09/11/2026 gsfdko c]t dkora fmtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສື່ມວນຊົນ... ຕໍ່ຈາກໜ້າ I;zm lts]5 [4vf4vo[q fIPo;Pdd;fdk ]t[P[0A o3I'IPo lq dIPo 2025 -2026 ປະຕິວັດລາວ ເປັນຕົ້ນແມ່ນ 5 ຫລັກ ການ, 3 ທິດນໍາ, ມາດຕະຖານ-ເງື່ອນ ໄຂການຂະຫຍາຍພັກ; ສິດ, ໜ້າທີ່, ຂໍ້ ຫ້າມແລະການສິ້ນສຸດການເປັນສະມາ ຊິກພັກ, ຫລັກການຈັດຕັ້ງ ແລະ ລະບົບ ສາຍໃຍຂອງການຈັດຕັ້ງຂອງພັກ, ວຽກງານຕິດຕາມ-ກວດກາຂອງພັກ; ກົດລະບຽບຂອງພັກສະໄໝທີ XI I ປະກອບມີ XV ໝວດ ແລະ ມີ 64 ມາດຕາ. ພ້ອມນີ້, ຍັງໄດ້ຮັບຟັງການ ເຜີຍແຜ່ມະຕິກອງປະຊຸມວຽກງານຈັດ ຕັ້ງທົ່ວປະເທດ ຄັ້ງທີ XII, ມະຕິຕົກ ລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງ ຂັນ-ຍ້ອງຍໍ ໃນໄລຍະໃໝ່ ສະບັບເລກ ທີ 61 ກມສພ ລົງວັນທີ 18 ມິຖຸນາ 2026, ມະຕິຕົກລົງຂອງກົມການ ເມືອງສູນກາງພັກ ວ່າດ້ວຍວຽກງານ ສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ສະບັບເລກທີ 64 ກມສພ ລົງວັນທີ 24 7 2026. ໃນນັ້ນ, ກອງ ປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະ ສນຊ... ປະຈໍາພັກ ສູນກາງແນວລາວສ້າງຊາດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລ ຂາໜ່ວຍພັກ, ຄະນະໜ່ວຍພັກ, ປະ ທານ-ຮອງປະທານກວດກາໜ່ວຍພັກ ຂອງ 4 ໜ່ວຍພັກ ອົງຄະນະພັກສູນ ກາງແນວລາວສ້າງຊາດ ຕື່ມອີກ. ໃນຕອນທ້າຍ, ສະຫາຍປະທານ ກອງປະຊຸມ ໄດ້ມີຄໍາເຫັນໂດຍເນັ້ນໃຫ້ ຄະນະໜ່ວຍພັກ ແລະ ສະມາຊິກພັກ ຈົ່ງ ສືບຕໍ່ສຶກສາຄົ້ນຄວ້າເນື້ອໃນກົດລະ ບຽບພັກ ແລະ ມະຕິວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII ເພື່ອໃຫ້ສາ ມາດເຊື່ອມຊຶມ, ກຳແໜ້ນ ຢ່າງເລິກ ເຊິ່ງກວ່າເກົ່າ; ຖືເອົາກົດລະບຽບຂອງ ພັກເປັນພື້ນຖານໃນການຝຶກຝົນຫລໍ່ ຫລອມຕົນເອງທາງດ້ານຄຸນທາດການ ເມືອງ, ສະກັດກັ້ນ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆໃນຖານແຖວພະນັກ ງານ ເພື່ອຮັບປະກັນຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ນຳ ເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດານິຕິກໍາທີ່ສໍາຄັນທີ່ໄດ້ ຮັບການເຊື່ອມຊຶມໃນຄັ້ງນີ້ ໄປຈັດຕັ້ງ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຂອງແນວລາວສ້າງຊາດ, ສືບຕໍ່ສ້າງ ແຜນກຳນົດພະນັກງານນຳພາ-ຄຸ້ມ ຄອງ, ເອົາໃຈໃສ່ຕໍ່ວຽກງານການກໍ່ ສ້າງ ແລະ ປັບປຸງພັກ-ພະນັກງານ ໃຫ້ ມີຄວາມເຂັ້ມແຂງ ແລະ ສ້າງການຫັນ ປ່ຽນໃໝ່ຢ່າງແຂງແຮງ, ເພີ່ມທະວີ ການລົງໃກ້ສິດຕິດແທດກັບຮາກຖານ ເພື່ອເຕົ້າໂຮມຄວາມສາມັກຄີປອງ ດອງປະຊາຊົນລາວບັນດາເຜົ່າ, ປຸກ ລະດົມປະຊາຊົນເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງແຂງແຮງກວ່າເກົ່າ. ຂ່າວ-ພາບ: ສນຊ ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາ ສຳຄັນພື້ນຖານ ຂອງນະຄອນຫລວງ ວຽງຈັນ. ກອງປະຊຸມ ຈະພິຈາລະນາ, ຮັບ ຮອງເອົາ ບົດລາຍງານການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2027 ຂອງ ສະພາປະຊາຊົນນະຄອນຫລວງວຽງ ຈັນ, ພິຈາລະນາ, ຮັບຮອງເອົາບົດລາຍ ງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດ ປີ 2026 ແລະ ທິດ ທາງແຜນການ ປະຈໍາປີ 2027 ຂອງ ນະຄອນຫລວງວຽງຈັນ; ຮັບຟັງການ ລາຍງານການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ກ່ຽວກັບການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະ ຕິບັດງານ ແລະ ໂຄງການ ຢູ່ນະຄອນ ຫລວງວຽງຈັນ; ພິຈາລະນາ, ຮັບຮອງ ເອົາໂຄງການສໍາຫລວດອອກແບບ ວາງແຜນຜັງເທສະບານເມືອງນາ ຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນະຄອນຫລວງວຽງ ຈັນ; ພິຈາລະນາ, ຮັບຮອງເອົາບົດລາຍ ງານການເຄື່ອນໄຫວວຽກງານປະ ຈໍາປີ 2026 ແລະ ທິດທາງແຜນ ການ ປະຈໍາປີ 2027; ບົດລາຍງານ ຜົນການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປະຈໍາປີ 2025 ຂອງ ອົງກວດສອບປະຈໍາພາກກາງ 1; ພິຈາລະນາ, ຮັບຮອງເອົາບົດລາຍ ງານການເຄື່ອນໄຫວວຽກງານ ປະຈໍາ ປີ 2026 ແລະ ທິດທາງແຜນການ ປະ ຈໍາປີ 2027 ຂອງອົງການກວດກາລັດ ນະຄອນຫລວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານ ການເຄື່ອນ ໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການ ປະຊາຊົນ ນະຄອນຫລວງວຽງຈັນ; ພິຈາລະນາ, ຮັບຮອງເອົາບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະ ຈໍາປີ 2027 ຂອງສານປະຊາຊົນ ພາກ ກາງ ແລະ ສານປະຊາຊົນນະຄອນ ຫລວງວຽງຈັນ; ຮັບຟັງການລາຍ ງານການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານ ປະຈໍາປີ 2026 ແລະ ທິດ ທາງແຜນການ ປະຈໍາປີ 2027 ຂອງ ກອງປະຕິບັດຄໍາຕັດສິນຂອງສານ ປະ ຈໍານະຄອນຫລວງວຽງຈັນ; ພິຈາລະ ນາ, ຮັບຮອງເອົາຮ່າງນິຕິກໍາສ້າງ ໃໝ່ ແລະ ນິຕິກໍາປັບປຸງ ຂອງນະຄອນ ຫລວງວຽງຈັນ ຈໍານວນໜຶ່ງ. ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບ ຟັງການລາຍງານຊີ້ແຈງບັນຫາສໍາ ຄັນຕ່າງໆ ຂອງນະຄອນຫລວງວຽງ ຈັນເປັນຕົ້ນຮັບຟັງການລາຍງານກ່ຽວ ກັບການຈັດຕັ້ງປະຕິບັດແຜນຍຸດທະ ສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະກໍາຈັດຂີ້ເຫຍື້ອໃນນະຄອນຫລວງ ວຽງຈັນ; ຮັບຟັງການລາຍງານ ກ່ຽວ ກັບການຈັດຕັ້ງປະຕິບັດຄໍາສັ່ງ ຂອງ ຄະນະເລຂາທິການສູນກາງພັກ ສະ ບັບເລກທີ 11 ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມ ທະວີຊີ້ນໍາຂອງພັກ ຕໍ່ວຽກງານແຮ່ ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນ ຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະ ຊາດ ແລະ ຮັບຟັງການລາຍງານ ກ່ຽວ ກັບສະພາບການສຶກສາ ໃນນະຄອນ ຫລວງວຽງຈັນ ຕິດພັນກັບການປະລະ ການຮຽນ ຂອງນັກຮຽນໃນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການ ຂາດແຄນຄູສອນ ໂດຍສະເພາະຢູ່ເຂດ ຊານເມືອງຄື: ເມືອງສັງທອງ ແລະ ເມືອງປາກງື່ມ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບ ຟັງການຊີ້ແຈງບາງບັນຫາ ທີ່ສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊັກຖາມໃນ ເວລາດໍາເນີນກອງປະຊຸມຈາກພາກ ສ່ວນກ່ຽວຂ້ອງ. ດັ່ງນັ້ນ, ຈຶ່ງຂໍເຊີນ ຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການ ຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫລວດ ຕະ ຫລອດຮອດພໍ່ແມ່ປະຊາຊົນບັນດາ ເຜົ່າ ໂດຍສະເພາະຊາວນະຄອນຫລວງ ວຽງຈັນ ໃຫ້ການຕິດຕາມຂ່າວສານ ທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດສະເໜີ ຄຳຄິດຄຳເຫັນ ຫລື ຄຳສະເໜີຕໍ່ກອງ ປະຊຸມ ຜ່ານໂທລະສັບສາຍດ່ວນຂອງ ສະພາປະຊາຊົນ ໝາຍເລກ 1156 ຫລື ໝາຍເລກໂທລະສັບ 021 260251, 260242 ຊຶ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ ນີ້ ເຖິງວັນທີ 13 ພະຈິກ 2026, ໃນ ວັນເວລາທາງລັດຖະການ. ໄວ້ເນື້ອເຊື່ອໃຈຄືນໃໝ່” ໂດຍມີບັນດາ ຕົວແທນຈາກ 37 ພັກການເມືອງ ແລະ ຜູ້ແທນ 20 ກວ່າທ່ານ ຈາກອົງການ ສື່ມວນຊົນທົ່ວອາຊີ ແລະ ພາກພື້ນ ເຂົ້າ ຮ່ວມ. ກອລປະຊຸມດັ່ງກ່າວ, ຈັດຂຶ້ນໂອ ກາດດໍາເນີນກອງປະຊຸມໃຫຍ່ຂອງອົງ ການກອງປະຊຸມສາກົນຂອງບັນດາ ພັກການເມືອງໃນອາຊີ ຄັ້ງທີ 13. ໃນກອງປະຊຸມ, ບັນດາຜູ້ແທນ ແລະ ຫົວໜ້າອົງການສື່ມວນຊົນ ໄດ້ ຮ່ວມກັນປະກອບຄຳເຫັນ ແລະ ແລກ ປ່ຽນທັດສະນະຢ່າງກວ້າງຂວາງກ່ຽວ ກັບສິ່ງທ້າທາຍຈາກການຫັນເປັນດີຈິ ຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI Transformation ຫລື AX) ທີ່ກຳລັງສົ່ງຜົນກະທົບຕໍ່ວົງການສື່ ມວນຊົນ. ກອງປະຊຸມໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງສື່ມວນຊົນທີ່ມີ ຄວາມໂປ່ງໃສ ແລະ ມີຄວາມຮັບຜິດ ຊອບສູງ, ພ້ອມທັງສະແດງຄວາມ ກັງ ວົນຕໍ່ການແຜ່ຂະຫຍາຍຢ່າງ ກວ້າງ ແລະ ວ່ອງໄວ ຂອງຂ່າວປອມຂ່າວບິດເບືອນ (.isinformation Disinformation) ແລະ ເນື້ອ ໃນຄອນເທັນທີ່ຖືກດັດແປງດ້ວຍ AI (DeeQfakes) ຊຶ່ງທໍາລາຍ ຄວາມໜ້າເຊື່ອຖືຂອງຜູ້ບໍລິໂພກຂໍ້ມູນ ຂ່າວສານທີ່ມີຕໍ່ສື່ມວນຊົນ. ໂອກາດນີ້, ບັນດາຜູ້ແທນກອງປະ ຊຸມໄດ້ເຫັນດີຮ່ວມກັນໃນການຊຸກຍູ້ ໃຫ້ມີການກວດສອບເນື້ອໃນບົດຂ່າວ ໂດຍມະນຸດ ()uman &ditorial 0versight), ການຮັກສາຈັນຍາບັນ ສື່, ການຫລຸດຜ່ອນຊ່ອງວ່າງດ້ານເຕັກ ໂນໂລຊີ ແລະ ການເຄົາລົບເງື່ອນໄຂ ຄວາມແຕກຕ່າງຂອງແຕ່ລະປະເທດ. ໃນກອງປະຊຸມ, ທ່ານນາງ ສີວັນ ໄຊ ສິພັນຄຳ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ(ຂປລ) ໄດ້ມີຄໍາເຫັນກ່ຽວກັບການຫັນປ່ຽນ ດ້ວຍປັນຍາປະດິດ ຫລື AX ວ່າ: ການ ຂະຫຍາຍຕົວຢ່າງວ່ອງໄວຂອງ AX ກໍໄດ້ນຳມາເຊິ່ງຄວາມສ່ຽງ ເປັນຕົ້ນ ຂ່າວປອມແບບ DeeQfakes, ການ ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ຫລື ບໍ່ເປັນທໍາ, ໄປຈົນເຖິງຂ່າວສານທີ່ຖືກສ້າງຂຶ້ນ ອັດຕະໂນມັດ ຊຶ່ງກຳລັງທົດສອບ ຄວາມໄວ້ວາງໃຈຂອງຜູ້ບໍລິໂພກຂໍ້ມູນ ຂ່າວສານ ກໍຄື ປະຊາຊົນ. ໃນຍຸກ AI ນີ້, ພວກເຮົາຈະປົກປ້ອງຈິດວິນຍານ ຂອງວຽກງານສື່ມວນຊົນໄດ້ແນວ ໃດ ຈາກມຸມມອງຂອງພວກເຮົາ, ສື່ ມວນຊົນ ບໍ່ຄວນເປັນພຽງຜູ້ລາຍງານ ເຫດການຕາມກະແສເທົ່ານັ້ນ, ແຕ່ຍັງ ຕ້ອງເປັນຜູ້ຊີ້ນຳທາງດ້ານຄວາມຄິດ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ ສັງຄົມ ແລະ ຮັບໃຊ້ຜົນປະໂຫຍດສ່ວນ ລວມ ໂດຍອີງໃສ່ຄວາມເປັນຈິງ, ຫລັກ ວິຊາການ ແລະ ຄວາມຮັບຜິດຊອບສູງ. ເພື່ອບັນລຸເປົ້າໝາຍນີ້ໃນຍຸກ AI , ພວກເຮົາຄວນຍຶດໝັ້ນ 3 ເສົາຫລັກ ສຳຄັນ: ເພີ່ມທະວີການນຳພາຂອງ ພັກການເມືອງ, ການຄຸ້ມຄອງຂອງລັດ ແລະ ຈັນຍາບັນຂອງສື່ມວນຊົນ; ການ ຫັນປ່ຽນ AX ຕ້ອງເຄົາລົບຄວາມ ແຕກຕ່າງທາງດ້ານສະພາບແວດລ້ອມ ຂອງຊາດ, ປະຫວັດສາດ ແລະ ວັດທະ ນະທຳ; ພວກເຮົາຕ້ອງການການຮ່ວມ ມືສາກົນທີ່ແທ້ຈິງ ລະຫວ່າງ ພັກການ ເມືອງ, ໜ່ວຍງານລັດ ແລະ ອົງການ ສື່ມວນຊົນ. ກອງປະຊຸມ... ຕໍ່ຈາກໜ້າ ຕໍ່ຈາກໜ້າ lq omtok]k;{9u o dkolh k'76j Ij ;, -k8kde.om5 dltrk[0v'p5 dltw\ ພັກຢ່າງເຂັ້ມງວດ ແລະ ການປະຕິວັດ ຕົນເອງຢ່າງຕໍ່ເນື່ອງ. ປັດຈຸບັນ, ສະ ພາບການໂລກ ແລະ ພາກພື້ນ ມີການ ປ່ຽນແປງຢ່າງຮຸນແຮງ ແລະ ສັບສົນ, ໃນສະພາບການດັ່ງກ່າວ, ການສ້າງ “ຄູ່ຮ່ວມຊາຕາກຳ” ລາວ-ຈີນ ໃຫ້ ເລິກເຊິ່ງ ແລະ ແທດເໝາະກັບຄວາມ ຈິງ ທັງເປັນຄວາມຕ້ອງການທາງ ດ້ານການທູດ ແລະ ມີຄວາມຈຳເປັນ ທາງດ້ານຍຸດທະສາດ ເພື່ອຮັບປະກັນ ຜົນປະໂຫຍດຮ່ວມ ແລະ ສັນຕິພາບ ຍືນຍົງ ຂອງ 2 ປະເທດ. ນອກຈາກ ນີ້, ທ່ານນາງ ແກ້ວວິວອນ ອຸດທະຈັກ ຍັງຍົກໃຫ້ເຫັນກ່ຽວກັບຫົວຂໍ້ການສົນ ທະນາຄັ້ງນີ້ ໂດຍສະເພາະການຄຸ້ມ ຄອງພັກເພື່ອສ້າງຊາດໃຫ້ຈະເລີນໄດ້ ສະທ້ອນໃຫ້ພວກເຮົາເຫັນຢ່າງເລິກ ເຊິ່ງ ເຖິງບົດຮຽນອັນລໍ້າຄ່າ ທີ່ທັງສອງ ພັກ ໄດ້ສະສົມມາຈາກການຕໍ່ສູ້ ແລະ ການສ້າງສາປະເທດຊາດ. ພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດ ຈີນ ລ້ວນແຕ່ເລີ່ມຕົ້ນຈາກການເປັນ ພັກນ້ອຍໆ ທີ່ຕໍ່ສູ້ເພື່ອປົດປ່ອຍຊາດ, ຈົນກາຍເປັນພັກທີ່ນຳພາການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະ ເລີນຮຸ່ງເຮືອງ. ບົດຮຽນທີ່ສໍາຄັນລໍ້າ ຄ່າທີ່ສຸດ ກໍຄື: ການຄຸ້ມຄອງພັກທີ່ເຂັ້ມ ແຂງ ແລະ ໂປ່ງໃສ ແມ່ນປັດໄຈຕັດສິນ ຕໍ່ຄວາມສຳເລັດ ຂອງການສ້າງຊາດ ໃຫ້ຈະເລີນ. ດັ່ງ ສະຫາຍ ສີຈິ້ນຜິງ ເນັ້ນໜັກວ່າ: “ການຄຸ້ມຄອງ ແລະ ກໍ່ ສ້າງພັກ ຍິ່ງມີປະສິດທິຜົນເທົ່າໃດ ການ ຄໍ້າປະກັນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ກໍຍິ່ງມີຄວາມເຂັ້ມແຂງ 2026 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະ ວອນ ຫົວໜ້າການທະຫານ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີຄະ ນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ບັນດາພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຍອດ ສີບຸນ ເຮືອງ ຮອງຫົວໜ້າພະແນກລະບຽບກິລາ ໄດ້ຜ່ານບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ກວດກາ ລະບຽບຂັ້ນໂຮງຮຽນ ໃນໄລຍະ 1 ສົກ ຮຽນທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຜົນສຳເລັດ, ດ້ານດີ, ຈຸດອ່ອນ, ຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິ ບັັດຕົວຈິງ. ໃນນີ້, ຄະນະກວດກາລະ ບຽບໄດ້ລົງກວດກາລະບຽບ ໂດຍມີ ຜົນການຈັດປະເພດທຸງແດງ ແລະ ທຸງ ຂາວ ຂອງແຕ່ລະກົມກອງ ຄື: ຫ້ອງ ການ ແລະ ບໍລິຫານ ໄດ້ທຸງແດງ 4 ຄັ້ງ, ທຸງຂາວ 1 ຄັ້ງ; ຫ້ອງສຶກສາ ໄດ້ທຸງ ແດງ 3 ຄັ້ງ, ທຸງຂາວ 2 ຄັ້ງ; ຫ້ອງການ ເມືອງ ໄດ້ທຸງແດງ 4 ຄັ້ງ, ທຸງຂາວ 1 ຄັ້ງ; ຫ້ອງພະລາທິການ-ເຕັກນິກ ໄດ້ ທຸງແດງ 3 ຄັ້ງ, ທຸງຂາວ 2 ຄັ້ງ; ກອງ ພັນທີ 1 ໄດ້ທຸງແດງ 3 ຄັ້ງ, ທຸງຂາວ 2 ຄັ້ງ; ກອງພັນທີ 2 ໄດ້ທຸງແດງ 3 ຄັ້ງ, ທຸງຂາວ 2 ຄັ້ງ; ໝວດປ້ອງກັນ ທີ່ຕັ້ງ ໄດ້ທຸງແດງ 2 ຄັ້ງ, ທຸງຂາວ 3 ຄັ້ງ; ຫໍພັກພະນັກງານ ໄດ້ທຸງແດງ 1 ຄັ້ງ, ທຸງຂາວ 3 ຄັ້ງ ແລະ ຫໍພັກຄູ- ອາຈານໂສດ ໄດ້ທຸງຂາວ 5 ຄັ້ງ. ພ້ອມ ນີ້, ກອງປະຊຸມຍັງໄດ້ຜ່ານທິດທາງ ແຜນການໃນສົກຮຽນຕໍ່ໜ້າ ແລະ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນ, ສະເໜີແນວທາງ ແກ້ໄຂຂໍ້ຄົງຄ້າງຕ່າງໆ ຢ່າງກົງໄປ ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ (ຮວຜທ) ຈັດກອງ ປະຊຸມສະຫລຸບຖອດຖອນບົດຮຽນ ວຽກງານກວດກາລະບຽບຂັ້ນໂຮງ ຮຽນ ສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027 ໃນວັນທີ 5 ພະຈິກ ກົງມາ ເພື່ອເຮັດໃຫ້ວຽກງານກວດ ກາລະບຽບ ມີຄວາມເຂັ້ມແຂງ ແລະ ສາມາດຕອບສະໜອງຕໍ່ການສ້າງກົມ ກອງໃຫ້ເປັນລະບຽບຮຽບຮ້ອຍ. ໂອກາດນີ້, ສະຫາຍ ພັນເອກ ເພັດ ສະໝອນ ວິລະວອນ ໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ ບັນດາອະນຸກຳມະການທີ່ຮັບຜິດຊອບ ວຽກງານດັ່ງກ່າວ ເອົາໃຈໃສ່ຍົກສູງຕໍ່ ບົດບາດໜ້າທີ່ຂອງຕົນ, ກຳແໜ້ນເນື້ອ ໃນລະບຽບການຕ່າງໆ, ນຳເອົາຜົນ ການກວດກາມາເປັນບົດຮຽນໃນການ ປັບປຸງແກ້ໄຂໃນຕໍ່ໜ້າ, ພ້ອມນີ້ໃຫ້ ບັນດາກົມກອງເພີ່ມທະວີການນຳພາຊີ້ນຳ, ກວດກາຕິດຕາມຊຸກຍູ້ໃຫ້ພະ ນັກງານ-ນັກຮົບ ມີຄວາມຕື່ນຕົວໃນ ການຮັກສາລະບຽບວິໄນ, ຮັກສາ ຄວາມສະອາດ, ພ້ອມກັນນຳເອົາ ແຜນການຂອງກອງປະຊຸມໄປຈັດຕັ້ງ ຜັນຂະຫຍາຍ ເພື່ອສ້າງໃຫ້ວຽກງານ ກວດກາລະບຽບຂອງໂຮງຮຽນມີ ຄວາມເຂັ້ມແຂງ ແລະ ມີຜົນສຳເລັດ ຮອບດ້ານ. ຂ່າວ: ໂອລິນ ມິ່ງມີໄຊ ເທົ່ານັ້ນ” ຖືເປັນບົດຮຽນທີ່ມີຄຸນຄ່າ ຢ່າງຍິ່ງ ສຳລັບການກໍ່ສ້າງພັກ ແລະ ສ້າງສາພັດທະນາປະເທດຊາດ. ທ່ານນາງ ຟາງ ຫົງ ກໍໄດ້ກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 5 ຂອງ ຄະນະກໍາມະການສູນກາງພັກກອມມູ ນິດຈີນສະໄໝທີXXຈັດຂຶ້ນທີ່ນະຄອນ ຫລວງປັກກິ່ງ. ກອງປະຊຸມດັ່ງກ່າວ, ໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ “ມະຕິ ຂອງສູນກາງພັກກອມມູນິດຈີນ ກ່ຽວ ກັບບັນຫາສໍາຄັນຈໍານວນໜຶ່ງ ໃນການ ຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ” ຊຶ່ງໄດ້ວາງທິດທາງຢ່າງເປັນລະບົບ ເພື່ອເພີ່ມທະວີການກໍ່ສ້າງພັກ ແລະ ລົງ ເລິກຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມ ງວດ ຮອບດ້ານໃນສະພາບການໃໝ່. ພ້ອມນີ້, ທ່ານທູດ ຍັງໄດ້ນໍາສະເໜີເນື້ອ ໃນຕົ້ນຕໍ ຂອງກອງປະຊຸມຄົບຄະນະ ຄັັ້ງທີ 5 ສະໄໝທີ XX ຂອງພັກກອມ ມູນິດຈີນ ໃນ 4 ດ້ານຄື: ເປັນຫຍັງກອງ ປະຊຸມຄົບຄະນະຈຶ່ງຄົ້ນຄວ້າ ກ່ຽວກັບ ການຊຸກຍູູ້ການຄຸ້ມຄອງພັກຢ່າງເຂັັ້ມ ງວດຮອບດ້ານຢ່າງສະເໝີຕົ້ນສະເໝີ ປາຍ; “ມະຕິ” ທີີ່ກອງປະຊຸມຄົບຄະ ນະໄດ້ຮັບຮອງ ເອົານັັ້ນໄດ້ສ້າງຂຶ້ນຄື ແນວໃດ; ຈະເຂົ້າໃຈ ແລະ ກໍາທິດທາງ ລວມຂອງ “ມະຕິ “ ແນວໃດ; ທິດ ທາງສໍາຄັນໃນການເພີ່ມທະວີການກໍ່ ສ້າງພັກຂອງຝ່າຍລາວ ແລະ ສະເໜີ ບັນດາແຜນການທີ່ສໍາຄັນຂອງ “ມະຕິ “ ໃນການຊຸກຍູ້ການຄຸ້ມຄອງພັກຢ່າງ ເຂັັ້ມງວດຮອບດ້ານຢ່າງສະເໝີຕົ້ນ ສະເໝີປາຍ. ຂ່າວ-ພາບ: ກິດຕາ ຂປລ. ສະຖາບັນວິທະຍາສາດ ເສດ ຖະກິດ ແລະ ສັງຄົມແຫ່ງຊາດລາວ ຮ່ວມກັບ ສະຖານທູດຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກາງ ຈີນ (C.G) ຈັດສົນທະນາລາວ-ຈີນ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາ ຕາກຳ ໃນທຸກສະພາບການຂອງຍຸກ ສະໄໝ: ການຄຸ້ມຄອງພັກ ເພື່ອສ້າງ ຊາດໃຫ້ຈະເລີນ” ໃນວັນທີ 6 ພະຈິກ 2026 ໂດຍການເປັນປະທານຮ່ວມ ຂອງ ທ່ານນາງ ແກ້ວວິວອນ ອຸດທະ ຈັກ ຮອງປະທານສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງ ຊາດລາວ ແລະ ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳ ນາດເຕັມແຫ່ງ ສປ ຈີນ ປະຈຳລາວ, ມີຜູ້ຕາງໜ້າວິທະຍຸ-ໂທລະພາບສູນ ກາງຈີນ, ກົມ, ສະຖາບັນຄົ້ນຄວ້າ, ວິທະ ຍາກອນ, ສຳມະນາກອນ ແລະ ຜູ້ຊ່ຽວ ຊານ ເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ແກ້ວວິວອນ ອຸດທະຈັກ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ຂອງກອງ ປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະ ບໍລິຫານງານສູນກາງພັກກອມມູນິດ ຈີນສະໄໝທີXX, ພ້ອມທັງຕີລາຄາສູງ ຕໍ່ບັນດາຜົນງານ ທີ່ມີຄວາມໝາຍປະ ຫວັດສາດ ພາຍໃຕ້ການນຳພາຂອງ ສະຫາຍ ສີຈິ້ນຜິງ ໃນການຄຸ້ມຄອງ
RkJQdWJsaXNoZXIy MTc3MTYxMQ==