27/11/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp gxu fs]a dl6 fxt]y opk8u ;y lt;tdexa opkxtfy f mevy f.o]k; ການຫລຸດພົ້ນ...ຸົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ]tob d;a o7q [Iv[csj 'dko9kdwx c]t ;a ogdu f mj ko 2u cfo dkl38ii6 l 7q [Iv[ 100 xu ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໃນການຈັດຕັ້ງຜັນຂະຫຍາຍວາລະ ສາກົນ. ເມື່ອບໍ່ດົນມານີ້, ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ອອກຄໍາສັ່ງສະບັບເລກທີ 48/ນຍ, ລົງວັນທີ 6 ສິງຫາ 2026 ຊຶ່ງໄດ້ ສະເໜີໃຫ້ບັນດາກະຊວງຈັດຕັ້ງປະ ຕິບັດນະໂຍບາຍ 12 ຂໍ້ ທີ່ໄດ້ແນະ ນໍາໄວ້ໃນບົດປະເມີນຄວາມພ້ອມ ເພື່ອເລັ່ງລັດການວາງມາດຕະການ ຮອງຮັບຕໍ່ກັບຜົນກະທົບ ທັງໄລຍະ ສັ້ນ, ໄລຍະກາງ ແລະ ໄລຍະຍາວ ຊຶ່ງບັນດານະໂຍບາຍ 12 ຂໍ້ທີ່ແນະ ນໍາເຫລົ່ານີ້ ໄດ້ກໍານົດໄລຍະເວລາ ການຈັດຕັ້ງປະຕິບັດທີ່ຊັດເຈນ ແລະ ມີຄວາມສໍາຄັນຢ່າງຍິ່ງ ຕໍ່ກັບໄລຍະ ຂ້າມຜ່ານທີ່ຈະມາເຖິງ ເປັນຕົ້ນ ການວາງແຜນໃຫ້ສໍາເລັດການເຈ ລະຈາຂໍເງື່ອນໄຂສິດທິພິເສດ ດ້ານ ການຄ້າແບບມີເງື່ອນໄຂສໍາລັບປະ ເທດກໍາລັງພັດທະນາ (GSP+) ກັບສະຫະພາບເອີຣົບ (EU) ພາຍ ໃນປີ 2029, ດໍາເນີນການ ການ ວິເຄາະ ແລະ ຍົກລະດັບການນໍາໃຊ້ ລະບົບການຄ້າທີ່ມີສິດທິພິເສດຂອງ ຜູ້ສົ່ງອອກຢູ່ ສປປ ລາວ ແລະ ການ ສ້າງຂີດຄວາມສາມາດຂອງລັດ ຖະບານ ໃນການສົ່ງເສີມຜົນປະ ໂຫຍດທາງການຄ້າຂອງຊາດ ໃນ ທົ່ວໂລກ ຊຶ່ງແມ່ນຕົວຢ່າງຂອງ ການປະຕິຮູບ ເພື່ອກ້າວໄປທາງໜ້າ ໂດຍຈະເຮັດໃຫ້ການຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາ ບໍ່ແມ່ນການຖອນການສະໜັບ ສະໜູນ, ແຕ່ເພື່ອເປັນການເຕີບ ໂຕ ແລະ ຄວາມຈະເລີນຮຸ່ງເຮືອງ ຫລາຍກວ່າ. ພ້ອມດຽວກັນນັ້ນ, ບັນດານະ ໂຍບາຍສະເພາະທີ່ຊຸກຍູ້ການເຊື່ອມ ໂຍງ ລະຫວ່າງທຸລະກິດຂອງຜູ້ຜະ ລິດພາຍໃນ ແລະ ຜູ້ສົ່ງອອກ, ພ້ອມ ທັງມາດຕະການສົ່ງເສີມການນໍາ ໃຊ້ເຕັກໂນໂລຊີໃໝ່ ແມ່ນນະໂຍ ບາຍທີ່ສໍາຄັນ ເພື່ອປະກອບສ່ວນ ເຮັດໃຫ້ພາກເອກະຊົນຂອງ ສປປ ລາວ ໃຫ້ມີຄວາມຫລາກຫລາຍ, ມີຄວາມຄຶກຄື້ນ ແລະ ເນັ້ນໃສ່ຕະ ຫລາດໃນພາກພື້ນຫລາຍຂຶ້ນ. ບັນ ດານະໂຍບາຍແນະນໍາເຫລົ່ານີ້ ແມ່ນການກຳນົດ ເພື່ອຈັດຕັ້ງປະຕິ ບັດໃຫ້ໄດ້ຮັບໝາກຜົນ ຫລາຍກວ່າ ການຮັກສາທ່າອ່ຽງການພັດທະນາ ທີ່ຍືນຍົງ ທີ່ຍາດມາໄດ້ໃນໄລຍະ ຜ່ານມາ. ການຮຽກຮ້ອງການປະຕິ ຮູບດັ່ງກ່າວນີ້ ໂດຍການນໍາພາ-ຊີ້ ນໍາ ຂອງລັດຖະບານ ພ້ອມດ້ວຍ ການສະໜັບສະໜູນຈາກປະຊາຄົມ ສາກົນ, ໄດ້ຮຽກຮ້ອງໃຫ້ມີການປຶກ ສາຫາລືກ່ຽວກັບວາລະໃໝ່ ຂອງ ການເຕີບໂຕທີ່ສາມາດເປັນປັດໄຈ ເລັ່ງໃຫ້ເກີດການພັດທະນາໄປໄກ ກວ່າການຂ້າມຜ່ານ ອອກຈາກສະ ຖານະພາບດ້ອຍພັດທະນາ. ການ ປະຕິຮູບ ແລະ ການລົງທຶນທີ່ຈະດໍາ ເນີນໃນໄລຍະຂ້າມຜ່ານນີ້ ຍັງເປັນ ການວາງພື້ນຖານໃຫ້ແກ່ວິໄສທັດ ການພັດທະນາໃນໄລຍະຍາວ ຂອງ ສປປ ລາວ ໃນການກ້າວໄປເປັນປະ ເທດ ທີ່ມີລາຍຮັບປານກາງ-ສູງ ໃນ ທົດສະວັດຕໍ່ໜ້າ, ໂດຍການສົ່ງເສີມ ໃຫ້ມີຄວາມຫລາກຫລາຍຂະແໜງ ເສດຖະກິດ, ສົ່ງເສີມການຜະລິດ ແລະ ການພັດທະນາຊັບສິນມະນຸດ ແລະ ສ້າງເສດຖະກິດໃຫ້ມີຄວາມ ເຂັ້ມແຂງ ແລະ ຍືນຍົງຫລາຍຂຶ້ນ. ເຖິງຢ່າງໃດກໍຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການ ປະເມີນ ເພື່ອຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ກໍບໍ່ ໄດ້ໝາຍຄວາມວ່າ ພາລະກິດໃນ ການລຶບລ້າງຄວາມທຸກຍາກຈະ ສິ້ນສຸດລົງ ແລະ ກໍບໍ່ໄດ້ໝາຍຄວາມ ວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນ ທັນທີທັນໃດ, ແຕ່ຫາກເປັນການ ສ່ອງແສງໃຫ້ເຫັນເຖິງຜົນສຳເລັດ ແລະ ຂີດໝາຍທີ່ສໍາຄັນຍິ່ງໃນຂະ ບວນການພັດທະນາເສດຖະກິດສັງຄົມຂອງປະເທດເຮົາ ພາຍໃຕ້ ການນໍາພາ-ຊີ້ນຳຂອງພັກແລະລັດ ຖະບານແຫ່ງ ສປປ ລາວ ຊຶ່ງຈະ ຕ້ອງໄດ້ສືບຕໍ່ພັດທະນາປະເທດ ຊາດ ຕາມແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃນແຕ່ລະ ໄລຍະໃນນາມສະຖານະພາບປະ ເທດກຳລັງພັດທະນາ. ການພັດທະ ນາປະເທດຊາດ ບໍ່ໄດ້ສິ້ນສຸດລົງ ພຽງແຕ່ເທົ່ານີ້, ແຕ່ຈະສືບຕໍ່ການພັດ ທະນາ ໂດຍການກ້າວເຂົ້າສູ່ໄລຍະ ຂ້າມຜ່ານ ໄປຈົນຮອດປີ 2029, ຫລັງຈາກນັ້ນ, ຈະໄດ້ປະຕິບັດຕາມ ພັນທະ ຂອງປະເທດກໍາລັງພັດທະ ນາຢ່າງເຕັມສ່ວນ. ຂ່າວ: ກິດຕາ ໃນບັນດາໂຄງການທີ່ປະເທດສະມາ ຊິກທັງ 11 ປະເທດໄດ້ນຳສະເໜີ. ທ່ານນາງ ມາໄລວຽງ ວົງຈັນ ດີ ຮອງຜູ້ອຳນວຍການໃຫຍ່ ໂທລະ ພາບແຫ່ງຊາດລາວ, ຫົວໜ້າຄະນະ ຜູ້ແທນຖະແຫລງຂ່າວ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນ ທີ 25 ພະຈິກ 2026 ນີ້ວ່າ: ເຫດ ຜົນທີ່ພວກເຮົາສະເໜີຂໍການສະໜັບ ສະໜູນໂຄງການ ດ້ານຄວາມປອດ ໄພທາງໄຊເບີ ຈາກກອງເລຂາອາ ຊຽນ ກໍເພື່ອຈັດຕັ້ງປະຕິບັດຕາມທິດ ຊີ້ນຳຂອງກອງປະຊຸມລັດຖະມົນຕີ ຖະແຫລງຂ່າວອາຊຽນ ແລະ ແຜນ ພັດທະນາວຽກງານຖະແຫລງຂ່າວ ຂອງອາຊຽນ ໄລຍະ 2026-2030 ແລະ ວິໄສທັດຮອດປີ 2035. ວຽກ ນີ້ມີຄວາມສຳຄັນຫລາຍ ເພາະວ່າ ສື່ມວນຊົນເປັນກະບອກສຽງ ແລະ ເປັນຜູ້ນຳພາຂໍ້ມູນຂ່າວສານທີ່ຖືກ ຕ້ອງ. ສະນັ້ນ, ກ່ອນທີ່ພວກເຮົາຈະ ຊີ້ນຳສັງຄົມໃຫ້ຖືກຕ້ອງໄດ້ ພວກ ເຮົາຕ້ອງເຂົ້າໃຈເອງກ່ອນ ໂດຍເລີ່ມ ຕົ້ນຈາກໄວໜຸ່ມ ແລະ ນັກສື່ສານ ຮຸ່ນໃໝ່. ດ້ວຍເຫດນີ້, ໂຄງການນີ້ ຈຶ່ງຕອບສະໜອງຕາມຄວາມຕ້ອງ ການຂອງກອງເລຂາອາຊຽນ ແລະ ບັນດາປະເທດສະມາຊິກ. ທ່ານນາງ ມາໄລວຽງ ວົງຈັນ ດີ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມ COCI ຄັ້ງທີ 61 ໃນມື້ນີ້ ເປັນກອງ ປະຊຸມທີ່ສຳຄັນຂອງວຽກງານວັດ ທະນະທຳ ແລະ ຖະແຫລງຂ່າວ ໂດຍໄດ້ເປີດໂອກາດໃຫ້ສື່ມວນຊົນ ແລະ ພະນັກງານຂົງເຂດວັດທະນະ ທຳ ໄດ້ນຳສະເໜີບັນດາໂຄງການ ຕ່າງໆ. ມື້ນີ້, ພວກເຮົາໄດ້ຮັບຮອງ ເອົາບັນດາໂຄງການໃນຂະແໜງ ວັດທະນະທຳ ແລະ ຂະແໜງຖະ ແຫລງຂ່າວ ທີ່ໄດ້ນຳສະເໜີມາ. ສຳລັບຂະແໜງຖະແຫລງຂ່າວ, ບັນດາໂຄງການທີ່ນຳສະເໜີຖືວ່າ ໄດ້ຮັບການຕອບຮັບເປັນຢ່າງດີ ແລະ ໄດ້ຮັບການຮັບຮອງຈາກກອງ ປະຊຸມ. ຂປລ. ສະຖານທູດກູບາ ປະຈຳ ສປປ ລາວ ຈັດພິທີລະນຶກວັນຄົບຮອບ ແຫ່ງການຈາກໄປ ແລະ ວັນເກີດ ທ່ານ ຟີແດນ ກາສໂຕຣ ຣູສ ຄົບຮອບ 100 ປີ ໃນວັນທີ 25 ພະຈິກ 2026 ທີ່ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານ ສະພາແຫ່ງຊາດ, ປະທານສະມາຄົມ ມິດຕະພາບ ລາວ-ກູບາ, ທ່ານນາງ ແອນນາ ວຽນ ວານເກັດສ ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ທ່ານນາງ ແອນນາ ວຽນ ວານ ເກັດສ ໄດ້ກ່າວວ່າ: ເນື່ອງໃນໂອກາດ ຄົບຮອບ 1 ທົດສະວັດ ແຫ່ງການຈາກ ໄປທາງດ້ານຮ່າງກາຍ ແລະ ພາຍຫລັງ ການສະເຫລີມສະຫລອງຄົບຮອບ 100 ປີ ແຫ່ງວັນເກີດຂອງ ທ່ານ ຟີ ແດນ ກາສໂຕຣ ຣູສ (Fidel Castro Ruz) ຜູ້ບັນຊາການສູງສຸດ ແລະ ຜູ້ ນຳການປະຕິວັດກູບາ ທີ່ຫາກໍຈັດຂຶ້ນ ຢ່າງສົມກຽດຢູ່ນະຄອນຫລວງຮາວາ ນາ ແລະ ນະຄອນຫລວງວຽງຈັນ, ບັນ ດາຜູ້ແທນ ແລະ ມວນຊົນໄດ້ພ້ອມກັນ ລະນຶກເຖິງຄຸນງາມຄວາມດີ ແລະ ຢືນ ຢັນຄຸນຄ່າອັນຍືນຍົງຂອງມໍລະດົກ ທາງຄວາມຄິດ ທີ່ຍັງຄົງສືບທອດມາ ຈົນເຖິງປັດຈຸບັນ. ໃນພິທີລະນຶກດັ່ງກ່າວ, ໄດ້ມີການ ຍົກໃຫ້ເຫັນບົດບາດຂອງ ທ່ານ ຟີແດນ ກາສໂຕຣ ໃນຖານະຜູ້ສ້າງປະເທດກູ ບາສັງຄົມນິຍົມ ແລະ ລັດບຸລຸດຜູ້ມີວິໄສ ທັດກວ້າງໄກ ຊຶ່ງຄຸນຄ່າຂອງທ່ານໄດ້ ແຜ່ຂະຫຍາຍອອກໄປເກີນຂອບເຂດ ຊາຍແດນ. ດັ່ງທີ່ ທ່ານ ມີເກວ ດີອາສກາແນລ ເບີມູເດສ (Miguel DíazCanel Bermúdez)ເລຂາທິການທີ ໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ ແລະ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ໄດ້ກ່າວ ໄວ້ວ່າ: “ຟີແດນ ບໍ່ແມ່ນຂອງກູບາເທົ່າ ນັ້ນ, ແຕ່ເປັນຂອງນັກປະຕິວັດທຸກຄົນ ໃນໂລກ ແລະ ເປັນຂອງມວນມະນຸດ ທັງໝົດ”. ມໍລະດົກຂອງ ທ່ານ ຟີແດນ ກາສ ໂຕຣ ກວມເອົາການຕໍ່ສູ້ເພື່ອເອກະ ລາດ, ຄວາມຍຸຕິທຳທາງສັງຄົມ ແລະ ການສ້າງລະບຽບການເມືອງ-ເສດຖະ ກິດໂລກຫລາຍຂົ້ວທີ່ມີຄວາມເປັນທຳ. ພາຍໃຕ້ຫລັກການທີ່ວ່າ “ປະເທດຊາດ ແມ່ນມວນມະນຸດ”, ທ່ານໄດ້ສ້າງຂົວ ແຫ່ງການຮ່ວມມືກັບບັນດາປະເທດ ໃນອາຟຣິກາ, ອາຊີ, ອາເມລິກາລາຕິນ ແລະ ຄາຣິບບຽນ ຜ່ານພາລະກິດດ້ານ ການແພດ, ການສຶກສາ ແລະ ການຝຶກ ອົບຮົມບຸກຄະລາກອນຈາກຫລາຍສິບ ປະເທດ. ການກະທຳເຫລົ່ານີ້ ສະແດງ ໃຫ້ເຫັນເຖິງລັດທິສາກົນນິຍົມທີ່ຖືເອົາ ຄວາມສາມັກຄີເປັນໜ້າທີ່ອັນສູງສົ່ງ. ເຖິງແມ່ນວ່າໃນໄລຍະ 10 ປີ ຜ່ານ ມາ, ກູບາ ຈະຕ້ອງຜະເຊີນກັບມາດ ຕະການປິດລ້ອມທາງເສດຖະກິດທີ່ ຮຸນແຮງຂຶ້ນຢ່າງບໍ່ເຄີຍມີມາກ່ອນ, ແຕ່ ຜົນງານຂອງຜູ້ບັນຊາການສູງສຸດ ຍິ່ງ ໄດ້ຮັບການຂະຫຍາຍຕົວ. ຫລັກຖານ ທີ່ຊັດເຈນຄື ສຳມະນາສາກົນພາຍໃຕ້ ຫົວຂໍ້ “ຟີແດນ: ມໍລະດົກ ແລະ ອະນາ ຄົດ” ທີ່ມີຜູ້ແທນຈາກ 63 ປະເທດ ເດີນທາງມາເຂົ້າຮ່ວມດ້ວຍທຶນຮອນ ສ່ວນຕົວ ເພື່ອສະແດງຄວາມສາມັກຄີ ແລະ ສະໜັບສະໜູນກູບາ. ໃນປີ 2026 ນີ້, ການສືບທອດ ອຸດົມການຂອງ ຟີແດນ (Fidelista) ໝາຍເຖິງການຢືນຢັນຕໍ່ສູ້ກັບຄວາມ ບໍ່ຍຸຕິທຳທຸກຮູບແບບ, ການປົກປັກ ຮັກສາເອກະລາດແຫ່ງຊາດ ແລະ ຄຸນ ຄ່າຂອງສັງຄົມນິຍົມ. ຜົນງານຂອງ ທ່ານບໍ່ໄດ້ຢຸດນິ້ງຢູ່ພຽງແຕ່ໃນອະນຸ ສາວະລີ, ແຕ່ຍັງຄົງມີຊີວິດຊີວາຢູ່ໃນ ຈິດໃຈຂອງຄົນຮຸ່ນໜຸ່ມ ທີ່ພ້ອມຈະສືບ ທອດພາລະກິດການປ່ຽນແປງສັງຄົມ ໃຫ້ກ້າວໜ້າ ໂດຍບໍ່ລືມຮາກເຫງົ້າ ປະຫວັດສາດ. ແນວຄິດອັນຄົບຖ້ວນ ແລະ ການອຸທິດຕົນເພື່ອຜູ້ດ້ອຍໂອກາດ ຂອງ ທ່ານ ຟີແດນ ກາສໂຕຣ ຣູສ ຈະ ຍັງຄົງເປັນເຂັມທິດນຳທາງໃຫ້ແກ່ ການປະຕິວັດກູບາ ແລະ ເປັນພະລັງ ແຫ່ງຄວາມສາມັກຄີຂອງປະຊາຊົນ ຜູ້ຮັກຫອມສັນຕິພາບໃນທົ່ວໂລກຕະ ຫລອດໄປ. ໂອກາດນີ້, ທ່ານ ມອນໄຊ ລາວ ມົວຊົ່ງ ໄດ້ຍົກໃຫ້ເຫັນຄວາມສຳຄັນ ວ່າ: ກູບາ ໄດ້ສ້າງຜົນງານທີ່ໂດດເດັ່ນ ຈົນເປັນແບບຢ່າງໃຫ້ແກ່ໂລກ ເປັນຕົ້ນ ດ້ານການສຶກສາ ແລະ ສາທາລະນະ ສຸກ, ກູບາ ມີລະບົບການສຶກສາ, ການ ແພດທີ່ທັນສະໄໝ, ກ້າວໜ້າ ໂດຍໃຫ້ ການບໍລິການແກ່ປະຊາຊົນ ໂດຍບໍ່ເສຍ ຄ່າ ແລະ ຍັງໄດ້ໃຫ້ການຊ່ວຍເຫລືອ ດ້ານການສຶກສາ ແລະ ສາທາລະນາ ສຸກຕໍ່ ສປປ ລາວ ແລະ ຫລາຍປະເທດ ໃນໂລກ; ດ້ານວິທະຍາສາດ ແລະ ເຕັກ ໂນໂລຊີ: ກູບາ ມີຄວາມສາມາດສູງ ໃນການຄົ້ນຄວ້າ ແລະ ຜະລິດຢາປົວ ພະຍາດ ລວມທັງວັກຊິນປ້ອງກັນພະ ຍາດຕ່າງໆໄດ້ດ້ວຍຕົນເອງ; ດ້ານນ້ຳ ໃຈສາກົນອັນຜ່ອງໃສ: ຕາມອຸດົມການ ຂອງສະຫາຍ ຟີແດນ ກາສໂຕຣ ຣູສ, ກູບາ ໄດ້ສົ່ງກອງທັບແພດໝໍ ແລະ ນັກ ຊ່ຽວຊານ ໄປຊ່ວຍເຫລືອປະຊາຊົນໃນ ທົ່ວໂລກ ໂດຍບໍ່ຫວັງຜົນຕອບແທນ ໄດ້ ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສ ກູບາ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສຳລັບ ສປປ ລາວ ບໍ່ມີວັນຫລົງລືມ ການສະໜັບສະໜູນ ແລະ ການຊ່ວຍ ເຫລືອອັນລ້ຳຄ່າຂອງ ສະຫາຍ ຟີແດນ ກາສໂຕຣ ຣູສ ກໍຄື ພັກ, ລັດຖະບານ ແລະປະຊາຊົນກູບາອ້າຍນ້ອງທີ່ມີຕໍ່ພາ ລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາ ລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ, ໂດຍ ສະເພາະ ການຊ່ວຍເຫລືອດ້ານການ ແພດ, ການສຶກສາ ແລະ ການກໍ່ສ້າງ ຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ໂດຍຕະຫລອດມາ. ໃນນາມສະມາຄົມມິດຕະພາບ ລາວ-ກູບາ, ຂ້າພະເຈົ້າ ຂໍຢືນຢັນຄືນ ອີກຄັ້ງເຖິງຫລັກໝັ້ນອັນສະເໝີຕົ້ນ ສະເໝີປາຍຂອງພວກຂ້າພະເຈົ້າ ໃນ ການສືບຕໍ່ສະໜັບສະໜູນຢ່າງແຂງ ແຮງ ແລະ ຮອບດ້ານ ຕໍ່ພາລະກິດການ ປະຕິວັດອັນເປັນທຳ ຂອງປະຊາຊົນ ກູບາອ້າຍນ້ອງ. ພ້ອມທັງເຊື່ອໝັ້ນຢ່າງ ໜັກແໜ້ນວ່າ, ພາຍໃຕ້ການນຳພາ ຂອງພັກກອມມູນິດກູບາ ແລະ ການ ສືບທອດມູນເຊື້ອອັນອົງອາດກ້າຫານ ຂອງ ສະຫາຍ ຟີແດນ ກາສໂຕຣ ຣູສ, ປະຊາຊົນກູບາອ້າຍນ້ອງ ຈະສາມາດ ຜ່ານຜ່າທຸກຄວາມຫຍຸ້ງຍາກທ້າທາຍ ແລະ ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ທີ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດ ສ້າງສາສັງຄົມນິຍົມ ທີ່ຈະເລີນຮຸ່ງ ເຮືອງ ແລະ ຍືນຍົງ. ຂປລ. ຄະນະວິສະວະກຳສາດ ມະ ຫາວິທະຍາໄລແຫ່ງຊາດ (ມຊ) ເປີດ ຫລັກສູດປະລິນຍາຕີ ສາຂາວິສະວະ ກຳປັນຍາປະດິດ (AI Engineering) ຢ່າງເປັນທາງການ ໃນວັນທີ 23 ພະຈິກ 2026 ທີ່ຜ່ານມາ ຊຶ່ງເປັນ ການສະຫລອງຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ມຊ ແລະ ເປັນຂີດໝາຍ ສຳຄັນໃນການພັດທະນາການສຶກສາ ດ້ານເຕັກໂນໂລຊີຂອງປະເທດ. ຫລັກສູດດັ່ງກ່າວ, ເປັນຫລັກສູດ ປະລິນຍາຕີ ສາຂາວິສະວະກຳປັນຍາ ປະດິດ ທຳອິດຂອງ ສປປ ລາວ, ພັດທະ ນາໂດຍພາກວິຊາວິສະວະກຳຄອມ ພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວ ສານ ຄະນະວິສະວະກຳສາດ ມຊ. ການຮຽນ-ການສອນ ຄົບທັງ 4 ປີ ຈັດ ຂຶ້ນຢູ່ຄະນະວິສະວະກຳສາດ ມຊ ໂດຍ ມີທັງໝົດ 148 ໜ່ວຍກິດ. ຫລັກສູດນີ້, ໄດ້ມຸ່ງສ້າງວິສະວະ ກອນທີ່ສາມາດອອກແບບ, ພັດທະນາ, ທົດສອບ, ນຳໃຊ້ແລະບຳລຸງຮັກສາລະ ບົບ AI ເພື່ອແກ້ໄຂບັນຫາຕົວຈິງຂອງ ປະເທດ. ເນື້ອໃນການຮຽນປະກອບ ມີ: Machine Learning, Deep Learning, Computer Vision, ການປະມວນຜົນພາສາທຳມະຊາດ, Generative AI, ຫຸ່ນຍົນ ແລະ ລະບົບອັດຕະໂນມັດ, ຄວບຄູ່ກັບຈັນຍາ ບັນ ແລະ ຄວາມປອດໄພດ້ານ AI. ນັກສຶກສາ ຈະໄດ້ຝຶກປະຕິບັດໃນຫ້ອງ ທົດລອງ, ຝຶກງານ ແລະ ເຮັດໂຄງ ງານຈົບຊັ້ນ. ການພັດທະນາຫລັກສູດ ສືບຕໍ່ຈາກພື້ນຖານຄວາມຮ່ວມມືອັນ ຍາວນານ ກັບລັດຖະບານຍີ່ປຸ່ນ ຜ່ານ ອົງການ JICA ທັງດ້ານວິຊາການ, ການພັດທະນາບຸກຄະລາກອນ ແລະ ອຸປະກອນການຮຽນ-ການສອນ. ຫລັກ ສູດໄດ້ຕ້ອນຮັບນັກສຶກສາຮຸ່ນທຳອິດ ຈຳນວນ14ຄົນ ໃນສົກສຶກສາ 20262027. ການເປີດຫລັກສູດນີ້, ສະທ້ອນເຖິງ ຄວາມມຸ່ງໝັ້ນຂອງມະຫາວິທະຍາໄລ ໃນການສ້າງບຸກຄະລາກອນດ້ານ AI ເພື່ອຕອບສະໜອງຕະຫລາດແຮງງານ ແລະ ປະກອບສ່ວນຂັບເຄື່ອນການພັດ ທະນາດີຈິຕອນຂອງ ສປປ ລາວ.
RkJQdWJsaXNoZXIy MTc3MTYxMQ==