7417

@ 0j k; c]t gsfdko j 27/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ເຂົ້າຮ່ວມ...ົັົີົ້່ 8 ຫົວໜ່ວຍ...ົ່ ນາຍົກລັດຖະມົນຕີ ຢ້ຽມຢາມ...ົັົີ້ ສະເພາະ ແລະ ມີຊື່ສຽງຂອງປະ ເທດ, ທັງເປັນການຊ່ວຍວາງພື້ນ ຖານອັນໜັກແໜ້ນ ໃຫ້ກາເຟລາວ ສາມາດກ້າວເຂົ້າເປັນສະມາຊິກ ຂອງອົງການກາເຟສາກົນ (ICO) ໃນອະນາຄົດ. ພ້ອມກັນນັ້ນ, ຍັງເປັນ ການສ້າງໂອກາດ ແລະ ເງື່ອນໄຂ ອັນດີ ໃນການນຳສະເໜີລົດຊາດ ທີ່ເປັນເອກະລັກ ແລະ ຄຸນນະພາບ ຂອງກາເຟລາວ, ເປັນເວທີແລກ ປ່ຽນຄວາມຮູ້, ບົດຮຽນ-ປະສົບ ການ ຕະຫລອດຮອດການພົວພັນ ເຊື່ອມຕໍ່ ລະຫວ່າງ ຊາວສວນກາເຟ ກັບຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມ ງານສາກົນ, ສັງຄົມ ໄດ້ຮັບຮູ້ຕ່ອງ ໂສ້ການຜະລິດ ແລະ ຈຳໜ່າຍກາເຟ ກໍຄືການພົວພັນຂອງບັນດາຊາວ ສວນ, ຜູ້ຜະລິດ, ຜູ້ປະກອບການ, ຜູ້ ຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ທຸກ ພາກສ່ວນທີ່ມີສ່ວນຮ່ວມໃນການ ຜະລິດ, ຈຳໜ່າຍ, ຊົມໃຊ້ ແລະ ດື່ມ ກາເຟ, ເຮັດໃຫ້ອຸດສາຫະກຳກາເຟ ລາວ ເຕີບໃຫຍ່ຂະຫຍາຍຕົວ ທັງຕະ ຫລາດພາຍໃນ ແລະ ຕ່າງປະເທດ. ຕິດພັນກັບການເຄື່ອນໄຫວເປີດ ມະຫະກຳກາເຟລາວ ແລະ ຜະລິດ ຕະພັນກະສິກຳ ຢູ່ແຂວງຈຳປາສັກ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງ ໄປຢ້ຽມຢາມໂຄງການປູກໝາກ ບລູເບີຣີ ຢູ່ເມືອງປາກຊ່ອງ ແລະ ໂຄງການພະລັງງານໄຟຟ້າແສງ ຕາເວັນ ຢູ່ເມືອງໂຂງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ບົດລາຍງານຄວາມຄືບໜ້າປະຈຳ ເດືອນຕຸລາ2026,ໂຄງການສາມາດ ຜະລິດໄຟຟ້າໄດ້ສະເລ່ຍ 301,56 ຈີກາວັດໂມງຕໍ່ປີ ເພື່ອສົ່ງຜ່ານລະ ບົບສາຍສົ່ງ 230 ກິໂລໂວນ ຄວາມ ຍາວ 25 ກິໂລແມັດ ເຊື່ອມຕໍ່ເຂົ້າ ສະຖານີບ້ານຫາດ ສົ່ງອອກໄປປະ ເທດກຳປູເຈຍ. ສຳລັບຄວາມຄືບ ໜ້າວຽກຫລັກປະກອບມີ: ຕິດຕັ້ງ ເສົາເຂັມປະຕິບັດໄດ້ 98% (ແຜນ 89.850 ຕົ້ນ), ຕິດຕັ້ງໂຄງເຫລັກ ຮັບແຜງໂຊລາເຊວ ເຊິ່ງປະຕິບັດ ໄດ້ 95,4% (8.985 ໂຕະ), ຕິດ ຕັ້ງແຜງໂຊລາເຊວ ປະຕິບັດໄດ້ 84,86%(ຈາກແຜນ 70%), ຕິດ ຕັ້ງໝໍ້ແປງ MV 3,3 MVA (46 ຈຸດ) ແລະ ກໍ່ສ້າງຖານ Battery (22 ຈຸດ) ສຳເລັດ 100%. ກໍ່ສ້າງ ທາງພາຍໃນໂຄງການ (14 ກມ) ປະຕິບັດໄດ້ 90%. ນອກຈາກວຽກເຕັກນິກ ແລະ ການກໍ່ສ້າງ, ໂຄງການຍັງໄດ້ຊົດ ເຊີຍຜົນກະທົບດ້ານທີ່ດິນທຳການ ຜະລິດ ໃຫ້ປະຊາຊົນຜູ້ຖືກຜົນກະ ທົບ 45 ຄອບຄົວ (35 ຕອນດິນ) ລວມເປັນເງິນ 591 ລ້ານກວ່າກີບ. ພ້ອມກັນນີ້, ໄດ້ເອົາໃຈໃສ່ດ້ານ ຄວາມປອດໄພ ແລະ ສຸຂະພາບ ຂອງແຮງງານທັງໝົດ 624 ຄົນ ໂດຍບໍ່ມີລາຍງານອຸບັດເຫດເກີດ ຂຶ້ນໃນເດືອນຜ່ານມາ. ພ້ອມນີ້, ໂຄງການມີແຜນສຳເລັດການກໍ່ ສ້າງ ແລະ ກ້າວສູ່ການເປີດດຳເນີນ ງານຕາມກຳນົດໃນໄລຍະທ້າຍປີ 2026 ນີ້. ລັດຖະມົນຕີ, ລັດຖະມົນຕີກະຊວງ ຍຸຕິທຳ, ມີຄະນະຈັດຕັ້ງສູນກາງ ພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າຈາກອົງການປົກ ຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະ ບົບກອງປະຊຸມທາງໄກ. ທ່ານ ວິໄລວັນ ບຸດດາຄຳ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນການຈັດຕັ້ງປະຕິ ບັດວຽກງານ 3 ສ້າງໄລຍະ 5 ປີ (2021-2025) ຜ່ານມາ ກໍຄືໃນ ໄລຍະຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຈັດຕັ້ງຜັນຂະ ຫຍາຍມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍທິດທາງ, ເປົ້າ ໝາຍແລະມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ສ້າງບ້ານເປັນຫົວໜ່ວຍພັດ ທະນາ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ແລະ ມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະ ບົບບໍລິຫານລັດໃນໄລຍະໃໝ່ສະບັບ ເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019 ຊຶ່ງອົງການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ສຸມ ໃສ່ການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ, ການສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ 5 ດ້ານ 47 ຕົວຊີ້ ບອກ, ການສ້າງບ້ານເປັນຫົວໜ່ວຍ ພັດທະນາ 4 ດ້ານ 30 ຕົວຊີ້ບອກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 5 ປີດັ່ງກ່າວ ສາມາດສະ ຫລຸບສັງລວມ ແລະ ປະເມີນຜົນໄດ້ ຄື: ມີ 8 ຫົວໜ່ວຍການປົກຄອງຂັ້ນ ແຂວງ ບັນລຸເງື່ອນໄຂແຂວງເປັນ ຫົວໜ່ວຍຍຸດທະສາດ ຊຶ່ງປະກອບ ມີ ນະຄອນຫລວງວຽງຈັນ, ຫລວງ ນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄຳໄຊ, ເຊກອງ ແລະ ຈຳປາ ສັກ; ມີ 55 ຫົວໜ່ວຍການປົກຄອງ ຂັ້ນເມືອງ ບັນລຸເງື່ອນໄຂເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ 5.200 ບ້ານ ບັນລຸເງື່ອນໄຂເປັນ ຫົວໜ່ວຍພັດທະນາ. ພ້ອມນີ້, ຜູ້ຕາງ ໜ້າການນຳນະຄອນຫລວງວຽງ ຈັນແລະ ບັນດາແຂວງທີ່ບັນລຸການ ສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ ໄດ້ລາຍງານ ແລະ ຢັ້ງຢືນຜົນ ການຈັດຕັ້ງປະຕິບັດການສ້າແຂວງ ເປັນຫົວໜ່ວຍຍຸດທະ ສາດຂອງຕົນ ຕື່ມອີກ. ໃນໂອກາດດັ່ງກ່າວ, ທ່ານປະ ທານກອງປະຊຸມ ໄດ້ມີຄຳເຫັນເນັ້ນ ໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະ ນະພັກ, ຄະນະນຳນະຄອນຫລວງ ວຽງຈັນແລະ ບັນດາແຂວງ ເອົາໃຈ ໃສ່ນຳພາ-ຊີ້ນຳ ແລະ ກວດກາທົບ ທວນຄືນຜົນການປະເມີນວຽກ ງານ 3 ສ້າງຂອງທ້ອງຖິ່ນຕົນ ໂດຍ ຕ້ອງມີການນຳພາ ແລະ ຕິດຕາມ ກວດກາຢ່າງໃກ້ຊິດ ເພື່ອຮັບປະກັນ ຄວາມຖືກຕ້ອງ ແລະ ຊັດເຈນ ຂອງ ຂໍ້ມູນ;ກວດກາຄືນທັງ7ດ້ານ(ການ ກໍ່ສ້າງພັກ-ພະນັກງານ; ການປົກ ຄອງ ແລະ ບໍລິຫານລັດ; ການຊຸກ ຍູ້ການຂະຫຍາຍຕົວຂອງເສດຖະ ກິດ; ການເງິນ; ການຄຸ້ມຄອງ-ຂຸດ ຄົ້ນ-ນຳໃຊ້ຊັບພະຍາກອນທຳມະ ຊາດ, ຊັບສິນຂອງລັດ, ພື້ນຖານ ໂຄງລ່າງ ແລະ ການປົກປັກຮັກສາ ສິ່ງແວດລ້ອມ; ການຄຸ້ມຄອງວັດ ທະນະທຳ-ສັງຄົມ ແລະ ການພັດ ທະນາຊັບພະຍາກອນມະນຸດ; ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ) ໂດຍຖືສໍາຄັນເກນມາດຕະ ການ, ຂໍ້ມູນຕົວຈິງ ແລະ ຫລັກຖານ ທີ່ສາມາດກວດສອບຢືນຢັນໄດ້; ການປະເມີນ ຕ້ອງຊີ້ໃຫ້ເຫັນຜົນ ງານ ແລະ ຜົນປະໂຫຍດຕົວຈິງ ທີ່ປະຊາຊົນໄດ້ຮັບ ເປັນຕົ້ນການ ຈັດສັນນຳໃຊ້ຊັບພະຍາກອນຂອງ ທ້ອງຖິ່ນ, ຄວາມຄືບໜ້າໃນການພັດ ທະນາ-ການຜະລິດ, ການສ້າງ ລາຍຮັບ, ການກຸ້ມຕົນເອງ, ຜົນ ການແກ້ໄຂຄວາມທຸກຍາກ, ການ ພັດທະນາພື້ນຖານໂຄງລ່າງຮັບໃຊ້ ການຜະລິດ; ຫລີກລຽງການຢັ້ງຢືນ ເພື່ອເອົາຜົນງານ ກໍຄືຕົວເລກຜ່ານ ເກນ, ແຕ່ໃຫ້ຖືເອົາຄຸນນະພາບ ແລະ ມາດຕະຖານຕ່າງໆ ຕາມທີ່ກຳນົດ ໄວ້ ເປັນຕົວຊີ້ວັດຕັດສິນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ ທີ່ຈະມາເຖິງນີ້ ໂດຍໄດ້ສະແດງ ຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ຕໍ່ຜົນງານທີ່ປະເທດຊາດຍາດມາ ໄດ້ ພາຍໃຕ້ການນຳພາຂອງພັກປະ ຊາຊົນປະຕິວັດລາວ ແລະ ການບໍລິ ຫານຂອງລັດຖະບານ, ປະຊາຊົນ ລາວບັນດາເຜົ່າ ໄດ້ສາມັກຄີກັນ ຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູ ປະເທດຈາກຜົນເສຍຫາຍຂອງສົງ ຄາມ ແລະ ສືບຕໍ່ສ້າງສາພັດທະນາ ຈົນມີການປ່ຽນແປງໃນຫລາຍ ດ້ານ. ຜົນງານດັ່ງກ່າວ, ເຮັດໃຫ້ຍິ່ງ ລະນຶກເຖິງບຸນຄຸນ ແລະ ຄວາມເສຍ ສະລະຂອງບັນພະບຸລຸດ, ບັນດາຜູ້ ນຳ ແລະ ນັກປະຕິວັດຮຸ່ນກ່ອນ ທີ່ ໄດ້ອຸທິດຊີວິດເພື່ອເອກະລາດ ແລະ ຄວາມຜາສຸກຂອງປະຊາຊົນ. ເສີມສ້າງພູມຕ້ານທານ ແລະ ປົກ ປ້ອງເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ໃຫ້ປອດໄພຈາກພະຍາດໂປລິໂອ. ກິດຈະກຳສັກວັກຊິນດັ່ງກ່າວ ເລີ່ມ ດຳເນີນແຕ່ວັນທີ 23 ພະຈິກ ແລະ ຈະສືບຕໍ່ໄປຈົນຮອດທ້າຍເດືອນນີ້. ໂຄງການນີ້ດຳເນີນພາຍໃຕ້ ແຜນງານສັກວັກຊິນແຫ່ງຊາດ ຂອງກະຊວງສາທາລະນະສຸກ ໂດຍ ໄດ້ຮັບການສະໜັບສະໜູນຈາກ ອົງການ UNICEF ແລະ ຮ່ວມມື ກັບກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງ. ໃນວັນທີ 26 ພະ ຈິກ 2026 ນີ້, ພໍ່ແມ່ຜູ້ປົກຄອງ ໃນ ບ້ານໜອງປາດ ໄດ້ພາລູກຫລານ ທີ່ມີອາຍຸຕ່ຳກວ່າ 5 ປີ ໄປຮັບວັກ ຊິນປ້ອງກັນພະຍາດໂປລິໂອ (ເປ້ຍ ລ່ອຍ) ຜ່ານຮູບແບບຢອດຢາທາງ ປາກ ແລະ ການສັກວັກຊິນ. ກິດຈະ ກຳການສັກວັກຊິນໃນຄັ້ງນີ້ດຳເນີນ ໂດຍທີມງານຮ່ວມມີຜູ້ຕາງໜ້າ ຈາກອົງການ UNICEF, ເຈົ້າໜ້າທີ່ ສຸຂະສຶກສາຈາກຫ້ອງການສາທາ ລະນະສຸກເມືອງ, ບຸກຄະລາກອນ ທາງການແພດຈາກສຸກສາລາບ້ານ ນ້ຳກ້າງ ແລະ ອຳນາດການປົກ ຄອງບ້ານ. ທ່ານໝໍ ສົມ ພອນປະເສີດ ວິຊາການປະຈຳ ສຸກສາລາບ້ານນ້ຳ ກ້າງ ໄດ້ກ່າວວ່າ: ພະຍາດໂປລິໂອ ເປັນພະຍາດຕິດຕໍ່ທີ່ແຜ່ລະບາດໄດ້ ງ່າຍ ແລະ ສາມາດສົ່ງຜົນກະທົບ ຮ້າຍແຮງຕໍ່ສຸຂະພາບຂອງເດັກ ນ້ອຍ ໂດຍອາດເຮັດໃຫ້ເປັນອຳມະ ພາດຢ່າງຖາວອນ. ດັ່ງນັ້ນ, ການ ໄດ້ຮັບວັກຊິນຢ່າງທັນເວລາ ຈຶ່ງມີ ຄວາມສຳຄັນຢ່າງຍິ່ງ ໃນການສ້າງ ພູມຕ້ານທານ ແລະ ປ້ອງກັນການ ແຜ່ລະບາດຂອງພະຍາດ. ການ ສັກວັກຊິນຮອບທີ 3 ນີ້ ມີເປົ້າໝາຍ ສັກໃຫ້ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຈຳນວນ 169 ຄົນ ໃນບ້ານໜອງ ປາດ ເມືອງວຽງທອງ ໂດຍມີອັດຕາ ການສັກວັກຊິນບັນລຸ 100%. ໃນ ນັ້ນ, ໄດ້ໃຫ້ຄວາມສໍາຄັນເປັນພິເສດ ຕໍ່ການຄົ້ນຫາ ແລະ ເຂົ້າເຖິງເດັກ ນ້ອຍທີ່ພາດການຮັບວັກຊິນໃນຄັ້ງ ຜ່ານມາ ລວມທັງເດັກນ້ອຍທີ່ມີຂໍ້ ຈຳກັດໃນການເຂົ້າເຖິງບໍລິການ ສັກວັກຊິນປົກກະຕິ. ການສັກວັກຊິນຄັ້ງນີ້, ມີຂຶ້ນ ພາຍຫລັງການກວດພົບເຊື້ອໄວຣັສ ໂປລິໂອໃນເມືອງວຽງທອງຊຶ່ງເປັນ ສັນຍານທີ່ສະທ້ອນໃຫ້ເຫັນເຖິງ ຄວາມຈຳເປັນໃນການປິດຊ່ອງ ຫວ່າງດ້ານການສັກວັກຊິນ ແລະ ເພີ່ມອັດຕາການປົກຄຸມດ້ວຍວັກ ຊິນ ເພື່ອປ້ອງກັນການແຜ່ເຊື້ອພະ ຍາດຕໍ່ໄປ. ຂ່າວ+ພາບໂດຍ: ຢ່າຕົ່ງ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານແຫ່ງສປປລາວປະດັບ ຫລຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ເພື່ອເປັນການຍ້ອງຍໍຊົມ ເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນ ການປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ລະ ຫວ່າງ ສປປ ລາວ ແລະ ລາຊະອາ ນາຈັກກຳປູເຈຍ ໃຫ້ມີບາດກ້າວຂະ ຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ຕະຫລອດໄລຍະການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ສືບຕໍ່ໄດ້ ຮັບການພັດທະນາ ແລະ ຂະຫຍາຍ ຕົວຂຶ້ນຢ່າງບໍ່ຢຸດຢັ້ງໃນຫລາຍຂົງ ເຂດການຮ່ວມມືຂອງທັງສອງຝ່າຍ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບົດບາດອັນສໍາ ຄັນ ແລະ ຕັ້ງໜ້າຂອງທ່ານທູດຕະ ຫລອດໄລຍະເວລາ 3 ປີຜ່ານມາ ດ້ວຍຜົນສໍາເລັດອັນຈົບງາມ(ນັບຕັ້ງ ແຕ່ຍື່ນສານຕາຕັ້ງໃນເດືອນກັນຍາ 2023 ເປັນຕົ້ນມາ) ຊຶ່ງໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການເສີມ ຂະຫຍາຍ ແລະ ຮັດແໜ້ນການພົວ ພັນຮ່ວມມື ລະຫວ່າງ ສປປ ລາວກໍາປູເຈຍ ໂດຍສະເພາະທາງດ້ານ ການເມືອງ-ຄວາມໝັ້ນຄົງ, ເສດຖະ ກິດ,ການຄ້າ,ການລົງທຶນ,ກະສິກໍາ, ການທ່ອງທ່ຽວແລະອື່ນໆລວມທັງ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະຫວ່າງ ສອງ ປະເທດ ທັງໃນລະດັບເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ທ່ານ ທູດໄດ້ມີບົດບາດສໍາຄັນໃນການເປັນ ຂົວຕໍ່ຊຸກຍູ້ສົ່ງເສີມການແລກປ່ຽນ ຢ້ຽມຢາມເຊິ່ງກັນແລະກັນຂອງຄະ ນະຜູ້ແທນຂັ້ນຕ່າງໆຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຢ່າງເປັນປົກກະຕິ ນັບແຕ່ຂັ້ນສູນ ກາງຮອດທ້ອງຖິ່ນ ລວມທັງໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ຍົກລະດັບສາຍພົວພັນການທູດ ລະ ຫວ່າງ ສອງປະເທດ ຂຶ້ນເປັນ “ຄູ່ ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ” ຊຶ່ງຖືເປັນຂີດ ໝາຍອັນສຳຄັນທາງປະຫວັດສາດ ຂອງການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ທ່ານເອກ ອັກຄະລາຊະທູດຮຸນກຣອງພະນອງ ກໍໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈ ມາຍັງລັດຖະບານ ແລະ ປະ ຊາຊົນລາວ ກໍຄື ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ ການຮ່ວມມື, ສະໜັບສະໜູນຊ່ວຍ ເຫລືອແລະອໍານວຍຄວາມສະດວກ ເປັນຢ່າງດີ ຕະຫລອດໄລຍະການ ປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດ ອັນຈົບງາມ, ພ້ອມທັງໄດ້ສະແດງ ຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດ ຖະບານ ແຫ່ງ ສປປ ລາວ ເປັນ ຢ່າງຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫລຽນ ກາມິດຕະພາບອັນມີຄຸນຄ່າ ແລະ ສູງສົ່ງໃຫ້ແກ່ຕົນເອງໃນຄັ້ງນີ້ ຊຶ່ງ ຈະກາຍເປັນສັນຍະລັກອັນມີຄວາມ ໝາຍຄວາມສໍາຄັນ ໃນການສືບຕໍ່ ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວ ພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ. ລັດຖະບານລາວ...ັ ວັນຊາດ ທີ 2 ທັນວາ...ັີັ ລູກ-ຫລານ...ູ ຈາກປະເທດທີ່ມີພື້ນຖານເສດ ຖະກິດ ແລະ ໂຄງລ່າງຈຳກັດ, ສປປ ລາວ ໄດ້ຄ່ອຍໆພັດທະນາລະບົບ ຄົມມະນາຄົມ, ໄຟຟ້າ, ການສື່ສານ ແລະ ການບໍລິການພື້ນຖານໃຫ້ຂະ ຫຍາຍຕົວ, ເສັ້ນທາງ, ຂົວ ແລະ ທາງລົດໄຟ ໄດ້ຊ່ວຍເຊື່ອມໂຍງ ການເດີນທາງ, ການຄ້າ, ການທ່ອງ ທ່ຽວ, ການສຶກສາ, ສາທາລະນະ ສຸກ ແລະ ການຜະລິດກະສິກຳ ແລະ ປ່າໄມ້ ໄດ້ຮັບການພັດທະນາເປັນ ກ້າວໆ. ຄຽງຄູ່ກັນນັ້ນ, ການພົວ ພັນຮ່ວມມືກັບປະເທດເພື່ອນມິດ ແລະ ອົງການສາກົນໄດ້ຂະຫຍາຍ ກວ້າງຂວາງຂຶ້ນ ສ້າງໂອກາດໃໝ່ ໃຫ້ແກ່ການລົງທຶນ, ການສ້າງວຽກ ເຮັດງານທຳ ແລະ ການປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນ. ສຳລັບຂະແໜງການປ່າໄມ້, ພັກ ແລະ ລັດຖະບານ ຍາມໃດກໍໃຫ້ ຄວາມສຳຄັນຕໍ່ການປົກປັກຮັກສາ, ຟື້ນຟູ, ພັດທະນາ ແລະ ນຳໃຊ້ຊັບພະ ຍາກອນປ່າໄມ້ ຢ່າງຍືນຍົງ ໂດຍຖື ເອົາປ່າໄມ້ເປັນຊັບພະຍາກອນອັນ ລ້ຳຄ່າ ແລະ ເປັນພື້ນຖານສຳຄັນ ຂອງການພັດທະນາສີຂຽວ. ໃນໄລ ຍະຜ່ານມາ, ພວກເຮົາໄດ້ເອົາໃຈ ໃສ່ປັບປຸງນະໂຍບາຍ, ກົດໝາຍ ແລະ ລະບຽບການ; ຈັດສັນ ແລະ ຄຸ້ມຄອງປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ; ສົ່ງເສີມການປູກ ໄມ້, ຟື້ນຟູປ່າຊຸດໂຊມ ແລະ ຄຸ້ມ ຄອງປ່າໄມ້ຂັ້ນບ້ານ. ພ້ອມນັ້ນ, ກໍ ໄດ້ເພີ່ມທະວີການຕິດຕາມກວດກາ ປ່າໄມ້, ການປ້ອງກັນໄຟປ່າ ແລະ ການປະສານງານຕ້ານການລັກ ລອບຕັດໄມ້ ແລະ ຄ້າສັດປ່າຜິດກົດ ໝາຍ. ຜົນງານອັນພົ້ນເດັ່ນ ແມ່ນ ການທີ່ອຸທິຍານແຫ່ງຊາດຫີນໜາມ ໜໍ່ ແຂວງຄຳມ່ວນ ໄດ້ຮັບການຂຶ້ນ ທະບຽນໃນບັນຊີມໍລະດົກໂລກ ໃນ ວັນທີ13ກໍລະກົດ 2025 ໃນຖານະ ສ່ວນຂະຫຍາຍຮ່ວມຊາຍແດນ ຂອງແຫລ່ງມໍລະດົກໂລກ ອຸທິຍານ ແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຊຶ່ງມໍລະດົກໂລກ ທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ທີ່ສາກົນຮັບຮູ້ຄຸນຄ່າ ອັນໂດດເດັ່ນຂອງພູຫີນປູນ, ຖ້ຳ, ລະບົບນິເວດ ແລະ ຊີວະນາໆພັນ ອັນອຸດົມສົມບູນ. ນອກຈາກນີ້, ຍັງ ໄດ້ພັດທະນາກົນໄກການຄ້າຂາຍ ກາກບອນປ່າໄມ້, ສ້າງຜົນງານ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ໂດຍການ ຫລຸດຜ່ອນການປ່ອຍທາດອາຍພິດ ເຮືອນແກ້ວ. ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີນີ້, ທ່ານ ສົມຫວັງ ພິມມະວົງ ໃນນາມພະນັກງານສະ ມາຊິກພັກ ແລະ ຜູ້ຮັບຜິດຊອບວຽກ ງານ ປ່າໄມ້ ຈະສືບຕໍ່ທຸ່ມເທສະຕິປັນ ຍາ, ຄວາມຮູ້ ແລະ ຄວາມສາມາດ ເພື່ອປະຕິບັດໜ້າທີ່ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ສຳເລັດ ດ້ວຍຄວາມຮັບຜິດຊອບສູງ. ຈະ ຮ່ວມກັບພະນັກງານປ່າໄມ້ ແລະ ປະຊາຊົນບັນດາເຜົ່າ ປົກປັກຮັກສາ ຜືນປ່າອັນປຽບເໝືອນ “ຄຳຂຽວ” ຂອງຊາດ ໃຫ້ເປັນມໍລະດົກອັນລ້ຳ ຄ່າຂອງລູກຫລານ ແລະ ເປັນພະ ລັງຂັບເຄື່ອນການພັດທະນາຢ່າງ ຍືນຍົງ ເພື່ອປະກອບສ່ວນບັນລຸຈຸດ ໝາຍ ປະຊາຊົນຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມ ມີຄວາມສາມັກຄີປອງດອງ, ປະຊາ ທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==