮັບກຽດເປັນເຈົ້າພາບຈັດຂະບວນການໃຫຍ່ໃນທົ່ວປະເທດ ຊຶ່ງຈະມີການຈັດພິທີປູກຕົ້ນໄມ້ ຢູ່ບໍລິເວນສະຖານີລົດໄຟ, ທັງຈະມີການວາງສະແດງຮູບພາບ ແລະ ຜະລິດຕະພັນທີ່ປະດິດຈາກສິ່ງເສດເຫລືອ ໂດຍມອບໃຫ້ຄະນະກຳມະການປົກຄອງ ນະຄອນ ຫລວງພະບາງ ເປັນເຈົ້າການຮ່ວມກັບພາກສ່ວນກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.
![]()
