ຫົວພັນ ເປີດວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ປະຈໍາປີ 2026
![]()
ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ຄັ້ງທີ 1 ປະຈໍາປີ 2026 ໃນວັນທີ 18 ພຶດສະພາ 2026 ທີ່ສວນແກ້ວຫລັກເມືອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງ ແຂວງຫົວພັນ, ມີບັນດາການນຳແຂວງ, ການນຳເມືອງ, ພະແນກການ, ກົມກອງ, ອົງການຈັດຕັ້ງສາກົນ, ກຸ່ມການຜະລິດກະສິກຳ, ຫົວໜ່ວຍທຸລະກິດ, ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
![]()
ງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫລາດສີຂຽວ ແຂວງຫົວພັນ ຄັ້ງທີ 1 ປະຈໍາປີ 2026 ນອກຈາກການວາງສະແດງ ແລະ ນຳສະເໜີສິນຄ້າແລ້ວ ຈຸດເດັ່ນທີ່ສຳຄັນຄືງານສຳມະນາ ແລະ ສົນທະນາ ກ່ຽວກັບການພັດທະນາ, ຍົກລະດັບສິນຄ້າເຄື່ອງປ່າຂອງດົງ ໂດຍກຳນົດມີຫລາຍຫົວຂໍ້ ເປັນຕົ້ນ ການໃຫ້ຄວາມຮູ້ກ່ຽວກັບສິນຄ້າເຄື່ອງປ່າຂອງດົງ, ການຍົກລະດັບຄຸນນະພາບສິນຄ້າ ໃຫ້ໄດ້ມາດຕະຖານໃຫ້ແກ່ຜູ້ບໍລິໂພກ ຈາກຜູ້ຊ່ຽວຊານ ທີ່ໄດ້ຊະນະເລີດຈາກການແຂ່ງຂັນນະວັດຕະກໍາຕ່ອງໂສ້ມູນຄ່າເພີ່ມ ຈາກໂຄງການໂປຣເຝີບ ເຊັ່ນ: ເຫັດກໍ່ແດງ, ການລ້ຽງເຜິ້ງໃສ່ສວນກາເຟ, ການນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ຈາກບໍລິສັດຢູ່ແຂວງຫົວພັນ; ຫົວຂໍ້ເສດຖະກິດເອກະລາດເປັນເຈົ້າຕົນເອງ; ນະວັດຕະກຳປັນຍາປະດິດ (AI) ຍຸກໃໝ່ ຈາກພາກທຸລະກິດ ຜູ້ທີ່ມີປະສົບການຈາກນະຄອນຫລວງວຽງຈັນ; ນະໂຍບາຍ ແລະ ຍຸດທະຍາດການສົ່ງເສີມການສ້າງມູນຄ່າເພີ່ມ ຂອງເຄື່ອງປ່າຂອງດົງ, ການມີສ່ວນຮ່ວມຂອງສະມາຄົມໄມ້ປ່ອງ, ກຸ່ມຜະລິດ ຕໍ່ກັບນະໂຍບາຍ ແລະ ການບໍລິການ ຈາກພາກລັດ, ສະມາຄົມ ແລະ ຫົວຂໍ້ຜະລິດຕະພັນການບໍລິການຂອງທະນາຄານ ເພື່ອເຂົ້າເຖິງສິນເຊື່ອ ໃນການຂະຫຍາຍຕະຫລາດຖານລູກຄ້າ ໃຫ້ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າເຖິງບໍລິການສິນເຊື່ອທະນາຄານ ຢ່າງທົ່ວເຖິງ.
![]()
ໂອກາດນີ້, ທ່ານ ພອນສຸກ ອິນທະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຮັບຜິດຊອບ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ຄວາມສາມາດ ໃນການກະກຽມງານສໍາຄັນນີ້ຂຶ້ນມາໄດ້ຢ່າງສົມບູນ ແລະ ງົດງາມ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ຜູ້ໃຫ້ທຶນສະໜັບສະໜູນຮ່ວມ ຈາກກະຊວງພັດທະນາເສດຖະກິດ ແລະ ການຮ່ວມມືເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ (EU) ໂດຍຜ່ານໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ໃນ ສປປ ລາວ (ProFEB). ພ້ອມທັງໄດ້ຍົກໃຫ້ເຫັນຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທໍາມະຊາດ ໂດຍສະເພາະ “ເຄື່ອງປ່າຂອງດົງ” ຢູ່ແຂວງຫົວພັນ ທີ່ມີຄວາມຫລາກຫລາຍ ໃນນັ້ນ, ມີບຸລິມະສິດ ເຊັ່ນ: ເຫັດ, ໃບໄຜ່ຊ້າງ, ໜໍ່ໄມ້, ໄມ້ປ່ອງ, ນ້ຳເຜິ້ງ, ຫັດຖະກຳຈັກສານ, ຢາສະໝຸນໄພ, ອາຫານພື້ນເມືອງ ແລະ ສິນຄ້າຫັດຖະກໍາຕ່າງໆ ຊຶ່ງເປັນຊັບພະຍາກອນທຳມະຊາດ ເປັນແຫລ່ງລາຍຮັບສໍາຄັນ ແລະ ເປັນຮາກຖານຊີວິດຂອງພີ່ນ້ອງປະຊາຊົນໃນແຕ່ທ້ອງຖິ່ນ ໃນແຕ່ລະບ້ານ, ແຕ່ລະເມືອງ ຂອງແຂວງຫົວພັນ ໄດ້ນໍາໃຊ້ເປັນອາຫານການກິນ, ຢ່າປິ່ນປົວພະຍາດ ແລະ ທັງຍັງເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ. ການຈັດງານໃນຄັ້ງນີ້ ມີຄວາມສໍາຄັນຫລາຍ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ສິນຄ້າເຄື່ອງປ່າຂອງດົງຢ່າງກວ້າງຂວາງ ສ້າງໂອກາດການຕະຫລາດ ໃຫ້ແກ່ຜູ້ຜະລິດ ແລະ ກຸ່ມອາຊີບ ຊຸກຍູ້ການຜະລິດແບບຍືນຍົງ ທີ່ສອດຄ່ອງກັບແນວຄິດ “ຕະຫລາດສີຂຽວ ພັດທະນາເສດຖະກິດຖານຮາກ ໃຫ້ເຂັ້ມແຂງ, ຊຶ່ງການນໍາແຂວງຫົວພັນ ຍາມໃດກໍໄດ້ໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການບໍລິຫານຈັດການ, ອະນຸລັກຊັບພະຍາກອນປ່າໄມ້, ລະບົບນິເວດນາໆພັນ ໂດຍເຫັນວ່າ ການນໍາໃຊ້ຢ່າງບໍ່ມີແຜນ ຫລື ການເກັບຜົນຜະລິດສິນຄ້າທີ່ເກີນກຳນົດ ຈະສ້າງຜົນກະທົບທາງລົບຕໍ່ລະບົບນິເວດ ແລະ ຄວາມຍືນຍົງໃນອະນາຄົດ. ດັ່ງນັ້ນ, ແຂວງໄດ້ວາງແນວທາງຊີ້ນໍາທີ່ຊັດເຈນ ເຊັ່ນ: ການຈັດການປ່າໄມ້ແບບມີສ່ວນຮ່ວມ, ການສ້າງກົງໄກການອະນຸລັກ ແລະ ຟື້ນຟູຊັບພະຍາກອນ, ການສົ່ງເສີມການແປຮູບ ແລະ ເພີ່ມມູນຄ່າສິນຄ້າ, ການສ້າງຕະຫລາດ ແລະ ຊ່ອງທາງການຂາຍທີ່ຍືນຍົງ. ພ້ອມກັນນີ້ “ຕະຫລາດສີຂຽວ” ກໍແມ່ນທິດທາງສໍາຄັນ ທີ່ຊ່ວຍຮັກສາສິ່ງແວດລ້ອມ ຫລຸດຜ່ອນການໃຊ້ສານເຄມີ ແລະ ຊຸກຍູ້ການຜະລິດທີ່ປອດໄພ ຕໍ່ຜູ້ບໍລິໂພກ.
![]()
