xtgmf]k; 7 19/11/2026 gsfdko{dkora fa mtok xt-k-q o 2 c0;' mu j 4n dzq odtmq [ 9kdwrry [a fwfh Ia [g0Q k-j ;pgs]n v ຂປລ. ແຫລ່ງຂ່າວຈາກທ້ອງຖິ່ນ ໃຫ້ຮູ້ວ່າ: ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ຢູ່ 2 ແຂວງຄື: ຢູ່ເມືອງ ສິງ ແຂວງຫລວງນໍ້າທາ ແລະ ຢູ່ ເມືອງໄຊບູລີແຂວງສະຫວັນນະເຂດ ໄດ້ຮັບເຂົ້າຊ່ວຍເຫລືອ. ສະເພາະຢູ່ ເມືອງໄຊບູລີ, ແຂວງສະຫວັນນະ ເຂດ ໂຄງການບ້ານຊ່ວຍເຫລືອ ເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດ ດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມ ແຂວງ ສະຫວັນນະເຂດ ພ້ອມດ້ວຍອໍານາດ ການປົກຄອງທ້ອງຖິ່ນກ່ຽວຂ້ອງ ໄດ້ນຳເຂົ້າສານ57.000ກິໂລກລາມ ລວມມູນຄ່າ 1.32 ຕື້ກວ່າກີບ ມອບໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດທາງທຳມະຊາດ ໃນ ໄລຍະເດືອນ ມິຖຸນາ ແລະ ສິງຫາ 2026 ຜ່ານມາ, ຈຳນວນ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ (ດົງ ໝາກໄຟ, ແກ້ງແວງ, ປ່າໄລ່, ສົມ ສະອາດ, ແກ້ງໂພສີ, ສະກອງ, ຜັກ ເຜື້ອ ແລະ ຊຽງໄຄ) ເມືອງໄຊບູລີ ແຂວງສະຫວັນນະເຂດ. ສ່ວນ ຢູ່ເມືອງສິງ ເຂົ້າສານທີ່ນໍາ ມາມອບ ໃນຄັ້ງນີ້, ມີ 4,27 ໂຕນ ໂດຍມອບໃຫ້ຜູ້ທີ່ຖືກຜົນກະທົບໄພ ນໍ້າຖ້ວມ ຈໍານວນ 138 ຄອບຄົວ ຢູ່ 7 ບ້ານ ຂອງເມືອງ ຄື: ບ້ານຈອມ, ບ້ານນາໃໝ່, ບ້ານຈຽງມຸນ, ບ້ານ ໜອງຄໍາ, ບ້ານສີລິເຮືອງ-ທົ່ງຍົນ, ບ້ານນໍ້າແກ້ວຫລວງ ແລະ ບ້ານ ປ່າຕ່ອຍ. ການຊ່ວຍເຫລືອຄັ້ງນີ້, ເພື່ອເປັນ ການຊ່ວຍເຫລືອບັນເທົາທຸກ ແລະ ໃຫ້ກໍາລັງໃຈຕໍ່ພໍ່ແມ່ປະຊາຊົນ ຜູ້ທ່ີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃຫ້ມີກໍາລັງໃຈເຂົ້າໃນການສ້າງສາ ພັດທະນາເສດຖະກິດຄອບຄົວຂອງ ຕົນ ໃຫ້ດີຂຶ້ນເທື່ອລະກ້າວ. zj koIj k'[q f[a omb d7;k,g0Q k.9 37'dkolq j 'glu ,dko/b dvq [Iq ,;y -k-u [.sh -k;|5 j , ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ສະມາຄົມ ພັ ດ ທ ະ ນ າ ຊຸ ມ ຊົ ນ ກ້ າ ວ ໜ້ າ (PCDA) ຮ່ວມກັບຫ້ອງການ ສຶກສາທິການ ແລະ ກິລາ ເມືອງຄົງ ເຊໂດນ ແລະ ເມືອງວາປີ, ພະແນກ ສຶກສາທິການ ແລະ ກິລາ ແຂວງ ສາລະວັນ ຈັດກອງປະຊຸມປຶກສາ ຫາລື ເພື່ອລະດົມຄຳຄິດເຫັນ ແລະ ປະກອບຄຳເຫັນໃສ່ຮ່າງການກະ ກຽມບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການສົ່ງເສີມການຝຶກ ອົບຮົມຂັ້ນພື້ນຖານ ແລະ ການ ສ້າງອາຊີບໃຫ້ແກ່ຊາວໜຸ່ມ ໃນ ເມືອງຄົງເຊໂດນ ແລະ ເມືອງວາປີ ແຂວງສາລະວັນ ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ ສາລະວັນ, ທ່ານ ທິນນະກອນ ແສງ ອຸໄທ ປະທານປົກຄອງ ເມືອງວາ ປີ, ທ່ານ ສິນໄຊ ສຸເທບມະນີ ຮອງ ປະທານປົກຄອງເມືອງຄົງເຊໂດນ ພ້ອມດ້ວຍຜູ້ຕາງໜ້າຈາກໂຮງຮຽນ ວິຊາແບບປະສົມແຂວງເຊກອງ ແລະ ຂະແໜງການກ່ຽວຂ້ອງຈາກ ແຂວງ ແລະ ເມືອງເຂົ້າຮ່ວມ. ໂຄງການສົ່ງເສີມການຝຶກອົບ ຮົມຂັ້ນພື້ນຖານ ແລະ ການສ້າງ ອາຊີບໃຫ້ແກ່ຊາວໜຸ່ມ ໃນເມືອງ ຄົງເຊໂດນ ແລະ ເມືອງວາປີ ແຂວງ ສາລະວັນ ຄາດວ່າຈະເລີ່ມດຳເນີນ ການໃນຕົ້ນປີ 2027 ເປົ້າໝາຍ ເພື່ອຂະຫຍາຍໂອກາດດ້ານການຝຶກ ອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ ຊາວໜຸ່ມ ພ້ອມທັງສ້າງໂອກາດໃນ ການເປັນຜູ້ປະກອບການຢູ່ພາຍໃນ 8 ບ້ານ ຂອງ 2 ເມືອງເປົ້າໝາຍ ດັ່ງກ່າວ. 3 rkdlj ;o Ij ;,,n da ora fmtok-k;|5 j , c]t -5 ,-q o ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ພິທີເຊັນບົດ ບັນທຶກ ລະຫວ່າງຄະນະບໍລິຫານ ງານຊາວໝຸ່ມແຂວງໄຊສົມບູນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ລັດວິສາຫະກິດໄຟຟ້າ ລາວ ສາຂາແຂວງໄຊສົມບູນ ຈັດ ຂຶ້ນໃນວັນທີ 17 ພະຈິກ 2026 ຕາງໜ້າລົງນາມໂດຍ ທ່ານ ເຍ່ຍຊົ່ງ ຫວັງທ່າວ ເລຂາຄະນະບໍລິຫານ ງານຊາວໜຸ່ມປະຊາຊົນ ປະຕິວັດ ລາວ ແຂວງໄຊສົມບູນ, ທ່ານ ສົມສັກ ບຸນມາຕາ ຫົວໜ້າບໍລິສັດ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງ ແລະ ທ່ານ ເພັດສະຫວັນ ພັນສະດາ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ໄຊສົມບູນ, ມີທ່ານ ເລັ່ງຊົ່ງ ຕົ່ງ ສີ ປະທານແນວລາວສ້າງຊາດ ແຂວງໄຊສົມບູນ ແລະ ພາກສ່ວນທີ່ ກ່ຽວຂ້ອງທັງສາມຝ່າຍ ເຂົ້າຮ່ວມ. ຈຸດປະສົງຂອງການລົງນາມ ຄັ້ງນີ້, ເພື່ອໃຫ້ບັນລຸເປົ້າໝາຍ ແລະ ສອດຄ່ອງ ຕາມແຜນພັດທະ ນາຂະແໜງການ ໄລຍະປີ 2025- 2 0 3 0 ກໍ ຄື ແ ຜ ນ ພັ ດ ທ ະ ນ າ ທໍາໃຫ້ແກ່ຊາວໜຸ່ມ ແລະ ຊຸມຊົນ ມີ ຊີວິດການເປັນຢູ່ທີ່ດີຂຶ້ນ; ເພື່ອເປັນ ການປູກຈິດສໍານຶກໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ຊຸມຊົນ ໃນການ ປົກປັກຮັກສາສິ່ງແວດລ້ອມແບບ ຍືນຍົງ. ນອກຈາກນີ້, ກໍເປັນການ ພັດທະນາພື້ນຖານໂຄງລ່າງຄົມ ມະນາຄົມ, ການຂົນສົ່ງ ແລະ ການ ສະໜອງນໍ້າປະປາ ຍັງມີຄວາມ ແຕກໂຕນກັນ ລະຫວ່າງ ຕົວເມືອງ ແລະ ເຂດຫ່າງໄກສອກຫລີກ. ນອກຈາກນີ້, ສະພາບການເກີດ ອຸບັດເຫດຕາມທ້ອງຖະໜົນ ຍັງເປັນ ສິ່ງທ້າທາຍທີ່ສ້າງຄວາມເສຍຫາຍຕໍ່ ຊີວິດ ແລະ ຊັບສິນ ຂອງປະຊາຊົນ ໂດຍສະເພາະ ຊາວໜຸ່ມ-ເຍົາວະຊົນ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມື ແລະ ຮັບປະກັນການຈັດຕັ້ງປະຕິບັດ ບັນດາໜ້າວຽກ ໃຫ້ບັນລຸຕາມລະ ດັບຄາດໝາຍ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ ທັງເປັນການສ້າງ ຂະບວນການຊາວໜຸ່ມ ໃນການເປັນ ເຈົ້າການຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ມີ ຄຸນນະພາບ ແລະ ຮັບປະກັນການ ມີສ່ວນຮ່ວມຂອງຊາວໜຸ່ມ ໃນ ການເປັນເຈົ້າການປົກປັກຮັກສາ ເສັ້ນທາງ ແລະ ສ້າງສະພາບແວດ ລ້ອມການຂັບຂີ່ທີ່ປອດໄພ ແລະ ສ້າງຂອບການຮ່ວມມື ໃນການຜັນ ຂະຫຍາຍວາລະແຫ່ງຊາດ, ວຽກ ງານສາມສ້າງ ແລະ ຂໍ້ແຂ່ງຂັນ ອີກດ້ວຍ. ຂ່າວ-ພາບ: ແກ່ນຈັນ ທໍາມະນີ ເສດຖະກິດ-ສັງຄົມ ແຂວງໄຊສົມ ບູນ ໃນແຕ່ລະໄລຍະ ຊຶ່ງຮຽກຮ້ອງ ໃຫ້ມີຫລາຍພາກສ່ວນຮ່ວມມືກັນ ເປັນເຈົ້າການ ໃນການຊຸກຍູ້, ສົ່ງ ເສີມ ແລະ ປະຕິບັດຕາມແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດແຕ່ລະໄລຍະ ທັງເປັນບ່ອນອີງ ໃຫ້ບັນດາເຂື່ອນໄຟຟ້າ ແລະ ຄະນະ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງ ໄດ້ຮ່ວມມືກັນພັດທະນາ ຊາວໜຸ່ມ ແລະ ຊຸມຊົນ ທີ່ຢູ່ອ້ອມ ເຂື່ອນໄຟຟ້າແບບຍືນຍົງ, ເພື່ອເປັນ ການສົ່ງເສີມ, ສ້າງວຽກເຮັດງານ 9exkla d vto5 ,a fles];f7;k,gxa owxwfh .odko]q 'mb ox6 dw,h .sh \kd 16 j [h ko.\j ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຄະນະກໍາມະ ການປົກຄອງ ແຂວງຈຳປາສັກ ໄດ້ອະນຸມັດໃຫ້ບໍລິສັດ ຢ່ວນຊິງ ການກະເສດ ຈຳກັດຜູ້ດຽວ ສຶກສາ ສໍາຫລວດຄວາມເປັນໄປໄດ້ ໃນ ການລົງທຶນໂຄງການປູກໝາກພ້າວ ນໍ້າຫອມ, ໝາກກ້ຽງ, ໝາກນາວ ແລະ ໝາກກ້ວຍ ໃນເນື້ອທີ່ 66,9 ເຮັກຕາ ຢູ່ບ້ານໃໝ່ ເມືອງມຸນລະ ປະໂມກ. ພິທີເຊັນສັນຍາຄັ້ງນີ້, ຈັດຂຶ້ນໃນ ວັນທີ 17 ພະຈິກ 2026 ຕາງໜ້າ ລົງນາມໂດຍ ທ່ານ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ແຂວງຈຳປາສັກ ແລະ ທ່ານ ອາວ ໝິງ ຊິງ (Ao Ming Qing) ອໍານວຍການ ບໍລິສັດ ຢ່ວນ ຊິງ ການກະເສດ ຈຳກັດຜູ້ດຽວ, ມີທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການ ປົກຄອງແຂວງຈຳປາສັກ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງ ທັງສອງຝ່າຍເຂົ້າຮ່ວມ. ໂຄງການດັ່ງກ່າວ, ມີໄລຍະ ເວລາການສຶກສາສໍາຫລວດ 12 ເດືອນ ໃນເນື້ອທີ່ສຶກສາສໍາຫລວດ 66,9 ເຮັກຕາ ຢູ່ເຂດບ້ານໃໝ່ ເມືອງ ມຸນລະປະໂມກ ຊຶ່ງເປັນການລົງທຶນ ຕ່າງປະເທດ 100%. ກິດຈະການ ໂຄງການ ແມ່ນປູກໝາກພ້າວ ນໍ້າຫອມ, ໝາກກ້ຽງ, ໝາກນາວ ແລະ ໝາກກ້ວຍ. ຂ່າວ-ພາບ: ທູນທອງໃຈ 7totoeg,n v'76 o7e 8y f8k,dkod= j lh k' rN o4ko37']j k'16 j rkp.og,n v' ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ພົມມະ ລາ ຄານລາຫວັນ ປະທານຄະນະ ກຳມະການປົກຄອງເມືອງຄູນຄຳ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ຄວາມຄືບໜ້າໂຄງການກໍ່ສ້າງ ພື້ນຖານໂຄງລ່າງ ຢູ່ພາຍໃນເມືອງ ໃນວັນທີ 17 ພະຈິກ 2026. ການລົງຕິດຕາມໃນຄັ້ງນ,ີ້ ປະ ກອບມີ: ການປູຢາງເສັ້ນທາງຝັ່ງ ບ້ານຄູນມະນີ, ການກໍ່ສ້າງທາງ ລີ້ໄ ພພິບັດ , ກ າ ນສ້ອມແປງ ຊົນລະປະທານບ້ານນາກາງ, ການ ກໍ່ສ້າງໂຮງຮຽນປະຖົມນ້ຳມະ ຮາງ, ໂຮງຮຽນປະຖົມນາຄຳ ແລະ ໂຮງຮຽນປະຖົມບ້ານນາກາງ. ຄະນະດັ່ງກ່າວ ຍັງໄດ້ຮັບຟັງລາຍ ງານຄວາມຄຶບໜ້າຈາກບໍລິສັດຜູ້ຮັບ ເໝົາກໍ່ສ້າງ ແລະ ຂະແໜງການ ວິຊາການທີ່ກ່ຽວຂ້ອງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໃນ ແຕ່ລະໂຄງການ, ບັນຫາຂໍ້ຫຍຸ້ງ ຍາກ ແລະ ຂໍ້ສະເໜີຕ່າງໆ. ໃນໂອກາດດັ່ງກ່າວ, ທ່ານ ພົມ ມະລາ ຄານລາຫວັນ ໄດ້ມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນ ໃຫ້ບໍລິສັດຜູ້ຮັບເໝົາ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງ ປະຕິບັດໂຄງການ ໃຫ້ສຳເລັດຕາມ ແຜນການ ແລະ ຕາມສັນຍາທີ່ກຳ ນົດໄວ້, ໃຫ້ມີຄຸນນະພາບ, ໄດ້ມາດ ຕະຖານແລະມີຄວາມປອດໄພພ້ອມ ທັງໃຫ້ເພີ່ມທະວີການປະສານ ງານ ແລະ ຕິດຕາມກວດກາຢ່າງ ໃກ້ຊິດ ເພື່ອໃຫ້ໂຄງການດັ່ງກ່າວ ສຳເລັດ ແລະ ສາມາດນຳໃຊ້ໃຫ້ ເກີດປະໂຫຍດສູງສຸດ ແກ່ປະຊາຊົນ ຢູ່ພາຍໃນເມືອງຄູນຄຳ. ການລົງຕິດຕາມໃນຄັ້ງນີ້, ຖື ເປັນການຊຸກຍູ້ໃຫ້ວຽກງານ ການ ພັດທະນາພື້ນຖານໂຄງລ່າງຂອງ ເມືອງຄູນຄຳ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດທິພາບ ອັນຈະ ປະກອບສ່ວນເຂົ້າໃນການຍົກລະດັບ ຊີວິດການເປັນຢູ່, ການສຶກສາ, ການ ຜະລິດ ແລະ ການຄົມມະນາຄົມ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.
RkJQdWJsaXNoZXIy MTc3MTYxMQ==